ເສດຖະກິດ ແລະ ການຄ້າ
ການລົງທຶນ
ແຂວງຊຽງຂວາງສັນຍາວ່າຈະອະນຸມັດໂຄງການລົງທຶນພາຍໃນສອງອາທິດ
ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງຊຽງຂວາງໄດ້ແຈ້ງແຜນການໃນການອະນຸມັດຂໍ້ສະເໜີຂອງແຕ່ລະໂຄງການລົງທຶນພາຍໃນກຳນົດເວລາສູງສຸດສອງອາທິດ.ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ກ່າວຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ຄະນະກຳມະການການລົງທຶນຂອງແຂວງຈະບໍ່ແກ່ຍາວການອະນຸມັດໂຄງການລົງທຶນເຊິ່ງເປັນເຫດໃຫ້ຫຼາຍບໍລິສັດເພີກຖອນໂຄງການລົງທຶນໃນແຂວງ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/xieng-khuang-province-pledges-approve-investment-projects-two-weeks-99592
"ເຮັດໃບອະນຸຍາດດຳເນີນທຸລະກິດໃຫ້ຖືກຕ້ອງ ບໍ່ດັ່ງນັ້ນຈະຖືກປັບໃໝ," ກະຊວງແຈ້ງເຕືອນຜູ້ປະກອບການຕ່າງປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ປະກອບການຕ່າງປະເທດທີ່ດຳເນີນທຸລະກິດໃນລາວບໍ່ຖືກຕ້ອງຈະຖືກລົງໂທດ ແລະ ປັບໃໝຕາມລະບຽບການ. ກະຊວງອຸດວາຫະກຳ ແລະ ການຄ້າໄດ້ອອກຄຳສັ່ງແນະນຳຫວ່າງໝໍ່ໆມານີ້ ກ່ຽວກັບແນວທາງການຄຸ້ມຄອງຫົວໜ່ວຍທຸລະກິດທີ່ບໍ່ມີໃບອະນຸຍາດ.ຫົວໜ່ວຍທຸລະກິດໃດໆທີ່ດຳເນີນການໂດຍບໍ່ມີໃບທະບຽນທຸລະກິດ ແລະ ໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງຈະຖືກປັບໃໝ 10 ລ້ານກີບ ແລະ ຖືກສັ່ງງົດດຳເນີນທຸລະກິດ. ຜູ້ປະກອບການທີ່ບໍ່ມີເອກະສານຈະຕ້ອງໄປຈົດທະບຽນທຸລະກິດຂອງຕົນ ແລະ ຂໍໃບອະນຸຍາດດຳເນີນທຸລະກິດພາຍໃນກຳນົດ 90 ວັນ ຈຶ່ງຈະສາມາດກັບມາດຳເນີນກິດຈະກຳຕາມເດີມ, ຕາມຄຳສັ່ງແນະນຳສະບັບດັ່ງກ່າວ ເຊິ່ງມີຜົນບັງຄັບໃຊ້ມາແຕ່ວັນທີ 3 ກໍລະກົດ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/legalise-your-businesses-or-face-fines-lao-ministry-warns-foreign-operators-99588
ບໍລິສັດ CP All ເຈລະຈາກ່ຽວກັບການຕັ້ງຮ້ານ ເຊເວັນ-ອິເລເວັນ ໃນລາວ
ຮ້ານ 7-Eleven ຈະມາລາວຫຼືບໍ່? ຄຳຖາມດັ່ງກ່າວໄດ້ມີການຍົກຂຶ້ນມາຫຼາຍປີແລ້ວ ແຕ່ກໍມີຂ່າວຕໍ່ເນື່ອງວ່າຈະມີການເປີດສາຂາໃນລາວ.ໜຶ່ງໃນຂ່າວລັກສະນະດັ່ງກ່າວ ແມ່ນເກີດຂຶ້ນເມື່ອສອງສາມວັນຜ່ານມາ. ຕາມສຳນັກຂ່າວ The Nation, ບໍລິສັດ CP All ຂອງໄທທີ່ດຳເນີນກິດຈະການ ເຊເວັນ-ອິເລເວັນ ທົ່ວປະເທດໄທ ໄດ້ເປີດເຜີຍໃນຕະຫຼາດຫຸ້ນຂອງໄທໃນວັນທີ 1 ກໍລະກົດນີ້ ກ່ຽວກັບການເຈລະຈາຂໍ້ຕົກລົງການສ້າງສາຂາທຸລະກິດໃນການຈັດຕັ້ງ ແລະ ດຳເນີນກິດຈະການຮ້ານ ເຊເວັນ-ອິເລເວັນ ໃນກຳປູເຈຍ ແລະ ລາວ.ອ່ານຕໍ່ ...
The Laotian Times
ລາວເລີ່ມປາບປາມທຸລະກິດຕ່າງປະເທດທີ່ດຳເນີນການແບບຜິດກົດໝາຍ
ລາວຈະປາບປາມທຸລະກິດຂອງຕ່າງປະເທດທີ່ດຳເນີນການຢູ່ໃນລາວໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງ.ລັດຖະບານລາວໄດ້ເລີ່ມລົງກວດກາທຸລະກິດຂອງຕ່າງປະເທດ ເພື່ອຮັບປະກັນໃຫ້ສອງຄ່ອງຕາມລະບຽບກົດໝາຍ, ຕາມຄຳສັ່ງແນະນຳຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຕາມການລາຍງານຂອງໜັງສືພິມວຽງຈັນທາມສ໌ໃນອາທິດແລ້ວນີ້.ເຈົ້າຂອງທຸລະກິດຕ່າງປະເທດອາດຖືກປັບໃໝເປັນຈຳນວນ 10 ລ້ານກີບ (ຫຼື USD 1,150 ໂດລາ) ຖ້າພົບວ່າມີການດຳເນີນການໂດຍບໍ່ມີໃບທະບຽນ ແລະ ໃບອະນຸຍາດດຳເນີນທຸລະກິດ.ອ່ານຕໍ່ ...
ໂຕະຂ່າວ Laotian Times
https://laotiantimes.com/2019/07/02/laos-cracks-down-on-illegal-foreign-owned-businesses/
ນາຍົກຮຽກຮ້ອງໃຫ້ເພີ່ມທະວີການມີສ່ວນຮ່ວມຂອງຂະແໜງເອກະຊົນໃນການພັດທະນາຊົນນະບົດ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຂະແໜງທຸລະກິດເພີ່ມທະວີການມີສ່ວນຮ່ວມ ໃນການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ເພື່ອສະໜັບສະໜູນການບັນລຸເປົ້າໝາຍໃນການພັດທະນາ.ໃນກອງປະຊຸມເພື່ອຊຸກຍູ້ນ້ຳໃຈຮັກຊາດ ແລະ ກິດຈະກຳການພັດທະນາ ທີ່ວຽງຈັນໃນວັນສຸກແລ້ວນີ້ ທ່ານນາຍົກໄດ້ເນັ້ນເຖິງພາລະບົດບາດອັນສຳຄັນຂອງຂະແໜງເອກະຊົນເພື່ອການຊຸກຍູ້ການພັດທະນາຊົນນະບົດໃນທົ່ວປະເທດ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/lao-pm-calls-more-involvement-business-sector-rural-development-99391
ບໍລິສັດຕ່າງປະເທດໝາຍຕາຂະຫຍາຍຕະຫຼາດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາບໍລິສັດຈາກອາຊີ, ປະເທດສະມາຊິກອາຊຽນ ແລະ ຢູໂຣບກຳລັງຊອກຫາຕະຫຼາດເພື່ອຈຳໜ່າຍສິນຄ້າໃນລາວ ເຊິ່ງກຳລັງມີຄວາມຕ້ອງການທີ່ສູງ.ເຖິງວ່າລາວຈະເປັນຕະຫຼາດທີ່ນ້ອຍໃນພາກພື້ນອາຊຽນ ມີປະຊາກອນພຽງ 6.8 ລ້ານຄົນ, ລາວກໍເປັນເປົ້າໝາຍຕະຫຼາດທີ່ໜ້າສົນໃຈສຳລັບຜູ້ຜະລິດຈາກຈີນ, ຍີ່ປຸ່ນ, ເກົາຫຼີ, ສິງກະໂປ, ມາເລເຊຍ, ໄທ, ເຢຍລະມັນ ແລະ ອີຕາລີ. ປະເທດເຫຼົ່ານີ້ລ້ວນແລ້ວແຕ່ພວມກຳລັງຊອກຫາໂອກາດທາງທຸລະກິດໃນລາວ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/foreign-firms-eye-bigger-markets-laos-99160
ລາວ, ລັດເຊຍ ສົ່ງເສີມການຮ່ວມມືດ້ານທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມໄຊເບີເຣຍ ເພື່ອການຮ່ວມມືສາກົນ ຈາກເຂດໂນໂວຊິເບີດຂອງລັດເຊຍ ມີແຜນຈັດຕັ້ງສຳນັກງານຢູ່ປະເທດລາວ ເພື່ອປັບປຸງການປະສານງານ ແລະ ການຮ່ວມມືດ້ານທຸລະກິດ.ທ່ານ ພາເວວ ອອສ໌ໂຕຣເວີຮອຟ໌ ປະທານສະມາຄົມໄດ້ເປີດເຜີຍແຜນດັ່ງກ່າວ ໃນຂະນະນຳພາທີມຜູ້ປະກອບການຈາກເຂດໂນໂວຊິເບີດ ເດີນທາງພົບປະກັບນັກທຸລະກິດລາວທີ່ນະຄອນວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-russia-boost-business-cooperation-98722
ຊຸມຊົນທຸລະກິດລາວ, ເກົາຫຼີໃຕ້ ມີເປົ້າໝາຍການລົງທຶນດ້ານພະລັງງານທົດແທນ
ວຽງຈັນ (ວຽງຈັນທາມສ໌/ANN) – ຊຸມຊົນທຸລະກິດຂອງລາວ ແລະ ເກົາຫຼີໃຕ້ມີຄວາມສົນໃຈໃນການຮ່ວມສົ່ງເສີມການພັດທະນາພະລັງງານທົດແທນໃນລາວ.ງານກິດຈະກຳການຈັບຄູ່ທຸລະກິດໄດ້ມີຂຶ້ນທີ່ນະຄອນວຽງຈັນ ເພື່ອສົ່ງເສີມການຮ່ວມມືລະຫວ່າງຫົວໜ່ວຍທຸລະກິດລາວ ແລະ ຕາງໜ້າທຸລະກິດເກົາຫຼີຈາກແຂວງຊຸງຊອງບຸກໂດ ສາທາລະນະລັດເກົາຫຼີ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-south-korean-business-communities-target-investment-renewables-98646
ລັດຖະບານພັດທະນາເວັບໄຊໃໝ່ສຳລັບນັກລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ການສ້າງ ແລະ ເປີດຕົວເວັບໄຊ www.ned.gov.la ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ບັນດາຜູ້ປະກອບການ, ນັກລົງທຶນ ແລະ ຜູ້ທີ່ມີຄວາມສົນໃຈໃນການເຮັດທຸລະກິດ.ເວັບໄຊດັ່ງກ່າວແມ່ນການລິເລີ່ມຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ERMD) ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ. ເຊິ່ງມີຂໍ້ມູນທີ່ໜ້າເຊື່ອຖືກ່ຽວກັບກົດໝາຍການເງິນຂອງລາວ, ຂັ້ນຕອນການຂຶ້ນທະບຽນທຸລະກິດ ແລະ ຄ່າທຳນຽມໃນການດຳເນີນການ. ນອກນີ້ຍັງໃຫ້ຄຳແນະນຳສຳລັບຜູ້ປະກອບການ ໃນການຄົ້ນຫາຊ່ອງທາງການລົງທຶນທີ່ເໝາະສົມສຳລັບເຂົາເຈົ້າ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ລາວຫວັງປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃຫ້ເຫັນຜົນ: ນາຍົກ
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາບແວດລ້ອມໃນການດຳເນີນທຸລະກິດຄາດວ່າຈະໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງໃນຊຸມປີຕໍ່ໜ້າ ເນື່ອງຈາກລັດຖະບານກຳລັງເລັ່ງມືການຈັດຕັ້ງປະຕິບັດເພື່ອປັບປຸງຄວາມສະດວກໃນການດຳເນີນທຸລະກິດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາຍງານຕໍ່ສະພາແຫ່ງຊາດ. ທ່ານນາຍົກຕອບຄຳຖາມທີ່ຍົກຂຶ້ນໂດຍສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດທີ່ພວມກຳລັງດຳເນີນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/dramatic-upturn-business-environment-expected-lao-pm-98243