ການລົງທຶນ
ນະໂຍບາຍ ແລະ ລະບຽບການດ້ານການລົງທຶນ
ນະຄອນວຽງຈັນຈະປັບປຸງສະພາບແວດລ້ອມການດຳເນີນທຸລະກິດເພື່ອສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດ
ອຳນາດການປົກຄອງນະຄອນວຽງຈັນກ່າວຕໍ່ສານປະຊາຊົນນະຄອນຫຼວງວ່າ ຈະພະຍາຍາມປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ເພື່ອດຶງດູດການລົງທຶນ ແລະ ຍົກລະດັບການຂະຫຍາຍຕົວດ້ານເສດຖະກິດໃຫ້ເຖິງ 9.5% ໃນປີໜ້າ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລັດຖະບານສຸມໃສ່ການແກ້ໄຂຂໍ້ອຸປະສັກໃນການດຳເນີນທຸລະກິດ
ການປັບປຸງສິ່ງແວດລ້ອມໃນການດຳເນີນທຸລະກິດ ແລະ ການສ້າງປະເທດທີ່ປົກຄອງດ້ວຍກົດໝາຍ ແມ່ນກິດຈະກຳຈຸດສຸມຫຼັກຂອງລັດຖະບານໃນເດືອນທຳອິດຂອງປີ 2019.ລັດຖະບານໄດ້ກ່າວເນັ້ນເຖິງຄວາມຈຳເປັນສຳລັບເຈົ້າໜ້າທີ່ຮັບຜິດຊອບໃນການປະສານງານກັບບັນດາຂະແໜງການເພື່ອຄົ້ນຄວ້າບັນຫາເຫຼົ່ານີ້, ຜັນຂະຫຍາຍການຈັດຕັ້ງປະຕິບັດ ແລະ ລາຍງານຜົນໄດ້ຮັບຕໍ່ລັດຖະບານ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ກະຊວງຈະເລັ່ງມືຂັ້ນຕອນການອະນຸມັດການລົງທຶນ
ກະຊວງແຜນການ ແລະ ການລົງທຶນສັນຍາຈະເພີ່ມທະວີຄວາມພະຍາຍາມໃນການເລັ່ງມືການພິຈາລະນາ ແລະ ອະນຸມັດໂຄງການລົງທຶນຕ່າງໆ ຫຼັງຈາກທີ່ພົບວ່າຂັ້ນຕອນມີລັກສະນະຊັກຊ້າກວ່າກຳນົດການຕາມທີ່ໄດ້ລະບຸໃນລະບຽບກົດໝາຍ.ຕາມບົດລາຍງານຕໍ່ສະພາແຫ່ງຊາດໃນອາທິດທີ່ຜ່ານມາ, ກະຊວງໄດ້ຊີ້ແຈງຫຼາຍບັນຫາທີ່ເຮັດໃຫ້ຕ້ອງໃຊ້ເວລາໃນການພິຈາລະນນາ ແລະ ອະນຸມັດໂຄງການ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ນາຍົກສັ່ງ ຢຸດການດຳເນີນໂຄງການລົງທຶນຂອງລັດທີ່ບໍ່ຈຳເປັນ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຕໍ່ສະພາແຫ່ງຊາດວ່າ ລັດຖະບານຈະເຂັ້ມງວດໃນການກວດກາໂຄງການລົງທຶນຂອງລັດ ເພື່ອສະກັດກັ້ນການນຳໃຊ້ງົບປະມານເຂົ້າໃນບັນດາໂຄງການທີ່ບໍ່ຈຳເປັນ ດັ່ງໃນຊຸມປີຜ່ານມາ.“ໃນປີ 2019 ລັດຖະບານຈະເນັ້ນໃສ່ການລົງທຶນທີ່ມີຄຸນນະພາບ,” ທ່ານນາຍົກກ່າວ. ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ທະນາຄານ ເຄແບັງ ໝາຍຂະຫຍາຍທຸລະກິດໃນລາວ
ເພື່ອເປັນສ່ວນໜຶ່ງຂອງຍຸດທະສາດຫຼັກໃນການຂະຫຍາຍທຸລະກິດໃນບັນດາປະເທດ AEC+3, ທະນາຄານ KBank ພ້ອມແລ້ວທີ່ຈະຂະຫຍາຍທຸລະກິດໃນ ສປປ ລາວ ຜ່ານການບໍລິການ ແລະ ການກະກຽມການຮ່ວມງານກັບທ້ອງຖິ່ນ, ຕາມການເປີດເຜີຍຂອງທະນາຄານຕໍ່ສື່ມວນຊົນໃນວັນສຸກແລ້ວນີ້.ສຳລັບປີ 2019 ທາງທະນາຄານຕັ້ງເປົ້າສຳລັບປ່ອຍເງິນກູ້ຢືມໃຫ້ໄດ້ 3 ຕື້ບາດໄທ, ເງິນຝາກໃຫ້ໄດ້ 2 ຕື້ບາດໄທ ແລະ ແລກປ່ຽນທຸລະກຳການເງິນໃຫ້ໄດ້ 18 ຕື້ບາດໄທ.ອ່ານຕໍ່ ...
The Nation
ONYX ຈະເປີດທຸລະກິດອະສັງຫາລິມະຊັບແຫ່ງທີສອງໃນລາວ
ກຸ່ມບໍລິສັດບໍລິການ ONYX, ໜຶ່ງໃນທຸລະກິດການໂຮງແຮມຊັ້ນນຳຂອງພາກພື້ນ, ເປີດເຜີຍໃນວັນອັງຄານຜ່ານມາກ່ຽວກັບຂໍ້ຕົກລົງການຈັດການຮ່ວມກັບບໍລິສັດການລົງທຶນ, ພັດທະນາ ແລະ ກໍ່ສ້າງອາຊີປະຈຳລາວ (AIDC) ໃນການກໍ່ຕັ້ງໂຮງແຮມອາມາຣີແຫ່ງໃໝ່ໃນໃຈກາງນະຄອນຫຼວງວຽງຈັນ.AIDC ແມ່ນທຸລະກິດຮ່ວມລົງທຶນ ແລະ ກໍ່ສ້າງຂອງກຸ່ມບໍລິສັດຕັງຊາຣອນ, ຜູ້ຮັບເໝົາກໍ່ສ້າງໂຮງແຮມອາມາຣີວັງວຽງ ທີ່ໄດ້ເປີດຕົວໃນຕົ້ນປີນີ້.ອ່ານຕໍ່ ...
ບັນນາທິການ The Nation
ລາວຫຼຸດອັນດັບລົງ 13 ຂັ້ນກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດໃນທົ່ວໂລກ
ລາວຫຼຸດອັນດັບລົງ 13 ຂັ້ນມາຢູ່ໃນອັນດັບທີ 154 ໃນການຈັດລະດັບຄວາມສະດວກໃນການດຳເນີນທຸລະກິດທົ່ວໂລກ (EODB) ເຖິງແມ່ນວ່າລັດຖະບານໄດ້ສຸມຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ.ຄະແນນ EODB ຂອງປະເທດລາວໃນປີນີ້ແມ່ນ 51.26 ຄະແນນ, ເພີ່ມຂຶ້ນ 11% ທຽບກັບປີກາຍ, ອີງຕາມດັດສະນີການຈັດອັນດັບ EODB ປະຈຳປີຫຼ້າສຸດຂອງທະນາຄານໂລກ ເຊິ່ງທຳການສຳຫຼວດເສດຖະກິດໃນ 190 ປະເທດທົ່ວໂລກ. ການຈັດອັນດັບໃນປີນີ້ໄດ້ມີການເຜີຍແຜ່ຜ່ານທາງເວັບໄຊຂອງທະນາຄານໂລກ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ທະນາຄານໂລກສົ່ງເສີມການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ
ບັນດາບໍລິສັດ ແລະ ຄົວເຮືອນໃນລາວຈະໄດ້ຮັບຜົນປະໂຫຍດຈາກການປະຕິຮູບທາງດ້ານສະພາບແວດລ້ອມເພື່ອການດຳເນີນທຸລະກິດ, ເຊັ່ນ ການຫຼຸດຈຳນວນວັນທີ່ຕ້ອງໃຊ້ເພື່ອສ້າງຕັ້ງທຸລະກິດ ໂດຍຜ່ານໂຄງການສົ່ງເສີມການແຂ່ງຂັນ ແລະ ການຄ້າ ສປປ ລາວ.ຂໍ້ຕົກລົງມູນຄ່າ 10 ລ້ານໂດລາ ພາຍໃຕ້ການສະໜັບສະໜູນຂອງທະນາຄານໂລກ ໄດ້ຮັບການລົງນາມວານນີ້ທີ່ວຽງຈັນອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ນາຍົກສະເໜີນະໂຍບາຍ "ສາມເປີດ" ເພື່ອດຶງດູດນັກລົງທຶນຍີ່ປຸ່ນ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສະເໜີນະໂຍບາຍ “ສາມເປີດ” ກ່ຽວກັບການລົງທຶນ ຕໍ່ບັນດາຜູ້ເຂົ້າຮ່ວມກອງປະຊຸມທຸລະກິດ ແມ່ຂອງ-ຍີ່ປຸ່ນ ທີ່ກຸງໂຕກຽວ, ເຊິ່ງຈັດໂດຍອົງການການຄ້າພາຍນອກຍີ່ປຸ່ນ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ພັກຮັບຟັງຄຳຄິດຄຳເຫັນຂອງພາກເອກະຊົນກ່ຽວກັບນະໂຍບາຍ
ການນຳພັກປະຊາຊົນປະຕິວັດລາວ ດຳເນີນການຄົ້ນຄວ້າມາດຕະການເພື່ອສົ່ງເສີມການດຳເນີນທຸລະກິດທີ່ດີຂຶ້ນ ແລະ ເພື່ອກະຕຸ້ນເສດຖະກິດມະຫາພາກ ພາຍໃຕ້ສິ່ງທ້າທາຍ, ໂອກາດ ແລະ ຄວາມສ່ຽງທາງດ້ານເສດຖະກິດຂອງລາວໃນຕໍ່ໜ້າ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ