ການລົງທຶນ
ນະໂຍບາຍ ແລະ ລະບຽບການດ້ານການລົງທຶນ
ນັກລົງທຶນລາວທຸ້ມທຶນໂຄງການຫຼາຍຮ້ອຍລ້ານໂດລາໃນເຂດເສດຖະກິດພິເສດທ່າແຂກ
ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດໂຈ້ບຸນມີ, ກຸ່ມເຄືອຂ່າຍທຸລະກິດຊັ້ນນຳຂອງລາວ ໄດ້ທຸ້ມທຶນ US$500 ລ້ານໂດລາໃນການກໍ່ສ້າງກຸ່ມທຸລະກິດການຄ້າ ແລະ ສາງເກັບສິນຄ້າໃນເຂດເສດຖະກິດພິເສດທ່າແຂກ (TSEZ) ແຂວງຄຳມ່ວນ.ບໍລິສັດດັ່ງກ່າວມີແຜນສ້າງທຸລະກິດການຄ້າ ເຊັ່ນ ສູນການຄ້າ, ສາງຈັດເກັບສິນຄ້າ ແລະ ສູນລວມສິນຄ້າປະເພດຕ່າງໆ.ໂຄງການດັ່ງກ່າວກວມເອົາເນື້ອທີ່ກວ່າ 100 ເຮັກຕາ ແລະ ມີໄລຍະການສຳປະທານ 68 ປີ.ອ່ານຕໍ່ ...
ໂຕະຂ່າວ
ເຈົ້າໜ້າລາວທົບທວນເຊື່ອມຊຶມນະໂຍບາຍກ່ຽວກັບການລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຂັ້ນສູນກາງ ແລະ ທ້ອງຖິ່ນຈາກຂະແໜງແຜນການ ແລະ ການລົງທຶນ, ແລະ ອຸດສະຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມວານນີ້ ເພື່ອເຊື່ອມຊຶມນະໂຍບາຍດ້ານການລົງທຶນ ແລະ ລາຍລະອຽດຂອງກົດໝາຍວ່າດ້ວຍການລົງທຶນ ສະບັບດັດແກ້ປີ 2016.ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ, ພາຍໃຕ້ການເປັນປະທານຂອງທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ.ອ່ານຕໍ່ ...
ໂຕະຂ່າວ
ກະຊວງເຜີຍແຜ່ມາດຕະການສຳຄັນໃນການປັບປຸງຄວາມສະດວກໃນການດຳເນີນທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຜນການ ແລະ ການລົງທຶນເຜີຍແຜ່ເອກະສານສຳຄັນກ່ຽວກັບມາດຕະການປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນໃນລາວ ຕໍ່ອຳນາດການປົກຄອງນະຄອງຫຼວງວຽງຈັນ ແລະ ແຂວງຕ່າງໆ. ອ່ານຕໍ່ ...
ໂຕະຂ່າວ
ລັດຖະບານຈະສືບຕໍ່ການປະຕິຮູບ ເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ
ລັດຖະບານຈະສືບຕໍ່ພາລະກິດໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ ເນື່ອງຈາກລັດຖະບານມີແຜນຜັນຂະຫຍາຍພື້ນຖານດ້ານເສດຖະກິດ ແລະ ຮັບປະກັນການຂະຫຍາຍຕົວແບບຍືນຍົງ.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ບໍລິສັດໂຮຢາຈະສ້າງໂຮງງານຜະລິດພື້ນຜິວໃຍແກ້ວ HDD ໃນລາວ
ພະນົມເປັນ: ບໍລິສັດໂຮຢາ ຜູ້ຜະລິດໄຍແກ້ວຈາກປະເທດຍີ່ປຸ່ນ ຈະສ້າງໂຮງງານຂະໜາດໃຫຍ່ໃນລາວ ເພື່ອຜະລິດພື້ນຜິວໃຍແກ້ວສຳລັບໜ່ວຍເກັບຂໍ້ມູນ hard disk drives ເພື່ອສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນເນື່ອງຈາກການຂະຫຍາຍຕົວຂອງການສົ່ງຖ່າຍຂໍ້ມູນໃນທົ່ວໂລກ.ອ່ານຕໍ່ ...
KYODO NEWS
ຂະແໜງການລັດ ແລະ ເອກະຊົນຮ່ວມມືໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ
(ຂປລ) ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ຮ່ວມກັບຕາງໜ້າຈາກຂະແໜງການເອກະຊົນ ຫາລືກ່ຽວກັບການປະຕິຮູບທີ່ຜ່ານມາເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃນ ສປປ ລາວ ໃນວັນພະຫັດທີ່ຜ່ານມາທີ່ວຽງຈັນ.ອ່ານຕໍ່ ...
ຂປລ
ຂັ້ນຕອນການອະນຸມັດການດຳເນີນທຸລະກິດໃນລາວຫຼຸດໄລຍະໃຫ້ຕ່ຳກວ່າສອງເດືອນ
ວຽງຈັນ (ວຽງຈັນທາມສ໌/ANN) – ໄລຍະເວລາໃນການປະກອບເອກະສານໃນການຈົດທະບຽນທຸລະກິດໃໝ່ໃນລາວໄດ້ຮັບການຫຼຸດລົງບໍ່ໃຫ້ເກີນສອງເດືອນ ທຽບກັບກຳນົດການເດີມແມ່ນ 174 ວັນ.ລະບົບໃໝ່ດັ່ງກ່າວຈະມີຜົນບັງຄັບໃຊ້ແຕ່ວັນທີ 1 ກຸມພານີ້ເປັນຕົ້ນໄປ, ຕາມການເປີດເຜີຍຕໍ່ໜັງສືພິມວຽງຈັນທາມສ໌ຂອງເຈົ້າໜ້າທີ່ຫ້ອງການຈົດທະບຽນທຸລະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນສຸກແລ້ວນີ້.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ການຈົດທະບຽນທຸລະກິດທີ່ງ່າຍຂຶ້ນຈະຊ່ວຍປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ນັກລົງທຶນ ແລະ ນັກທຸລະກິດໃນລາວຈະບໍ່ປະສົບຄວາມຫຍຸ້ງຍາກໃນການຈົດທະບຽນທຸລະກິດອີກຕໍ່ໄປ ຍ້ອນວ່າກະຊວງອຸດສາຫະກຳ ແລະ ການຄ້າມີແຜນໃໝ່ໃນການຫຼຸດຜ່ອນໄລຍະເວລາການຈົດທະບຽນທຸລະກິດໃຫ້ເປັນພາຍໃນ 10 ວັນ.ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແບະ ການຄ້າ ໄດ້ອອກຂໍ້ຕົກລົງກ່ຽວກັບການຈົດທະບຽນທຸລະກິດໃນວັນທີ 9 ມັງກອນນີ້ ແລະ ມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກຸມພານິ້ເປັນຕົ້ນໄປ.ອ່ານຕໍ່ ...
News Desk
ເຈົ້າໜ້າທີ່ອະນຸມັດແຜນດຳເນີນງານເພື່ອຄວາມສະດວກໃນການດຳເນີນທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ເລຂະທິການເພື່ອການປັບປຸງລະບຽບການ ແລະ ກົນໄກການປະສານງານສຳລັບການດຳເນີນທຸລະກິດໃນລາວ ໄດ້ຜ່ານແຜນດຳເນີນງານເພື່ອແນໃສ່ທັບມ້າງອຸປະສັກພາຍໃນ 10 ຕົວຊີ້ວັດ ທີ່ສົ່ງຜົນຕໍ່ຄວາມສະດວກໃນການດຳເນີນທຸລະກິດ.ແຜນດຳເນີນງານດັ່ງກ່າວໄດ້ມີການລຸລ່ວງໃນກອງປະຊຸມໃນວັນສຸກແລ້ວນີ້ ນຳໂດຍທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.ອ່ານຕໍ່ ...
ໂຕະຂ່າວ
ລັດຖະບານອະນຸມັດລາຍການທຸລະກິດຄວບຄຸມ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອະນຸມັດລາຍການທຸລະກິດ ທີ່ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານ, ໃນຂະນະທີ່ທຸລະກິດປະເພດອື່ນທີ່ຢູ່ນອກເໜືອຈາກລາຍການດັ່ງກ່າວແມ່ນສາມາດດຳເນີນໄດ້ຕາມສະດວກ.ເຈົ້າໜ້າທີ່ຫ້ອງການທະບຽນທຸລະກິດກ່າວໃນວານນີ້ວ່າ ຈາກນີ້ໄປບັນດາໜ່ວນຍທຸລະກິດທີ່ບໍ່ຢູ່ໃນລາຍການ ສາມາດຂຶ້ນທະບຽນເລກລະຫັດ ແລະ ໃບອະນຸຍາດດຳເນີນທຸລະກິດໄດ້ສະດວກຍິ່ງຂຶ້ນ.ອ່ານຕໍ່ ...
ເອກະພອນ ພູທອນສີ