ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ຍີ່ປຸ່ນຈະຊ່ວຍເຫຼືອອຸປະກອນໃນການຮັບມືກັບໄພພິບັດໃນລາວ

ລັດຖະບານຍີ່ປຸ່ນ ໄດ້ຕົກລົງມອບອຸປະກອນໃຫ້ແກ່ລາວ ເພື່ອຊ່ວຍເຫຼືອໃນການສ້າງຄວາມສາມາດດ້ານການກະກຽມ, ຈັດການ ແລະ ຮັບມືກັບໄພພິບັດທາງທຳມະຊາດ, ຕາມການເປີດເຜີຍຂອງກະຊວງການຕ່າງປະເທດ.ກົມການຂ່າວຂອງກະຊວງໄດ້ຖະແຫຼງໃນມື້ວານນີ້ວ່າ ທ່ານ ເຄນຈິ ວາຄາມິຢະ ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ໄດ້ຢືນຢັນການຊ່ວຍເຫຼືອທີ່ບໍ່ກ່ຽວກັບໂຄງການຂອງລັດຖະບານຍີ່ປຸ່ນສຳລັບປະເທດລາວ ໃນລະຫວ່າງການຈັດກອງປະຊຸມພາຄີກັບກະຊວງການຕ່າງປະເທດລາວລາວ ນຳໂດຍທ່ານ ທອງພັນ ສະຫວັນເພັດ.ອ່ານຕໍ່ ...

http://Ekaphone Phouthonesy

ການສ້ອມແປງຖະໜົນແຂວງຄຳມ່ວນ ຄາດວ່າຈະຕ້ອງໃຊ້ງົບ 33 ຕື້ກີບ

ແຂວງຄຳມ່ວນ: ອຳນາດການປົກຄອງໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ກ່າວວ່າຕ້ອງໃຊ້ງົບປະມານຢ່າງຕ່ຳ 33 ຕື້ກີບ ໃນການສ້ອມແປງຖະໜົນທີ່ຖືກເສຍຫາຍໃນຫ້າເມືອງ. ທ່ານ ພິດສະໄໝ ຄົງສະດັດ  ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປີດເຜີຍຕໍ່ສື່ມວນຊົນວ່າ “ພວກເຮົາຄາດວ່າຈະຕ້ອງໃຊ້ງົບປະມານ 33 ຕື້ກວ່າກີບໃນການສ້ອມແປງຖະໜົນທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມ ຢູ່ເມືອງມະຫາໄຊ, ໜອງບົກ, ຍົມມະລາດ, ບົວລະພາ ແລະ ເຊບັ້ງໄຟ. “ໃນບັນດາເມືອງເຫຼົ່ານີ້ ມີຖະໜົນໄດ້ຮັບຜົນກະທົບທັງໝົດ 52 ແຫ່ງ ໃນລະດັບຄວາມເສຍຫາຍທີ່ແຕກຕ່າງກັນ. ການສ້ອມແປງຖະໜົນ 10 ແຫ່ງຢູ່ເມືອງມະຫາໄຊ ຄາດວ່າຈະຕ້ອງໃຊ້ງົບຢູ່ 4 ຕື້ກີບ, ຖະໜົນ 11 ແຫ່ງຢູ່ເມືອງໜອງບົກ ຈະຕ້ອງໃຊ້ງົບ 6 ຕື້ກີບ, ຖະໜົນຫົກແຫ່ງຢູ່ເມືອງຍົມມະລາດ ຈະຕ້ອງໃຊ້ງົບ 3 ຕື້ກີບ, ຖະໜົນ 15 ແຫ່ງຢູ່ເມືອງບົວລະພາ ຈະຕ້ອງໃຊ້ງົບ ...

ພົມພົງ ເຫຼົາອິນ

ສູນບໍລິຈາກເລືອດ ຮຽກຮ້ອງໃຫ້ຜູ້ໃຈບຸນເຂົ້າມາບໍລິຈາກ

ສູນບໍລິຈາກເລືອດ ສະພາກາແດງລາວ ຮຽກຮ້ອງໃຫ້ມະຫາຊົນເຂົ້າມາບໍລິຈາກເລືອດ ເພື່ອຕອບສະໜອງຕໍ່ຄວາມຕ້ອງການໃນການຖ່າຍເລືອດທີ່ເພີ່ມສູງຂຶ້ນໃນໂຮງໝໍຕ່າງໆ ທົ່ວປະເທດ.ໃນຊຸມປີຜ່ານມາ ທາງສູນໄດ້ຮັບບໍລິຈາກເລືອດໂດຍສະເລ່ຍ 55,000 ຕໍ່ປີ ແຕ່ວ່າປະຈຸບັນແມ່ນບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການໃນການນຳໃຊ້. ໃນຊ່ວງເຈັດເດືອນຂອງປີນີ້ ທາງສູນໄດ້ຮັບບໍລິຈາກເລືອດແລ້ວ 34,000 ຖົງຈາກຜູ້ບໍລິຈາກ ແລະ ໄດ້ຕັ້ງເປົ້າໝາຍໃຫ້ບັນລຸ 60,000 ຖົງພາຍໃນທ້າຍປີນີ້.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ຊຸມຊົນທີ່ປະສົບໄພນ້ຳຖ້ວມ ໄດ້ຮັບເຄື່ອງຊ່ວຍເຫຼືອເພີ່ມເຕີມ

ແຂວງສະຫວັນນະເຂດ: ໃນວັນພຸດຜ່ານມານີ້ ເຈົ້າໜ້າທີ່ລັດຖະບານນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ນຳເອົາເຄື່ອງບັນເທົາທຸກສຸກເສີນ ມູນຄ່າ 161 ລ້ານກວ່າກີບ ໄປມອບໃຫ້ແກ່ຊຸມຊົນເມືອງຊົນບູລີ ທີ່ປະສົບໄພນ້ຳຖ້ວມໃນໄລຍະຜ່ານມາ.ທ່ານ ສອນໄຊ ປະທານຄະນະສະເພາະກິດຮັບຜິດຊອບການຮັບມືຫຼັງໄພພິບັດແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອດັ່ງກ່າວໃນນາມຂອງລັດຖະບານ.ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນເຄື່ອງທີ່ໄດ້ຮັບບໍລິຈາກມາຈາກມະຫາຊົນ ມີມູນຄ່າລວມ 161,400,000 ກີບ. ເຊິ່ງລວມມີເຂົ້າສານ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ໝີ່, ແລະ ເກີບສຳລັບຜູ້ໃຫຍ່ ແລະ ເດັກນ້ອຍ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ອຳນາດການປົກຄອງແຂວງຄຳມ່ວນ ຕິດຕາມລາຄາສິນຄ້າບໍລິໂພກໃນພື້ນທີ່ປະສົບໄພນ້ຳຖ້ວມ

ແຂວງຄຳມ່ວນ: ອຳນາດການປົກຄອງແຂວງກຳລັງທຳການຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າບໍລິໂພກ ໂດຍສະເພາະແມ່ນເຂົ້າສານ ແລະ ຊີ້ນ ພາຍໃຕ້ສະພາບຄວາມຂາດແຄນອັນເນື່ອງມາຈາກໄພນ້ຳຖ້ວມໃນຫົກເມືອງ.ແຂວງຄຳມ່ວນແມ່ນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເນື່ອງຈາກພະຍຸເຂດຮ້ອນ ໂພດູ ພັດຜ່ານເຮັດໃຫ້ເກີດຝົນຕົກໜັກ ໃນຊ່ວງທ້າຍເດືອນສິງຫາເຖິງຕົ້ນເດືອນກັນຍາທີ່ຜ່ານມາ. ສ້າງຄວາມເສຍຫາຍໃຫ້ແກ່ພື້ນທີ່ດິນນາ ແລະ ດິນທຳການຜະລິດຫຼາຍເຮັກຕາ, ຕາມຂໍ້ມູນຈາກພະແນກກະສະກຳ ແລະ ປ່າໄມ້ແຂວງ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ແຂວງຄຳມ່ວນເດີນໜ້າພາລະກິດຟື້ນຟູຫຼັງນ້ຳຖ້ວມ, ຮຽກຮ້ອງການຊ່ວຍເຫຼືອແນວພັນພຶືດ

ແຂວງຄຳມ່ວນ: ອຳນາດການປົກຄອງເມືອງຍົມມະລາດແຂວງຄຳມ່ວນທີ່ປະສົບໄພນ້ຳຖ້ວມ ໄດ້ແຈກຢາຍເຂົ້າສານ, ນ້ຳດື່ມ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຄອບຄົວທີ່ປະສົບໄພນ້ຳຖ້ວມ, ທັງໄດ້ເນັ້ນວ່າ ແນວພັນພືດກໍ່ເປັນສິ່ງໜຶ່ງທີ່ຈຳເປັນເລັ່ງດ່ວນ.ທ່ານ ຄູນສີ ແສງດາລາ ເຈົ້າເມືອງຍົມມະລາດ ໄດ້ລາຍງານຜ່ານສື່ມວນຊົນທີ່ລົງຢ້ຽມຢາມພື້ນທີ່ປະສົບໄພນ້ຳຖ້ວມເຂດແມ່ນ້ຳເຊບັ້ງໄຟ ໃນທ້າຍເດືອນສິງຫາເຖິງຕົ້ນເດືອນກັນຍາທີ່ຜ່ານມາ, ເຊິ່ງສົ່ງຜົນກະທົບຕໍ່ 23 ບ້ານ ແລະ ປະຊາຊົນ 11,617 ຄົນໃນຈຳນວນ 2,412 ຄອບຄົວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຈີນບໍລິຈາກເງິນ US$100,000 ໂດລາເພື່ອຊ່ວຍເຫຼືອບັນເທົາທຸກໄພນ້ຳຖ້ວມໃນຫົກແຂວງຂອງລາວ

(ຂປລ) ລັດຖະບານຈີນໄດ້ບໍລິຈາກເງິນ US$100,000 ໂດລາ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູຫຼັງໄພພິບັດ ຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ ເຊິ່ງໄດ້ຮັບຜົນກະທົບຢ່າງໜັກຈາກໄພນ້ຳຖ້ວມ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວໄດ້ພັດເຂົ້າປະເທດລາວໃນຊ່ວງທ້າຍຂອງເດືອນສິງຫາເຖິງຕົ້ນເດືອນກັນຍາປີນີ້ ເຊິ່ງເປັນໄພພິບັດຄັ້ງຮ້າຍແຮງທີ່ສຸດຢູ່ໃນຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48301

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມອບເງິນ 3 ຕື້ກີບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້ຂອງລາວ.ໃນວັນອັງຄານນີ້ ທ່ານ ຈຽວ ເວີຍ ປະທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ເຂົ້າມອບເງິນຊ່ວຍເຫຼືອດັ່ງກ່າວໃຫ້ແກ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/golden-triangle-sez-assists-flood-victims-laos-104462

ລັດຖະບານແນະນຳໃຫ້ມະຫາຊົນຮັບຂໍ້ມູນກ່ຽວກັບໄພນ້ຳຖ້ວມຈາກແຫຼ່ງຂ່າວທາງການ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານແນະນຳໃຫ້ມະຫາຊົນ ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບພາລະກິດບັນເທົາທຸກໄພນ້ຳຖ້ວມຂອງອຳນາດການປົກຄອງ ຈາກສື່ມວນຊົນພາກລັດ ແລະ ເພື່ອສຶກສາອົບຮົມແນວຄິດການເມືອງ ແລະ ຮັກສາຄວາມໝັ້ນຄົງຂອງຊາດ.ລັດຖະບານໄດ້ຊີ້ນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນກອງປະຊຸມປະຈຳເດືອນໃນວັນຈັນຜ່ານມານີ້ ເພື່ອເຜີຍແຜ່ຂ່າວສານກ່ຽວກັບພາລະກິດບັນເທົາທຸກໄພນ້ຳຖ້ວມໃນທົ່ວປະເທດ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/lao-govt-directs-public-find-flood-facts-official-media-104459

ບໍລິສັດນ້ຳເທີນ 2 ຈະບໍລິຈາກເງິນ 1 ຕື້ ເພື່ອຊ່ວຍເຫຼືອບັນເທົາທຸກ, ຟື້ນຟູແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

(ຂປລ) ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ ໄດ້ໃຫ້ບໍລິຈາກເງິນໜຶ່ງຕື້ກີບ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກ ແລະ ຟື້ນຟູ ແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄື ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ.ໄພນ້ຳຖ້ວມດັ່ງກ່າວແມ່ນເກີດຈາກພະຍຸຫຼາຍຫົວ ທີ່ພັດເຂົ້າປະເທດລາວໃນທ້າຍເດືອນສິງຫາ ແລະ ຕົ້ນເດືອນກັນຍານີ້ ເຊິ່ງຮ້າຍແຮງກວ່າໝູ່ແມ່ນຢູ່ຫົກແຂວງພາກກາງ ແລະ ພາກໃຕ້ ນັບແຕ່ປີ 1978 ເປັນຕົ້ນມາ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48229

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

gmSLL
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!