ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ເຫດໄຟໃໝ້ຢູ່ຫຼວງພະບາງ ມີຜູ້ເສຍຊີວິດສາມຄົນ

ວຽງຈັນ (ວຽງຈັນທາມສ໌/ANN) – ມີສາມຄົນເສຍຊີວິດ ເນື່ອງຈາກເຫດໄຟໃໝ້ເຮືອນໜຶ່ງຫຼັງ ຢູ່ບ້ານເມືອງງາ ນະຄອນຫຼວງພະບາງ ໃນວັນອາທິດທີ່ຜ່ານມາ. ທ່ານພັນຕີ ເພັດ ເພັງນານວນ ເຈົ້າໜ້າທີ່ກົມຕຳຫຼວດປ້ອງກັນ ແລະ ຄວບຄຸມອັກຄີໄພ ແຂວງຫຼວງພະບາງ ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນວັນຈັນຜ່ານມານີ້ວ່າ ເຫດອັກຄີໄພດັ່ງກ່າວ ແມ່ນເກີດຂຶ້ນໃນເວລາ 2:00 ໂມງເຊົ້າຂອງວັນອາທິດ, ມີເຮືອນໜຶ່ງຫຼັງໄດ້ຮັບຄວາມເສຍໃນແປວເພີງ ແລະ ມີຜູ້ເສຍຊີວິດສາມຄົນ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອເພີ່ມເຕີມ ເພື່ອການຟື້ນຟູຫຼັງໄພພິບັດ

(ຂປລ) ຄະນະບໍລິຫານທະນາຄານໂລກ ໄດ້ອະນຸມັດທຶນຊ່ວຍເຫຼືອ US$50 ລ້ານໂດລາ ໃນວັນທີ 13 ທັນວານີ້ ເພື່ອເປັນການຊ່ວຍເຫຼືອເພີ່ມເຕີມດ້ານການເງິນ ສຳລັບໂຄງການຄຸ້ມຄອງຄວາມສ່ຽງໄພພິບັດອາຊີຕາເວັນອອກສຽງໃຕ້ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໂຄງການຂະແໜງກໍ່ສ້າງທາງໃນລາວ ໄລຍະ II.ທຶນເພີ່ມເຕີມດັ່ງກ່າວ ຈະຊ່ວຍຫຼຸດຜ່ອນຊ່ອງຫວ່າງທາງການເງິນ ສຳລັບການຟື້ນຟູຫຼັງໄພນ້ຳຖ້ວມຄັ້ງໃຫຍ່ໃນປີ 2018, ການຈັດບູລິມະສິດການລົງທຶນໃນການຄຸ້ມຄອງຄວາມສ່ຽງຕໍ່ໄພນ້ຳຖ້ວມ, ແລະ ຂະແໜງການກໍ່ສ້າງທາງ, ເຊິ່ງຄິດເປັນ 75 ສ່ວນຮ້ອຍຂອງຄວາມເສຍຫາຍ ແລະ ການສູນເສຍ ທີ່ຄາດຄະເນທັງໝົດ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ຊາວກະສິກອນທີ່ປະສົບໄພນ້ຳຖ້ວມ ໄດ້ຮັບການຊ່ວຍເຫຼືອທາງດ້ານເຂົ້າສານ

(ຂປລ) ຊາວກະສິກອນແຂວງສາລະວັນ ແລະ ເຊກອງ ທີ່ພືດຜົນໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມໃນເດືອນກັນຍາທີ່ຜ່ານມາ ໄດ້ຮັບເຂົ້າສານ ແລະ ແນວພັນເຂົ້າ ພາຍໃຕ້ການຊ່ວຍເຫຼືອຂອງສອງບໍລິສັດພະລັງງານ.ພິທີມອບຮັບການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 10 ທັນວາຜ່ານມານີ້ ຢູ່ແຂວງສາລະວັນ ແລະ ເຊກອງ.ບໍລິສັດໄຟຟ້າ ເທີນ-ຫີນບູນ (THPC) ແລະ ຂາຫຸ້ນໃຫຍ່ຄື ບໍລິສັດໄຟຟ້າລາວ (EDL-Generation) ໄດ້ມອບເຂົ້າສານ 20 ກວ່າໂຕນ ແລະ ແນວພັນເຂົ້າ 10 ໂຕນ ໃຫ້ແກ່ອຳນາດການປົກຄອງແຕ່ລະແຂວງ, ຕາມການຄຳຂໍຂອງລັດຖະບານ ເພື່ອຊ່ວຍເຫຼືອໃນການຟື້ນຟູຊຸມຊົນທີ່ປະສົບໄພນ້ຳຖ້ວມ.ອ່ານຕໍ່ ...

KPL News Desk

ຄວາມເສຍຫາຍຈາກເຫດແຜ່ນດິນໄຫວ ຢູ່ແຂວງໄຊຍະບູລີ ປະເມີນໄດ້ 2 ຕື້ກີບ

ການປະເມີນຄວາມເສຍຫາຍຕໍ່ຊັບສິນ ຢູ່ເມືອງຫົງສາ ແລະ ເມືອງໄຊສະຖານ ແຂວງໄຊຍະບູລີ ແມ່ນຕົກຢູ່ປະມານ 2 ຕື້ກວ່າກີບ ເນື່ອງຈາກເຫດແຜ່ນດິນໄຫວໃນອາທິດແລ້ວນີ້ ເຊິ່ງສົ່ງຜົນກະທົບຕໍ່ປະຊາຊົນຢ່າງໜ້ອຍ 300 ຄອບຄົວ.ທ່ານ ໜູພອນ ໄຊປັນຍາຈິດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເປີດເຜີຍວ່າ ແຜ່ນດິນໄຫວຂະໜາດ 6.4 ແລະ 5.9 ຕາມມາດຕາສ່ວນ ຣິກເຕີ ທີ່ເກີດຂຶ້ນຢູ່ເມືອງຫົງສາ ແລະ ເມືອງໄຊສະຖານ ໃນວັນທີ 21 ພະຈິກ, ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບແປດຄົນ.ຢູ່ເມືອງຫົງສາ ມີຜູ້ໄດ້ຮັບຜົນກະທົບ 134 ຄອບຄົວໃນ 17 ບ້ານ, ເຊິ່ງໃນນັ້ນລວມມີເຮືອນ 71 ຫຼັງ, ໂຮງຮຽນ 11 ແຫ່ງ, ວັດ 12 ແຫ່ງ, ...

ພົມພົງ ເຫຼົາອິນ

ເຮືອນປະຊາຊົນ 71 ຫຼັງ ພັງເສຍຫາຍຈາກເຫດແຜ່ນດິນໄຫວຢູ່ໄຊຍະບູລີ

ວຽງຈັນ (ວຽງຈັນທາມສ໌/ANN) – ຈາກການປະເມີນຄວາມເສຍຫາຍຫຼ້າສຸດ ຈາກເຫດແຜ່ນດິນໄຫວ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ມີເຮືອນພັງເສຍຫາຍທັງໝົດ 71 ຫຼັງ, ມີຜູ້ໄດ້ຮັບບາດເຈັບເຈັດຄົນ.ຕາມການລາຍງານຂອງຫ້ອງການເມືອງຫົງສາ, ເຫດແຜ່ນດິນໄຫວຂະໜາດ 6.4 ແລະ 5.9 ຕາມຫົວໜ່ວຍວັດແທກ ຣິກເຕີ ແມ່ນເກີດຂຶ້ນຢູ່ເມືອງດັ່ງກ່າວ ໃນຕອນເຊົ້າຂອງວັນທີ 21 ພະຈິກນີ້.ຕາມບົດລາຍງານ ເຜີຍວ່າມີ 71 ຫຼັງຄາເຮືອນ ໃນ 14 ບ້ານໄດ້ຮັບຄວາມເສຍຫາຍ, ນອກນັ້ນຍັງມີຫ້ອງການສີ່ແຫ່ງ, ສຸກສາລາສີ່ແຫ່ງ, ໂຮງຮຽນສີ່ແຫ່ງ ແລະ ວັດອີກຫ້າແຫ່ງ ທີ່ໄດ້ຮັບຜົນກະທົບ.ມີ 95 ຄອບຄົວໄດ້ຮັບຜົນກະທົບຍ້ອນຊັບສິນພັງເສຍຫາຍ ຫຼື ສູນເສຍເຄື່ອງຂອງ, ເຊິ່ງອຳນາດການປົກຄອງທ້ອງຖິ່ນ ກຳລັງປະເມີນມູນຄ່າຄວາມເສຍຫາຍທັງໝົດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ເກີດເຫດແຜ່ນດິນໄຫວຫຼາຍສິບຄັ້ງ ທາງພາກເໜືອຂອງລາວ

(ຂປລ) ໄດ້ເກີດເຫດແຜ່ນດິນໄຫວປະມານ 33 ຄັ້ງ ໃນຊ່ວງຕອນເຊົ້າ ແລະ ຕອນທ່ຽງຂອງວັນທີ 21 ພະຈິກນີ້, ຕາມແຈ້ງການຂອງກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ,​ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.ເຫດແຜນດິນໄຫວທີ່ແຮງທີ່ສຸດໃນມື້ດັ່ງກ່າວ ມີຂະໜາດວັດແທກໄດ້  6.4 ຣິກເຕີ ໃນເວລາ 6.50 ໂມງ, ຂະໜາດ 5.9 ໃນເວລາ 4.03 ໂມງ, ຂະໜາດ 4.8 ໃນເວລາ 8.00 ໂມງ, ຂະໜາດ 4.1 ໃນເວລາ 2.00 ໂມງແລງ, ຂະໜາດ 3.6 ໃນເວລາ 10.36 ໂມງແລງ. ແຜ່ນດິນໄຫວທັງໝົດ ແມ່ນເກີດຂຶ້ນຢູ່ເມືອງຫົງສາ.ໄພພິບັດດັ່ງກ່າວ ເປັນເຫດໃຫ້ຕ້ອງງົດການຜະລິດພະລັງງານໄຟຟ້າໂດຍທັນທີ ຢູ່ໂຮງງານໄຟຟ້າພະລັງຄວາມຮ້ອນຂອງບໍລິສັດຫົງສາ ເຊິ່ງຕັ້ງຢູ່ໃນເຂດເມືອງດຽວກັນ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ເຮືອນ 13 ຫຼັງໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຂະໜາດ 6.4 ຢູ່ແຂວງໄຊຍະບູລີ

ເຮືອນຈຳນວນ 13 ຫຼັງຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຮັບຄວາມເສຍຫາຍຈາກເຫດແຜ່ນດິນໄຫວຂະໜາດ 6.4 ແລະ 5.9 ຕາມຫົວໜ່ວຍຣິກເຕີ ໃນເມືອງດັ່ງກ່າວ ໃນຕອນເຊົ້າຂອງວັນພະຫັດນີ້. ມີສອງຄົນໄດ້ຮັບບາດເຈັບເລັກນ້ອຍ ຈາກເຫດດັ່ງກ່າວ.ທ່ານ ແຫຼ້ ອ່ອນສົມບູນ ຫົວໜ້າຫ້ອງການປົກຄອງເມືອງຫົງສາ ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌, ຈາກການປະເມີນເບື້ອງຕົ້ນເຜີຍວ່າ ມີເຮືອນຈຳນວນ 13 ຫຼັງ ແລະ ວັດສີ່ແຫ່ງ ໄດ້ຮັບຄວາມເສຍຫາຍ ຢູ່ບ້ານສີມຸງຄຸນ, ສີບຸນເຮືອງ, ແທ່ນຄຳ, ນາແຄນຄຳ ແລະ ເມືອງຫານ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ແຜນດິນໄຫວໄລຍະຕື້ນຂະໜາດ 6.1 ສັ່ນສະເທືອນປະເທດໄທ ແລະ ລາວ

ເກີດເຫດແຜນດິນໄຫວໄລຍະຕື້ນຂະໜາດ 6.1 ຢູ່ທາງພາກຕາເວັນອອກສຽງເໜືອຂອງລາວ ໃກ້ກັບຊາຍແດນໄທ ໃນຕອນເຊົ້າຂອງວັນພະຫັດນີ້, ຕາມການລາຍງານຂອງໜ່ວຍສຳຫຼວດທໍລະນີວິທະຍາ ສະຫະລັດ.ເຊິ່ງໃນປະຈຸບັນ ຍັງບໍ່ມີລາຍງານກ່ຽວກັບຄວາມເສຍຫາຍຈາກເຫດແຜ່ນດິນໄຫວດັ່ງກ່າວ ເຊິ່ງເກີດຂຶ້ນໃນຕອນເຊົ້າ ເວລາ 6:50 ໂມງ (ຫຼື  ເວລາ 23:50 ໂມງຂອງວັນພຸດຕາມເຂດແບ່ງເວລາ GMT).ເຫດແຜ່ນດິນໄຫວດັ່ງກ່າວ ສາມາດຮັບຮູ້ແຮງສັ່ນສະເທືອນໄປໄກກວ່າ 700 ກິໂລແມັດ (435 ໄມລ໌) ເຖິງນະຄອນຫຼວງບາງກອກຂອງໄທ.ແຫຼ່ງທີ່ມາ: https://reliefweb.int/map/lao-peoples-democratic-republic/earthquake-xaignabouli-lao-peoples-democratic-republic-mag-61ອ່ານຕໍ່ ...

AFP NEWS AGENCY

ເກີດເຫດແຜ່ນດິນໄຫວຂະໜາດ 5.7 ຢູ່ແຂວງໄຊຍະບູລີ

ເກີດເຫດແຜ່ນດິນໄຫວຂະໜາດ 5.7 ຢູ່ແຂວງໄຊຍະບູລີຂອງລາວ ໃກ້ກັບຊາຍແດນໄທ ໃນຕອນເຊົ້າຂອງມື້ນີ້. ໃນເວລາປະມານ 4 ໂມງເຊົ້າ, ໄດ້ເກີດເຫດແຜ່ນດິນໄຫວຂະໜາດ 5.7 ຢູ່ຫ່າງຈາກຕົວເມືອງໄຊຍະບູລີແຂວງໄຊຍະບູລີ 38 ກມ, ໃກ້ກັບຊາຍແດນໄທ, ຕາມຂໍ້ມູນຈາກ ໜ່ວຍສຳຫຼວດທໍລິນີວິທະຍາຂອງສະຫະລັດ. ຈຸດພິກັດທີ່ຕັ້ງການເກີດແຜ່ນດິນໄຫວຄັ້ງນີ້ແມ່ນຢູ່ທີ່ 19.438°N 101.224°E.ແຮງສັ່ນສະເທືອນສາມາດຮັບຮູ້ໄດ້ເຖິງນະຄອນຫຼວງວຽງຈັນ, ເຊິ່ງຜູ້ນຳໃຊ້ສື່ Facebook ໄດ້ອອກມາແລກປ່ຽນຄຳເຫັນ ຫຼັງຈາກໄດ້ຮັບອິດທິພົນ ຈາກແຮງສັ່ນສະເທືອນດັ່ງກ່າວ. ປະຈຸບັນ ຍັງບໍ່ມີລາຍງານກ່ຽວກັບການບາດເຈັບ ຫຼື ຄວາມເສຍຫາຍ ຈາກເຫດແຜ່ນດິນໄຫວດັ່ງກ່າວ.ອ່ານຕໍ່ ...

ລັດສະໝີ ພອນວິໄລ

ກຳປູເຈຍ, ລາວ,​ ໄທ, ​ຫວຽດນາມ ອາດຕ້ອງຜະເຊີນໄພແລ້ງຄັ້ງຮ້າຍແຮງ

ພະນົມເປັນ: ຜູ້ຊ່ຽວຊານໄດ້ອອກມາເຕືອນ ໃນວັນອັງຄານນີ້ວ່າ ສີ່ປະເທດໃນພາກພຶ້ນລຸ່ມແມ່ນ້ຳຂອງ ອາດຕ້ອງຜະເຊິນກັບໄພແລ້ງຄັ້ງຮ້າຍແຮງເຖິງຮ້າຍແຮງທີ່ສຸດ ທີ່ສົ່ງຜົນກະທົບຕໍ່ການຜະລິດກະສິກຳ ນັບແຕ່ນີ້ໄປເຖິງເດືອນມັງກອນປີໜ້າ.ຕາມຄຳເຫັນຂອງຄະນະກຳມາທິການແມ່ນ້ຳຂອງ, ໄພແລ້ງປີນີ້ ໄດ້ເຮັດໃຫ້ລະດັບນ້ຳໃນແມ່ນ້ຳຂອງ ຫຼຸດລົງຕ່ຳທີ່ສຸດໃນຮອບ 60 ປີເປັນຢ່າງໜ້ອຍ, ໃນຂະນະທີ່ຫຼາຍເຂດຂອງແມ່ນ້ຳຂອງຕອນລຸ່ມ ກໍຜະເຊີນສະພາບນ້ຳໄຫຼໜ້ອຍໃນທົ່ວພາກພື້ນ ນັບແຕ່ເດືອນມິຖຸນາເປັນຕົ້ນມາ.ອ່ານຕໍ່ ...

KYODO NEWS

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

TyYKx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!