ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ກອງປະຊຸມລັດຖະບານສຸມໃສ່ວຽກງານການຮັບມືໄພພິບັດ

ກອງປະຊຸມປະຈຳເດືອນຂອງລັດຖະບານວານນີ້ໄດ້ຫາລື 9 ບັນຫາເລັ່ງດ່ວນ ໂດຍເນັ້ນໃສ່ພາລະກິດການຮັບມື ແລະ ບັນເທົາທຸກໄພພິບັດຂອງລັດຖະບານ ໃນບັນດາພື້ນທີ່ປະສົບໄພນ້ຳຖ້ວມທົ່ວປະເທດ.ອ່ານຕໍ່ ...

ສົມສັກ ພົງຂາວ

ຜູ້ປະສົບໄພນ້ຳຖ້ວມກຽມຍ້າຍຈາກເຕັ້ນ ແລະ ທີ່ພັກຊົ່ວຄາວ

ອຳນາດການປົກຄອງກຳລັງເລັ່ງມືພາລະກິດເພື່ອຍ້າຍຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ອອກຈາກເຕັ້ນ ແລະ ບ່ອນພັກຊົ່ວຄາວມາຢູ່ທີ່ພັກຊົ່ວຄາວໃໝ່ທີ່ແທດເໝາະແກ່ການຢູ່ອາໄສກວ່າເດີມ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ເຖິງວ່າລະດັບນ້ຳຂອງຈະຫຼຸດລົງແລ້ວ ແຕ່ປະຊາຊົນຍັງຕ້ອງມີສະຕິເຝົ້າລະວັງ

ເຖິງແມ່ນວ່າລະດັບນ້ຳໃນແມ່ນ້ຳຂອງຫຼຸດລົງເລັກນ້ອຍໃນມື້ວານນີ້ ປະຊາຊົນທີ່ອາໄສຢູ່ລຽບຕາມແຄມຝັ່ງໃນນະຄອນວຽງຈັນ ແລະ ພື້ນທີ່ລຸ່ມຕ່ຳໃນທົ່ວປະເທດຍັງຕ້ອງສືບຕໍ່ເຝົ້າລະວັງ ເນື່ອງຈາກຄາດຄະເນວ່າຈະມີຝົນຕົນເພີ່ມເຕີມໃນຕໍ່ໜ້າ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ທະຫານສືບຕໍ່ພາລະກິດຄົ້ນຫາຜູ້ສູນຫາຍ

ເມືອງສະໜາມໄຊ, ແຂວງອັດຕະປື: ເຈົ້າໜ້າທີ່ທະຫານໄດ້ທຳການສຳຫຼວດເສັ້ນທາງເພື່ອເຂົ້າເຖິງພື້ນທີ່ນ້ຳຖ້ວມຕັ້ງແຕ່ວັນຈັນທີ່ຜ່ານມາ ເພື່ອນຳອຸປະກອນ ແລະ ຍານພະຫານະເຂົ້າຊ່ວຍໃນພາລະກິດຄົ້ນຫາຜູ້ສູນຫາຍຫຼັງຈາກເຫດນ້ຳຖ້ວມກະທັນຫັນໃນວັນທີ 23 ກໍລະກົດ.ອ່ານຕໍ່ ...

ວິສິດ ເທບພະລັກ

ລາຍງານຫຼ້າສຸດ: ໄພນ້ຳຖ້ວມໃນວົງກວ້າງສ້າງຄວາມເສຍຫາຍມະຫາສານ

ອີງຕາມບົດລາຍງານຂອງຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດແຫ່ງຊາດໃຫ້ຊາບວ່າ ໄພນ້ຳຖ້ວມຍ້ອນລົມພະຍຸໃນໄລຍະຜ່ານມາເຮັດໃຫ້ 46 ຄົນຕ້ອງສູນເສຍຊີວິດ ແລະ 97 ຄົນສູນຫາຍ, ສີ່ຄົນໄດ້ຮັບບາດເຈັບ. 236,188 ຄົນ, 82,460 ຄອບຄົວໃນ 79 ເມືອງ, 14 ແຂວງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຍ້ອນກະແສຝົນຕົກໜັກຈາກພະຍຸລະດູຮ້ອນສົນທິນ ແລະ ເບບິນກາ ນັບແຕ່ກາງເດືອນສິງຫາເຖິງກາງເດືອນກໍລະກົດມານີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ປະທານປະເທດກວດກາຄວາມຄືບໜ້າໃນການສ້າງທີ່ຢູ່ອາໄສຊົ່ວຄາວທີ່ອັດຕະປື

ການກໍ່ສ້າງອາຄານທີ່ພັກກຳລັງດຳເນີນການທີ່ບ້ານຫາດຍາວ ເມືອງສະໜາມໄຊ ແຂວງອັດຕະປື ເພື່ອເປັນທີ່ພັກອາໄສໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມທີ່ຕ້ອງສູນເສຍທີ່ຢູ່ອາໄສ ຄາດວ່າຈະໃຫ້ສຳເລັດພາຍໃນ 20 ວັນນັບຈາກນີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ອຸຕຸເຕືອນໄພນ້ຳຖ້ວມຈາກແມ່ນ້ຳຂອງ

ກົມອຸຕຸນິຍົມວິທະຍາ ແລະ ອຸທຸກກະສາດແຈ້ງເຕືອນສຳລັບປະຊາຊົນທີ່ອາໄສຢູ່ລຽບແຄມແມ່ນ້ຳຂອງໃຫ້ມີສະຕິລະວັງນ້ຳທີ່ອາດຍຶ່ງຖ້ວມໃນອາທິດນີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ບໍລິສັດເອັສເຄກຣຸບບໍລິຈາກເງິນຈຳນວນ 10 ລ້ານໂດລາສະຫະລັດເພື່ອບັນເທົາທຸກໄພນ້ຳຖ້ວມທີ່ອັດຕະປື

ບໍລິສັດເອັສເຄກຣຸບບໍລິຈາກເງິນຈຳນວນ 10 ລ້ານໂດລາສະຫະລັດ (ຫຼືປະມານ 11.2 ຕື້ວອນເກົາຫຼີ) ໃຫ້ແກ່ລັດຖະບານລາວເພື່ອເປັນການປະກອບສ່ວນໃນພາລະກິດບັນເທົາທຸກ ແລະ ຟື້ນຟູຫຼັງໄພພິບັດນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນ້ຳຂອງຂຶ້ນຖ້ວມບັນດາຮ້ານຄ້າປຸກໃໝ່

ນ້ຳຂອງໄດ້ຍຶ່ງຂື້ນຢ່າງໄວວາໃນວັນເສົາທີ່ຜ່ານມາ, ຊາວນະຄອນວຽງຈັນຕື່ນມາພົບວ່າບັນດາຮ້ານຄ້າທີ່ນາຄະຣາດຊິດຕີ້ຈົມນ້ຳເປັນບາງສ່ວນ. ເຈົ້າຂອງຮ້ານຄ້າ 300 ຮ້ານຕົກໃຈທີ່ພົບວ່ານ້ຳໄດ້ຂຶ້ນຖ້ວນບັນດາຮ້ານຄ້າ ແລະ ຮີບຮ້ອນຂົນຍ້າຍສິນຄ້າອອກຈາກຮ້ານ.ອ່ານຕໍ່ ...

ສີໄສ ວິໄລສັກ

ປະທານປະເທດ: ຕ້ອງຮັບປະກັນວ່າຜູ້ປະສົບໄພທີ່ສະໜາມໄຊທຸກຄອບຄົວໄດ້ຮັບເງິນຊົດເຊີຍ

ເມືອງສະໜາມໄຊ ແຂວງອັດຕະປື: ເງິນຊົດເຊີຍຈຳນວນ 500,000 ກີບທີ່ຕົກລົງວ່າຈະມອບໃຫ້ແກ່ແຕ່ລະຄອບຄົວຜູ້ປະສົບໄພທີ່ຕ້ອງອົບພະຍົບຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ຫຼັງຈາກເຂື່ອແຕກໃນເດືອນແລ້ວນີ້ ຍັງບໍ່ທົ່ວເຖິງທຸກໆຄອບຄົວ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

nwaS8
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!