ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ໂຮງແຮມແອັກຄໍສະໜັບສະໜູນວຽກງານບັນເທົາທຸກທີ່ອັດຕະປື

ເພື່ອເປັນການຊ່ວຍເຫຼືອໄພພິບັດເຂື່ອນແຕກທີ່ແຂວງອັດຕະປື,​ ໂຮງແຮມແອັກຄໍໄດ້ບໍລິຈາກເງິນຊ່ວຍເຫຼືອຈຳນວນ 10,000 ໂດລາສະຫະລັດ ໃຫ້ແກ່ອົງການກາແດງລາວເພື່ອສະໜັບສະໜູນພາລະກິດບັນເທົາທຸກໄພພິບັດ ແລະ ຊ່ວຍເຫຼືອກ່ຽວກັບມາດຕະການສຸກເສີນໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກໄພພິບັດເຂື່ອນແຕກ.ອ່ານຕໍ່ ...

ເດິລາວທຽນທາມສ໌

ຄະນະກຳມະການຢືນຢັນຄວາມຮັບຜິດຊອບໃນການບໍລິຫານເງິນຊ່ວຍເຫຼືອບັນເທົາທຸກທີ່ໄດ້ຮັບບໍລິຈາກ

ການບໍລິຫານທຶນຊ່ວຍເຫຼືອບັນເທົາທຸກໄພພິບັດແມ່ນດຳເນີນໄປດ້ວຍຄວາມໂປ່ງໃສ ແລະ ດ້ວຍຄວາມຮັບຜິດຊອບ ໃນຂະນະທີ່ຄະນະຮັບຜິດຊອບຮຽກຮ້ອງມະຫາຊົນໃຫ້ລາຍງານຕໍ່ການກະທຳຜິດທີ່ພົບເຫັນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ແຜນຟື້ນຟູໄພພິບັດນ້ຳຖ້ວມຂອງລັດຖະບານຈະຕັດອາກອນ ແລະ ຄ່າທຳນຽມຊົ່ວຄາວ

ລັດຖະບານໄດ້ຕົກລົງຕັດຄ່າອາກອນ ແລະ ຄ່າທຳນຽມຕ່າງໆໃນພື້ນທີ່ປະສົບໄພນ້ຳຖ້ວມ ເພື່ອສົ່ງເສີມການຜະລິດໃຫ້ຫຼາຍຂຶ້ນໃນຊ່ວງລະດູແລ້ງທີ່ຈະມາເຖິງນີ້ ເພື່ອຊົດເຊີຍຄວາມເສຍຫາຍຈາກໄພນ້ຳຖ້ວມຄັ້ງຮ້າຍແຮງໃນປີນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ກະຊວງການເງິນຮຽກຮ້ອງໃຫ້ພິຈາລະນາການງົດອາກອນທີ່ດິນສຳລັບພື້ນທີ່ປະສົບໄພນ້ຳຖ້ວມ

(ຂປລ) ກອງປະຊຸມສະໃໝສາມັນຄັ້ງທີສອງລະຫວ່າງຄະນະລັດຖະບານ ແລະ ເຈົ້າແຂວງ ປີ 2018 ຮຽກຮ້ອງໃຫ້ບັນດາຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການຜະລິດກະສິກຳໃນລະດູແລ້ງ ເພື່ອຊົດເຊີຍຕໍ່ຄວາມເສຍຫາຍທີ່ເກີດຈາກໄພພິບັດ.ອ່ານຕໍ່ ...

ຂປລ

ໄຕ້ຝຸ່ນມັງຄຸດເຮັດໃຫ້ເກີດນ້ຳຖ້ມກະທັນຫັນ ມີຜູ້ເສຍຊີວິດເປັນຍິງໜຶ່ງຄົນທີ່ໄຊຍະບູລີ

ໃນຕອນເຊົ້າຂອງວັນອັງຄານນີ້ ພາຍຫຼັງມີຝົນຕົກໜັກອັນເປັນຜົນມາຈາກໄຕ່ຝຸ່ນມັງຄຸດ ເຮັດໃຫ້ມີແມ່ຍິງໄວ 50 ປີເສຍຊີວິດຍ້ອນນ້ຳຖ້ວມກະທັນຫັນທີ່ເມືອງຄົບ ແຂວງໄຊຍະບູລີ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ບໍລິສັດ ກຳໂຮ ອີ&ຈີ ຂອງເກົາຫຼີ ຈະສ້າງເມືອງທີ່ນຳໃຊ້ພະລັງງານແບບຍືນຍົງກຸ້ມຕົນເອງໃນລາວ

ບໍລິສັດ ກຳໂຮ ອີ&ຈີ ບໍລິສັດທີ່ປຶກສາໃນການຄຸ້ມຄອງດ້ານພະລັງງານ ຈະດຳເນີນໂຄງການຊ່ວຍເຫຼືອດ້ານການພັດທະນາໃນລາວ ເພື່ອສ້າງເມືອງທີ່ນຳໃຊ້ພະລັງງານແບບຍືນຍົງກຸ້ມຕົນເອງໃນລາວ ເພື່ອຊ່ວຍເຫຼືອໃນການຟື້ນຟູລາວຈາກໄພພິບັດທຳລາຍລ້າງຈາກເຂື່ອນທີ່ຜ່ານມາ.ອ່ານຕໍ່ ...

ລີຢຸງວຸກ ແລະ ກິມ ຮະໂຍຈິນ

ປະຊາຊົນແຂວງບໍ່ແກ້ວຫຍຸ້ງຍາກໃນການຟື້ນຟູຄວາມເສຍຫາຍຈາກພະຍຸ

ບັນດາຄົວເຮືອນທີ່ສູນເສຍຊັບສິນ, ເຄື່ອງປູກຂອງຝັງ ແລະ ສັດລ້ຽງ ເນື່ອງຈາກພະຍຸຝົນໝາກເຫັບຕົກ ແລະ ລົມແຮງທີ່ກະໜ່ຳແຂວງບໍ່ແກ້ວໃນໄລຍະຜ່ານມາ ຍັງຕ້ອງການຄວາມຊ່ວຍເຫຼືອໃນການສ້ອມແປງເຮືອນຊານ ແລະ ແກ້ໄຂຊີວິດການເປັນຢູ່.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ບຣູໄນບໍລິຈາກເງິນ 100,000 ໂດລາສະຫະລັດເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ

(ຂປລ) ໃນວັນທີ 13 ກັນຍາ, ທ່ານ ນາແອັມ ຊອນເລ ໄດ້ມອບທຶນຈຳນວນ 100,000 ໂດລາສະຫະລັດໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ທົ່ວທຸກພາກຂອງປະເທດລາວ.ອ່ານຕໍ່  ...

ຂປລ

ນ້ຳຖ້ວມທີ່ແຂວງເຊກອງສ້າງຄວາມເສຍຫາຍ ແລະ ສົ່ງຜົນກະທົບກວ່າ 5,000 ຄອບຄົວ

ຄວາມເສຍຫາຍຕໍ່ຊັບສິນໃນສີ່ຕົວເມືອງໃນແຂວງເຊກອງຄາດຄະເນວ່າມີມູນຄ່າເກີນ 60 ຕື້ກີບ ຫຼັງຈາກທີ່ຫຼາຍກວ່າ 5,000 ຄອບຄົວໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ຜ່ານມາ. ຕາມການລາຍງານຂອງເຈົ້າໜ້າທີ່, ຝົນຕົກໜັກທີ່ພັດກະໜ່ຳເມືອງດັກຈຶ້ງ, ລະມາມ, ທ່າແຕງ ແລະ ກະລຶມ ເຮັດໃຫ້ມີຄອບຄົວທັງໝົດ 5,584 ຄອບຄົວໄດ້ຮັບຜົນກະທົບຕໍ່ຊັບສິນໃນຫຼາຍລະດັບ.ອ່ານຕໍ່  ...

Times Reporters

ພະຍຸໄຕ້ຝຸ່ນ ແລະ ພະຍຸລະດູຮ້ອນຈະພັດເຂົ້າລາວ

ພາກເໜືອ ແລະ ພາກກາງຂອງປະເທດລາວກຽມຮັບມືກັບຝົນຕົກໜັກ ຫຼັງຈາກທີ່ເຈົ້າໜ້າທີ່ອຸຕຸນິຍົມໄດ້ແຈ້ງເຕືອນກ່ຽວກັບພະຍຸໄຕ້ຝຸ່ນມັງຄຸດ ແລະ ພະຍຸລະດູຮ້ອນບາຣິຈັດທີ່ຈະພັດຜ່ານປະເທດລາວໃນວັນທີ 17-18 ກັນຍານີ້.ອ່ານຕໍ່ ...

Times Reporters

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

cM3FK
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!