ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ອົດສະຕຣາລີສືບຕໍ່ສະໜັບສະໜູນພາລະກິດຟື້ນຟູຫຼັງໄພພິບັດທີ່ສະໜາມໄຊ

(ຂປລ) ທ່ານ ຢີນເບີນາດ ຄາຣາສ໌ໂກ ເອກອັກຄະລັດຖະທູດອົສ໌ຕຣາລີປະຈຳລາວ ໄດ້ເດີນທາງຢ້ຽມຢາມເມືອງສະໜາມໄຊ ແຂວງອັບຕະປື ໃນດືອນແລ້ວນີ້ ເພື່ອພົບປະກັບອຳນາດການປົກຄອງທ້ອງຖິ່ນ ແລະ ຢ້ຽມຊົມກິດຈະກຳການຊ່ວຍເຫຼືອຊຸດໃໝ່ຂອງລັດຖະບານອົສ໌ຕຣາລີ ໃນການສົ່ງເສີມພາລະກິດຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດນ້ຳຖ້ວມ.ອ່ານຕໍ່ ...

ຂປລ

ລັດຖະບານຈະຢຸດພາລະກິດການຄົ້ນຫາຜູ້ສູນຫາຍທີ່ເມືອງສະໜາມໄຊ

ລັດຖະບານມີແຜນຢຸດພາລະກິດການຄົ້ນຫາຜູ້ສູນຫາຍ ທີ່ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງຍັງມີປະຊາຊົນຈຳນວນໜຶ່ງທີ່ຍັງຄົງສູນຫາຍ ຫຼັງຈາກເຫດໄພນ້ຳຖ້ວມກະທັນຫັນ ເນື່ອງຈາກສັນເຂື່ອນແຕກໃນພາກໃຕ້ຂອງລາວໃນເດືອນກໍລະກົດຜ່ານມາ.ປະຈຸບັນ ກຳລັງມີການກະກຽມຖະແຫຼງການຢ່າງເປັນທາງການໃນການຢຸດພາລະກິດການຄົ້ນຫາທີ່ດຳເນີນມາກວ່າສອງເດືອນ ແລະ ຄາດວ່າຈະເປີດເຜີຍຕໍ່ມວນຊົນໃນໄວໆນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

66 ຄົນທີ່ໂຊກດີລອດຊີວິດ? ປິດສາກການຄົ້ນຫາຜູ້ປະສົບໄພນ້ຳຖ້ວມທີ່ສູນຫາຍທີ່ອັດຕະປື

ໃນການລາຍງານສະຫຼຸບຕົວເລກ ຈາກສື່ຂ່າວສານຂອງລາວໃນວັນພະຫັດນີ້ ໃຫ້ຊາບວ່າ 66 ຜູ້ໂຊກດີ ພົບວ່າຍັງມີຊີວິດຢູ່, ຂະນະທີ່ຄະນະສະເພາະກິດໄພພິບັດຂອງລັດຖະບານລາວ ນຳໂດຍຮອງນາຍົກລັດຖະມົນຕີ ລາຍງານວ່າມີ 34 ຄົນແມ່ນຢືນຢັນວ່າເສຍຊີວິດ,​ 31 ຄົນຍັງຄົງສູນຫາຍ ແລະ ພົບອີກຫົກຄວາມເສຍຫາຍທີ່ເກີດຈາກໄພພິບັດຫຼັງນ້ຳຖ້ວມທີ່ແຂວງອັດຕະປື.ພາລະກິດການຄົ້ນຫາຜູ້ປະສົບໄພທີ່ຍັງຄົງຄ້າງ ຈາກໄພພິບັດສັນເຂື່ອນ D ເຊປຽນ-ເຊນ້ຳນ້ອຍແຕກ ໄດ້ສິ້ນສຸດລົງຢ່າງເປັນທາງການ, ພາຍໃຕ້ກອງປະຊຸມ ເຊິ່ງນຳໂດຍທ່ານສອນໄຊ ສີພັນດອນ ຮອງນາຍົກລັັດຖະມົນຕີຂອງລາວໃນວັນພະຫັດນີ້ ເພື່ອພິຈາລະນາຢັ້ງຢືນບົດລາຍງານ ແລະ ບົດຂ່າວຕໍ່ສື່ມວນຊົນ ກ່ຽວກັບການສູນເສຍຊີວິດຈາກເຫດໄພພິບັດນ້ຳຖ້ວມກະທັນຫັນໃນວັນທີ 23 ກໍລະກົດ ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ລາວທຽນທາມສ໌

ອັດຕາຄວາມທຸກຍາກຫຼັງໄພພິບັດຄາດວ່າຈະເພີ່ມຂຶ້ນ

ລັດຖະບານມີແຜນທົບທວນອັດຕາຄວາມທຸກຍາກ ພາຍໃຕ້ຄວາມກັງວົນວ່າ ຫຼາຍພັນຄອບຄົວອາດຫຼຸດລະດັບລົງຕ່ຳກວ່າມາດຕະຖານຄວາມທຸກຍາກ ພາຍຫຼັງໄພນ້ຳຖ້ວມຄັ້ງຮ້າຍແຮງ ໄດ້ສົ່ງຜົນກະທົບຕໍ່ຫຼາຍພາກຂອງປະເທດລາວ.ໄພພິບັດທາງທຳມະຊາດ-ຄັ້ງຮ້າຍແຮງທີ່ສຸດໃນຮອບຫຼາຍທົດສະວັດ- ໄດ້ສົ່ງຜົນກະທົບຕໍ່ 2,409 ໃນ 8,464 ບ້ານ, 115 ໃນ 148 ເມືອງ ໃນທົ່ວປະເທດ. ອ່ານຕໍ່ ...

Souksakhone Vaenkeo
http://ສຸກສາຄອນ ແຫວນແກ້ວ

ລັດຖະບານວາງມາດຕະການສະກັດກັ້ນການດຳເນີນໂຄງການຟື້ນຟູໄພພິບັດທີ່ບໍ່ໄດ້ຮັບການອະນຸມັດ

ລັດຖະບານໄດ້ອອກຄຳສັ່ງໃຫ້ບັນດາກະຊວງ ແລະ ແຂວງດຳເນີນມາດຕະການສະກັດກັ້ນການປະຕິບັດໂຄງການທີ່ບໍ່ໄດ້ຮັບອະນຸມັດໃຫ້ເປັນສ່ວນໜຶ່ງຂອງພາລະກິດຟື້ນຟູໄພນ້ຳຖ້ວມ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຄາດໝາຍການຂະຫຍາຍຕົວຂອງເສດຖະກິດລາວປັບລົງເປັນ 6.6% ຍ້ອນຜົນຈາກໄພນ້ຳຖ້ວມ

ຜູ້ທີ່ຕິດຕາມຂ່າວສານກ່ຽວກັບໄພນ້ຳຖ້ວມໃນລາວ, ລວມເຖິງໄພພິບັດທີ່ກ່ຽວຂ້ອງກັບສະພາບອາກາດທີ່ຮຸນແຮງໃນພາກພື້ນ ແລະ ບັນຫາຄວາມຂັດແຍ່ງທາງດ້ານການຄ້າໃນທົ່ວໂລກ ຄົງຈະບໍ່ມີຄວາມສົງໄສໃນການປັບລົງເຊິ່ງເປົ້າໝາຍການຂະຫຍາຍຕົວດ້ານເສດຖະກິດຂອງລາວດັ່ງກ່າວ.ອ່ານຕໍ່ ...

ເດິລາວທຽນທາມສ໌

ບໍລິສັດໄທບໍລິຈາກເງິນຊ່ວຍເຫຼືອບັນເທົາທຸກ 173,000 ໂດລາສະຫະລັດ ສຳລັບຜູ້ປະະສົບໄພນ້ຳຖ້ວມໃນລາວ

(ຂປລ) ບໍລິສັດພະລັງງານບ້ານຜື (BPP) ປະເທດໄທບໍລິຈາກທຶນຊ່ວຍເຫຼືອບັນເທົາທຸກຈຳນວນ 5.5 ລ້ານບາດ ຫຼືປະມານ 173,000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອຜູ້ປະະສົບໄພນ້ຳຖ້ວມໃນລາວ.ອ່ານຕໍ່ ...

ຂປລ

ລັດຖະມົນຕີຢືນຢັນ, ລາວຈະບໍ່ຜະເຊີນກັບການຂາດເຂົ້າກິນໃນປີນີ້

ລາວຈະບໍ່ຜະເຊີນກັບການຂາດແຄນເຂົ້າກິນຢ່າງຮ້າຍແຮງ ແຕ່ອາດມີຂໍ້ຫຍຸ້ງຍາກໃນການສະໜອງທັນຍະພືດຊົ່ວຄາວ, ຕາມການລາຍງານຂອງຄະນະກຳມະການສະເພາະກິດແຫ່ງຊາດ ທີ່ຮັບຜິດຊອບວຽກງານຮັບມືຫຼັງໄພພິບັດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ການປະເມີນຄ່າຄວາມເສຍຫາຍ: ຄວາມຕ້ອງການດ້ານໄພພິບັດໃນລາວເພີ່ມສູງຂຶ້ນ ຕາມການປະເມີນຜົນກະທົບຂອງລັດຖະບານ, ສປຊ, ອີຢູ ແລະ ທະນາຄານໂລກ

ການສູນເສຍຊີວິດທີ່ເສົ້າສະຫຼົດ ແລະ ຜົນກະທົບໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ ຍ້ອນໄພພິບັດທີ່ເກີດຈາກການກະໜ່ຳຂອງພະຍຸຝົນ ແລະ ກະແສນ້ຳ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າປີ 2018 ເປັນປີທີ່ໜັກໜ່ວງ ແລະ ທ້າທາຍຕໍ່ປະຊາຊົນລາວ. ອ່ານຕໍ່ ...

ເດິລາວທຽນທາມສ໌

ການຕຶກຕອງພິຈາລະນາວຽກງານການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ເຈົ້າໜ້າທີ່ລັດຖະບານໄດ້ພົບປະກັບບັນດາຄູ່ຮ່ວມພັດທະນາວານນີ້ ເພື່ອຫາລືດ້ານແນວຄິດກ່ຽວກັບວິທີການທີ່ດີທີ່ສຸດໃນການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນທົ່ວປະເທດ ແລະ ປະເມີນຄວາມເສຍຫາຍ ແລະ ການສູນເສຍທີ່ເກີດຈາກໄພພິບັດໃນໄລຍະຜ່ານມາໃນທົ່ວປະເທດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5LAZ5
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!