ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ກະຊວງສ້າງຄວາມເຂັ້ມແຂງດ້ານການປະສານງານລະຫວ່າງທີມແພດສຸກເສີນ

ເຈົ້າໜ້າທີ່ຝ່າຍລາວ ພ້ອມດ້ວຍຕາງໜ້າອົງການອະນາໄມໂລກ (WHO) ປະຊຸມກັນທີ່ວຽງຈັນເພື່ອຫາລືວິທີການໃນການປັບປຸງການປະສານງານລະຫວ່າງທີມແພດສຸກເສີນ.ການປັບປຸງການປະສານງານຈຳເປັນຕ້ອງມີການລວມສູນການບໍລິການຂອງທີມແພດດັ່ງກ່າວ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມພ້ອມຮັບມືໃນການປິ່ນປົວຜູ້ໄດ້ຮັບຜົນກະທົບໃນເວລາເກີດໄພພິບັດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ບໍລິສັດເກຍມໍເຕີ ເອເຊຍ ບໍລິຈາກ 100,000 ໂດລາເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ

(ຂປລ) ບໍລິສັດເກຍມໍເຕີ ເອເຊຍ ຂອງສະທາລະນະລັດເກົາຫຼີ ບໍລິຈາກ 100,000 ໂດລາເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ. ພິທີມອບເງິນຊ່ວຍເຫຼືອດັ່ງກ່າວແມ່ນຈັດຂຶ້ນທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ຄິມ ຮູກອນ ຜູ້ຈັດການໃຫຍ່-ບໍລິສັດເກຍມໍເຕີປະຈຳພາກພື້ນ ໃນວັນທີ 24 ຕຸລາ 2018 ທີ່ນະຄອນວຽງຈັນ.ອ່ານຕໍ່ ...

ຂປລ

ເຈົ້າແຂວງກັບຄຳກ່ຽວກັບງົບປະມານຄາດຄະເນສຳລັບການຈັດສັນທີ່ຢູ່ອາໄສສຳລັບພື້ນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປື

ເຈົ້າແຂວງທີ່ປະສົບໄພນ້ຳຖ້ວມຈາກເຂື່ອນແຕກຂອງລາວໃນຊ່ວງປີນີ້ ໄດ້ເປີດເຜີຍການຄາດຄະເນງົບປະມານໂຄງການສຳລັບຜູ້ປະສົບໄພທີ່ສູນເສຍທີ່ຢູ່ອາໄສ, ໂດຍໃຫ້ຕົວເລກທີ່ຂັດແຍ່ງກັບແຫຼ່ງຂໍ້ມູນທາງການທີ່ເຫັນວ່າສູງເກີນຈຳເປັນ ແລະ ຂັດແຍ່ງກັບຕົວເລກທີ່ເປີດເຜີຍໃນການສຳພາດກ່ອນໜ້ານີ້.ອ່ານຕໍ່ ...

ຣິຊາດ ຟິນນີ

ລັດຖະບານຕ້ອງການງົບ 6 ພັນຕື້ກີບສຳລັບຟື້ນຟູຈາກໄພພິບັດ

ລັດຖະບານຄາດຄະເນວ່າຈະຕ້ອງນຳໃຊ້ງົບປະມານ 6 ພັນຕື້ກີບ ເພື່ອຟື້ນຟູຄວາມເສຍຫາຍຈາກໄພພິບັດນ້ຳຖ້ວມໃນທົ່ວປະເທດສຳລັບປີນີ້, ເຊິ່ງໃນນັ້ນຄວາມຕ້ອງການສູງສຸດແມ່ນຢູ່ໃນຂະແໜງການຂົນສົ່ງ ແລະ ກະສິກຳ.ພາລະກິດການຟຶ້ນຟູດັ່ງກ່າວຈະແບ່ງເປັນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເຊິ່ງແນໃສ່ຂະແໜງການສັງຄົມ, ການຜະລິດ ແລະ ພື້ນຖານໂຄງລ່າງ ແລະ ບັນຫາທີ່ກ່ຽວເນື່ອງອື່ນໆ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຜູ້ປະສົບໄພນ້ຳຖ້ວມຈະໄດ້ຮັບເຮືອນປະກອບ 500 ຫຼັງ

ບໍລິສັດກໍ່ສ້າງເຂື່ອນໄດ້ສັ່ງຊື້ເຮືອນພັກແບບປະກອບຈຳນວນ 450 ຫຼັງ ເຊິ່ງມີມູນຄ່າລວມເກີນ 29 ຕື້ກີບ ຈາກຕ່າງປະເທດ ເພື່ອມອບໃຫ້ແກ່ຄອບຄົວທີ່ຍັງບໍ່ມີທີ່ຢູ່ອາໄສ ຫຼັງຈາກເຂົາເຈົ້າໄດ້ສູນເສຍທີ່ຢູ່ອາໄສ ຍ້ອນໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໃນເດືອນກໍລະກົດທີ່ຜ່ານມາ.ຕາມການລາຍງານຂອງເຈົ້າໜ້າທີ່ເມືອງ, ຄອບຄົວທີ່ບໍ່ມີທີ່ຢູ່ອາໄສຈະໄດ້ຮັບເຮືອນປະກອບຕື່ມອີກ 50 ຫຼັງຈາກບໍລິສັດ, ເຊິ່ງຈະຈັດສົ່ງໄປແຂວງອັບຕະປືໃນເດືອນພະຈິກນີ້.ອ່ານຕໍ່   ...

ບັນນາທິການວຽງຈັນທາມສ໌

ພົບຊິ້ນສ່ວນຂອງສອງຜູ້ປະສົບໄພທີ່ສູນຫາຍທີ່ແຂວງອັດຕະປື

ໃນວັນພຸດ ແລະ ວັນພະຫັດທີ່ຜ່ານມາ ໄດ້ມີການຄົ້ນພົບຊິ້ນສ່ວນຂອງສອງໃນ 31 ຜູ້ປະສົບໄພທີ່ຍັງສູນຫາຍຈາກເຫດໄພນ້ຳຖ້ວມກະທັນຫັນ ອັນເນື່ອງມາຈາກສັນເຂື່ອນແຕກໃນເດືອນກໍລະກົດທີ່ຜ່ານມາ ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ໄພສິທອງ ຈັນດາລາ

ບໍລິສັດຫວຽດນາມມອບທຶນຊ່ວຍເຫຼືອສຳລັບຜູ້ປະສົບໄພເຂື່ອນແຕກໃນລາວ

ວຽງຈັນ (VNA) – ໃນວັນທີ 17 ຕຸລານີ້ ຕົວແທນຈາກສາຂາບໍລິສັດຂົນສົ່ງ ອິນໂດ ທຣານ ປະເທດຫວຽດນາມປະຈຳລາວ ໄດ້ມອບເງິນຈຳນວນ 12,300 ໂດລາສະຫະລັດ ໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຊ່ວຍເຫຼືອປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກເຂື່ອນແຕກ ທີ່ອັດຕະປື ໃນເດືອນກໍລະກົດຜ່ານມາ.ອ່ານຕໍ່ ...

ບັນນາທິການ VNA

ຮອງນາຍົກກ່າວ, ພາລະກິດການຄົ້ນຫາທີ່ສະໜາມໄຊໄດ້ສິ້ນສຸດລົງ, ຂະນະທີ່ 31 ຄົນຍັງຄົງສູນຫາຍ

ຮອງນາຍົກລັດຖະມົນຕີຖະແຫຼງໃນວານນີ້ວ່າ ຍັງມີອີກ 31 ຄົນທີ່ຍັງຄົງບໍ່ພົບຮ່ອງຮອຍ ຕໍ່ກັບພາລະກິດການຄົ້ນຫາຜູ້ປະສົບໄພພິບັດນ້ຳຖ້ວມກະທັນຫັນ ໃນວັນທີ 23 ກໍລະກົດທີ່ຜ່ານມາ ຍ້ອນສັນເຂື່ອນແຕກ ທີີ່ເມືອງສະໜາມໄຊ ແຂວງອັດຕະປື.ອຳນາດການປົກຄອງທີ່ກ່ຽວຂ້ອງໄດ້ຕັດສິນໃຈຢຸດເຊົາການຄົ້ນຫາຢ່າງເປັນທາງການສຳລັບຜູ້ທີ່ຍັງສູນຫາຍຫຼັງ ພາຍຫຼັງທີ່ພົບວ່າພາລະກິດບໍ່ມີຄວາມຄືບໜ້າ ແລະ ບໍ່ສາມາດຢືນຢັນຜູ້ປະສົບໄພທີ່ສູນຫາຍມາໄດ້ໄລຍະໜຶ່ງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ການພັດທະນາການແຈ້ງຂ່າວສານໄພພິບັດ

(ຂປລ) ວັນທີ 13 ຕຸລາຂອງແຕ່ລະປີ ແມ່ນວັນສາກົນເພື່ອການຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ ແລະ ວັນຄຸ້ມຄອງໄພພິບັດອາຊຽນ.ໃນ ສປປ ລາວ – ຕໍ່ກັບຜົນກະທົບຈາກພະຍຸເຂດຮ້ອນ ສົນຕິນ ແລະ ເບບິນກາ ແລະ ໄພນ້ຳຖ້ວມໃນທຸກໆແຂວງທົ່ວປະເທດ – ມື້ນີ້ເປັນໂອກາດອັນດີທິ່ຈະສົ່ງເສີມຄວາມຮູ້ໃຫ້ແກ່ມະຫາຊົນ ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ ເພື່ອຮັບປະກັນ ແລະ ສົ່ງເສີມການມີສ່ວນຮ່ວມຂອງໝົດທຸກຄົນ. ຄຳຂັວນໃນປີນີ້ “ການຫຼຸດຜ່ອນການສູນເສຍທາງດ້ານເສດຖະກິດຈາກໄພພິດ” ແມ່ນມີຄວາມໝາຍຄວາມສຳຄັນກວ່າທຸກໆປີ ແລະ ເປັນລາຍການທີ່ສຳຄັນໃນວາລະການຫາລື ສຳລັບ ສປປ ລາວ.ອ່ານຕໍ່ ...

ຂປລ

ຮອງນາຍົກຮຽກຮ້ອງໃຫ້ເລັ່ງມືປັບປຸງພື້ນຖານໂຄງລ່າງຂັ້ນພື້ນຖານສຳລັບຜູ້ປະສົບໄພນ້ຳຖ້ວມທີ່ອັດຕະປື

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເຈົ້າໜ້າທີ່ແຂວງອັດຕະປື ເລັ່ງມືໃນການ ຈັດສັນທີ່ດິນກະສິກຳ ແລະ ແນວພັນພືດສຳລັບຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

NLTPH
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!