ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ອັດຕະປືຮຽກຮ້ອງຜູ້ຮັບເໝົາໃຫ້ເລັ່ງມືຈັດສັນທີ່ຢູ່ອາໄສສຳລັບຜູ້ປະສົບໄພ

ອຳນາດການປົກຄອງແຂວງອັດຕະປືຮຽກຮ້ອງຜູ້ຮັບເໝົາໃຫ້ເລັ່ງມື ໃນການກໍ່ສ້າງທີ່ຢູ່ອາໄສຊົ່ວຄາວທີ່ເມືອງສະໜາມໄຊ ໃຫ້ສຳເລັດພາຍໃນເດືອນນີ້.ຕາມແຜນເບື້ອງຕົ້ນ ການກໍ່ສ້າງທີ່ຢູ່ອາໄສຊົ່ວຄາວສຳລັບຜູ້ປະສົບໄພຈາກເຂື່ອນ ເຊປຽນ ເຊນ້ຳນ້ອຍແຕກ ແມ່ນໃຫ້ສຳເລັດພາຍໃນເດືອນພະຈິກ 2018, ແຕ່ການກໍ່ສ້າງຍັງຄົງດຳເນີນມາຈົນເຖິງປະຈຸບັນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ນາຍົກເປັນຫ່ວງກ່ຽວກັບສະຫວັດດີການສຳລັບຜູ້ປະສົບໄພນ້ຳຖ້ວມ

ການກໍ່ສ້າງ ແລະ ການສ້ອມແປງທີ່ພັກອາໄສຊົ່ວຄາວ ແລະ ຖາວອນສຳລັບປະຊາຊົນທີ່ໄດ້ສູນເສຍທີ່ຢູ່ອາໄສ ຕ້ອງໄດ້ຮັບການເລັ່ງມື, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວເນັ້ນຕໍ່ອຳນາດການປົກຄອງແຂວງອັດຕະປືໃນວັນຈັນນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລັດຖະບານວາງແຜນຟື້ນຟູຫຼັງໄພພິບັດສຳລັບພື້ນທີ່ທີ່ໄດ້ຮັບຜົນກະທົບ

(ຂປລ) ລັດຖະບານກະກຽມ ແລະ ອະນຸມັດແຜນຟື້ນຟູຫຼັງໄພພິບັດ ເຊິ່ງຈະຈັດຕັ້ງປະຕິບັດໃນ 124 ເມືອງທີ່ໄດ້ຮັບຜົນກະທົບຈາກໄພິບັດ. ການຈັດຕັ້ງປະຕິບັດແຜນໃນບັນດາຕົວເມືອງທີ່ຖືກຜົນກະທົບດັ່ງກ່າວ ຈະນຳໃຊ້ງົບປະມານກວ່າ 3,166 ຕື້ກີບ.ອ່ານຕໍ່ ...

ບັນນາທິການ ຂປລ

UN ປະກາດໃຫ້ທຶນຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມໃນແຂວງຄຳມ່ວນ

ລາວໄດ້ຮັບທຶນຊ່ວຍເຫຼືອຈາກກອງທຶນຮັບມືເຫດສຸກເສີນສູນກາງຂອງອົງການສະຫະປະຊາຊາດ ເພື່ອຊ່ວຍເຫຼືອພາລະກິດເພື່ອມະນຸດສະທຳ ແລະ ການຮັບມືເຫດສຸກເສີນ ພາຍຫຼັງໄພນ້ຳຖ້ວມທີ່ຫາກໍ່ເກີດຂຶ້ນໃນໄລຍະຜ່ານມາໃນທົ່ວປະເທດ. ທຶນຊ່ວຍເຫຼືອລ້າຈຳນວນ 3.5 ລ້ານໂດລາສະຫະລັດນີ້ ຈະຖືກນຳໃຊ້ເຂົ້າໃນການຟື້ນຟູ ຫົກເມືອງຂອງແຂວງຄຳມ່ວນທີ່ໄດ້ຮັບຜົນກະທົບຮ້າຍແຮງ ຄື ເມືອງໜອງບົກ, ຫີນບູນ, ບົວລະພາ, ມະຫາໄຊ, ເຊບັ້ງໄຟ ແລະ ຍົມມະລາດ, ຕາມການລາຍງານຂອງຫ້ອງການອົງການ UNDP ໃນວັນຈັນແລ້ວນີ້.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ລັດຖະບານບໍ່ເຮັດຕາມສັນຍາໃນການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຈາກເຂື່ອນແຕກ

ຜູ້ລອດຊີວິດຈາກໄພພິບັດຈາກໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໃນເດືອນກໍລະກົດຜ່ານມາ ທີ່ຢູ່ແຂວງຈຳປາສັກ, ປະເທດລາວ ຍັງຄົງຮຽກຮ້ອງເງິນບັນເທົາທຸກຈາກລັດຖະບານທ້ອງຖິ່ນ ແລະ ສູນກາງ ຫຼັງຈາກທີ່ບໍ່ໄດ້ຮັບເງິນເບ້ຍລ້ຽງຕາມທີ່ໄດ້ຮັບສັນຍາມາເປັນເວລາສອງເດືອນ ຕາມການລາຍງານຂອງເຈົ້າໜ້າທີ່ທ້ອງຖິ່ນ.ສອງເດືອນກ່ອນ ລັດຖະບານໄດ້ຕົກລົງຈະຈ່າຍເບ້ຍລ້ຽງຈຳນວນ 12 ໂດລາຕໍ່ເດືອນໃຫ້ແກ່ຜູ້ປະສົບໄພຈາກເຂື່ອນແຕກ ເຊິ່ງໄດ້ທຳລາຍສູນເສຍທີ່ຢູ່ອາໄສ ແລະ ເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງໃນປະມານ 12 ບ້ານໃນພື້ນທີ່ລຸ່ມນ້ຳແຂວງຈຳປາສັກ ແລະ ອັດຕະປື.ອ່ານຕໍ່ ...

Max Avary

ລັດປະເມີນເງິນຊ່ວຍເຫຼືອທີ່ໄດ້ຮັບຫຼັງຈາກໄພນ້ຳຖ້ວມ

ລັດຖະບານໄດ້ຮັບເງິນບໍລິຈາກກວ່າ 20 ຕື້ກີບ, 93 ລ້ານບາດໄທ ແລະ 14 ລ້ານໂດລາສະຫະລັດຈາກຜູ້ບໍລິຈາກທັງພາຍໃນ ແລະ ຕ່າງປະເທດ ເພື່ອສົ່ງເສີມພາລະກິດບັນເທົາທຸກ ແລະຟື້ນຟູຫຼັງໄພພິບັດ ສຳລັບໄພນ້ຳຖ້ວມຄັ້ງຮ້າຍແຮງ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລັດຖະບານ ແລະ ຄູ່ຮ່ວມພັດທະນາກຽມຫາລືການຟື້ນຟູໄພພິບັດໃນກອງປະຊຸມໂຕະມົນປະຈຳປີ

(ຂປລ) ກອງປະຊຸມໂຕະມົນ, ກອງປະຊຸມໃຫຍ່ເພື່ອຫາລືກ່ຽວກັບນະໂຍບາຍ ແລະ ການຮ່ວມມືດ້ານການພັດທະນາຂອງ ສປປ ລາວ, ຈະຈັດຂຶ້ນທີ່ນະຄອນວຽງຈັນໃນວັນທີ 4-5 ທັນວານີ້.ກອງປະຊຸມໂຕະມົນແມ່ນນຳໂດຍກະຊວງແຜນການ ແລະ ການລົງທຶນ, ທັງລວມເອົາອົງການຈັດຕັ້ງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອລາຍງານຄວາມຄືບໜ້າ ແລະ ຫາລືກ່ຽວກັບວິທີການໃນການສ້າງຜົນປະໂຫຍດສູງສຸດຈາກການຮ່ວມມືດ້ານການພັດທະນາຂອງ ສປປ ລາວ.ອ່ານຕໍ່ ...

ຂປລ

ອາດເກີດໄພພິບັດຈາກເຂື່ອນຊ້ຳອີກໃນອາຊີຕາເວັນອອກສຽງໃຕ້ ຖ້ານັກລົງທຶນບໍ່ມີການຮັບປະກັນມາດຕະຖານທີ່ສູງກວ່າເດີມ

ໄພພິບັດຈາກເຂື່ອນໃນລາວໃນເດືອນກໍລະກົດທີ່ຜ່ານມາ ເຊິ່ງສົ່ງຜົນໃຫ້ເກີດໄພນ້ຳຖ້ວມໜັກໃນສອງແຂວງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ  ອີກ 7,000 ຄົນຕ້ອງອົບພະຍົບອອກຈາກທີ່ຢູ່ອາໄສ ເຮັດໃຫ້ທົ່ວທັງພາກພື້ນ ແລະ ສາກົນຫັນມາໃສ່ໃຈໃນໄພອັນຕະລາຍທີ່ອາດເກີດຂຶ້ນ ຍ້ອນການພັດທະນະເຂື່ອນພະລັງງານໄຟຟ້ານ້ຳຕົກໃນອາຊີຕາເວັນອອກສຽງໃຕ້ທີ່ກຳລັງແຜ່ຫຼາຍໃນປະຈຸບັນ.ນັກຊ່ຽວຊານກ່າວວ່າ ໄພພິບັດໃນລັກສະນະດຽວກັນມີທ່າອ່ຽງເກີດຂຶ້ນຊ້ຳອີກ ໃນບັນດາໂຄງການກໍ່ສ້າງເຂື່ອນຂະໜາດໃຫຍ່ທີ່ມີແຜນກໍ່ສ້າງ ຫຼື ພວມກຳລັງກໍ່ສ້າງຢູ່ຕາມລຳແມ່ນ້ຳຂອງສາຍຫຼັກໃນລາວ ແລະ ກຳປູເຈຍ ລວມເຖິງໂຄງການເຂື່ອນໄຟຟ້າອີກປະມານ 140 ແຫ່ງຢູ່ຕາມສາຂາຂອງແມ່ນ້ຳຂອງໃນລາວ.ອ່ານຕໍ່ ...

Roseanne Gerin

ຜົນຜະລິດເຂົ້ານາປີຂອງລາວປີນີ້ຫຼຸດຄາດຍ້ອນໄພນ້ຳຖ້ວມ

ວຽງຈັນ, 9 ພະຈິກ (ຊິນຫົວ) — ການຜະລິດເຂົ້ານາປີໃນລາວຄາດວ່າຈະຫຼຸດລົງປະມານ 300,000 ໂຕນ ຫຼັງຈາກໃນປີນີ້ຫຼາຍພາກໃນລາວໄດ້ປະສົບກັບໄພນ້ຳຖ້ວມ.ລັດຖະບານລາວ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົ່ງເສີມໃຫ້ຊາວນາຜະລິດເຂົ້ານາປີໃຫ້ໄດ້ປະມານ 3.5 ລ້ານໂຕນໃນລະດູຝົນປີນີ້, ແຕ່ວ່າເຈົ້າໜ້າທີ່ກ່ຽວຂ້ອງຄາດວ່າການເກັບກ່ຽວເຂົ້າໃນລະດູການນີ້ຈະໄດ້ພຽງ 3.2 ລ້ານໂຕນ ຕາມການລາຍງານຂອງສຳນັກທ້ອງຖິ່ນອ່ານຕໍ່ ...

ຫຼຽງຢູ

ບໍລິສັດຮຸນໄດມອບເງິນຊ່ວຍເຫຼືອ 100,000 ໂດລາ ເພື່ອບັນເທົາທຸກໄພນ້ຳຖ້ວມໃນລາວ

(ຂປລ) ບໍລິສັດຮຸນໄດມໍເຕີ ມອບເງິນຊ່ວຍເຫຼືອ 100,000 ໂດລາ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກໄພນ້ຳຖ້ວມທົ່ວທຸກພາກຂອງລາວ.ພິທີມອບຮັບທຶນຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນທີ່ນະຄອນວຽງຈັນ ໃນວັນທີ 24 ຕຸລາທີ່ຜ່ານມາ ລະຫວ່າງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ຊອຍ ຈິນຢຸກ ຜູ້ຈັດການໃຫຍ່ບໍລິສັດຮຸນໄດມໍເຕີປະຈຳພາກພື້ນອາຊີ.ອ່ານຕໍ່ ...

ບັນນາທິການ ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

fP7u9
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!