ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ໂຄງການ 'ເງິນເພື່ອວຽກ' ຈະສ້າງປະໂຫຍດໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຈະໄດ້ຮັບຜົນປະໂຫຍດຈາກໂຄງການ ‘ເງິນເພື່ອວຽກ’ ເຊິ່ງເປັນສ່ວນໜຶ່ງຂອງການຮ່ວມມືລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການສະຫະປະຊາດເພື່ອການພັດທະນາ.ໂຄງການດັ່ງກ່າວແມ່ນເລີ່ມແຕ່ປີ 2018 ເພື່ອຊ່ວຍເຫຼືອຄອບຄົວທີ່ອ່ອນໄຫວຕໍ່ໄພພິບັດທີ່ສຸດ ເຊັ່ນ ຊາວກະສິກອນທີ່ຕ້ອງເຊົ່າທີ່ດິນ ຫຼື ຜູ້ອອກແຮງງານທີ່ບໍ່ມີພື້ນທີ່ທຳການຜະລິດຂອງໂຕເອງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນສີ່ເມືອງຂອງແຂວງຄຳມ່ວນ ຄື ເມືອງມະຫາໄຊ, ຍົມມະລາດ, ຫີນບູນ ແລະ ໜອງບົກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລັດຖະບານສະເໜີວິທີທາງຕໍ່ໜ້າໃນການຟື້ນຟູຫຼັງໄພພິບັດ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງປະຊຸມປຶກສາຫາລືເພື່ອການຟື້ນຟູຫຼັງໄພພິບັດວານນີ້ ໄດ້ມີການພົບປະຂອງກົມກອງລັດຖະບານ ແລະ ຄູ່ຮ່ວມພັດທະນາ ເພື່ອຫາລືວິທີທາງໃນຕໍ່ໜ້າ ແລະ ສືບຕໍ່ຜົນການປະເມີນຄວາມຕ້ອງການຫຼັງໄພພິບັດ (PDNA) ທີ່ໄດ້ດຳເນີນໃນປີ 2018.ໃນປີຜ່ານມາ ລາວໄດ້ຜະເຊີນກັບໄພນ້ຳຖ້ວມທີ່ຮ້າຍແຮງທີ່ສຸດໃນຮອບທົດສະວັດ ເຊິ່ງໄດ້ສົ່ງຜົນກະທົບຕໍ່ປະຊາຊົນກວ່າ  600,000 ຄົນໃນທົ່ວ 17 ແຂວງ ແລະ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ທະນາຄານໂລກໃຫ້ທຶນຊ່ວຍເຫຼືອເພີ່ມເຕີມໃນການຟື້ນຟູຈາກໄພພິບັດສຳລັບ ສປປ ລາວ

(ຂປລ) ສອງໂຄງການຂອງທະນາຄານໂລກ, ເຊິ່ງປະຈຸບັນໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບຕໍ່ການປ່ຽນແປງຂອງສະພາບອາກາດ ແລະ ຊ່ວຍເຫຼືອພື້ນທີ່ທີ່ປະສົບໄພນ້ຳຖ້ວມ, ຈະໄດ້ຮັບທຶນຊ່ວຍເຫຼືອເພີ່ມເຕີມລວມທັງໝົດ  USD$50 ລ້ານໂດລາ.ທຶນຊ່ວຍເຫຼືອດັ່ງກ່າວຈະສະໜອງຜ່ານການຈັດສັນຊ່ອງເພື່ອທາງຮັບມືກັບວິກິດການ ຈາກສະມາຄົມເພື່ອການພັດທະນາສາກົນ (IDA), ເຊິ່ງເປັນກອງທຶນຂອງກຸ່ມທະນາຄານໂລກ ສຳລັບປະເທດທີ່ຕ້ອງການການຊ່ວຍເຫຼືອທີ່ສຸດ, ເຊິ່ງມີອະນຸມັດໃນວັນທີ 11 ມີນາ ໂດຍຄະນະຜູ້ບໍລິຫານທະນາຄານໂລກ.ອ່ານຕໍ່ ...

ຂປລ

ຍີ່ປຸ່ນບໍລິຈາກລົດສຸກເສີນ, ລົດດັບເພີງໃຫ້ໜ່ວຍກູ້ໄພ 1623 ວຽງຈັນ

(ຂປລ) ລັດຖະບານຍີ່ປຸ່ນມອບການຊ່ວຍເຫຼືອມູນຄ່າ USD 22,195 ໂດລາໃຫ້ແກ່ໜ່ວຍກູ້ໄພ 1623 ວຽງຈັນ, ຜ່ານໂຄງການຊ່ວຍເຫຼືອລ້າເພື່ອຮາກຖານຄວາມໝັ້ນຄົງຂອງມະນຸດ (GGP).ການຊ່ວຍເຫຼືອແມ່ນຢູ່ໃນຮູບຂອງການບໍລິຈາກລົດກູ້ໄພສຸກເສີນ ແລະ ລົດດັບເພີງ.ອ່ານຕໍ່ ...

ຂປລ

ຮອງນາຍົກລາວຊີ້ສາເຫດເຂື່ອນ PNPC ແຕກແມ່ນຍ້ອນການວາງແຜນບໍ່ດີ

ຮອງນາຍົກລັດຖະມົນຕີລາວຊີ້ແຈງວ່າ ຍ້ອນການວິໃຈດິນເຮັດບໍ່ໄດ້ດີຈຶ່ງເປັນສາເຫດໃຫ້ເຂື່ອນແຕກ, ເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນລາວ.ໃນກອງປະຊຸມກ່ຽວກັບນະໂຍບາຍສິ່ງແວດລ້ອມໃນອາທິດແລ້ວນີ້, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ເຊິ່ງເປັນຫົວໜ້າຄະນະກຳມະການສືບສວນສອບສວນ ຫາສາເຫດທີ່ເຮັດໃຫ້ເກີດໄພພິບັດຈາກໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ (PNPC), ລະບຸສາເຫດຂອງເຂື່ອນແຕກແມ່ນມາຈາກການຂາດການກວດກາຢ່າງເຂັ້ມງວດ.ອ່ານຕໍ່ ...

ພູວົງ

ເຈົ້າໜ້າທີ່ປະເມີນສະຖານະການໄຟປ່າທີ່ພູພະນັງ

ອຳນາດການປົກຄອງເມືອງສັງທອງ ນະຄອນຫຼວງວຽງຈັນ ກຳລັງທຳການປະເມີນຂອບເຂດການທຳລາຍລ້າງຂອງໄຟປ່າ ໃນປ່າສະຫງວນແຫ່ງຊາດພູພະນັງ ໃນອາທິດຜ່ານມາ.ເຈົ້າໜ້າທີ່ເມືອງກ່າວວ່າຂໍ້ມູນທາງການກ່ຽວກັບຄວາມເສຍຫາຍ ແລະ ມາດຕະການປ້ອງກັນໃນຕໍ່ໜ້າຍັງຢູ່ໃນໄລຍະການປະເມີນ.ທ່ານຮ້ອຍເອກ ອຳລາ ສິງສະໄໝ ຕາງໜ້າອຳນາດການປົກຄອງທີ່ຮັບຜິດຊອບການຄວບຄຸມໄຟປ່າ ໄດ້ລາຍງານຜ່ານໜັງສືພີມປະເທດລາວວ່າ ນັບແຕ່ວັນທີ 7 ມີນາເປັນຕົ້ນມາ ໄຟປ່າໄດ້ເຜົາທຳລາຍພື້ນທີ່ປ່າໄມ້ແລ້ວ 95 ​ເຮັກຕາໃນ 9 ບ້ານໃນເຂດພູພະນັງ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຜູ້ປະສົບໄພນ້ຳຖ້ວມໃນແຂວງອັດຕະປືໄດ້ຮັບເຂົ້າສານຊ່ວຍເຫຼືອ 2,221 ໂຕນ

ລັດຖະບານລາວໄດ້ຮັບເຂົ້າສານຈຳນວນ 2,221 ໂຕນ ລວມມູນຄ່າກວ່າ 16 ຕື້ກີບຈາກກອງທຶນເຂົ້າສຳລັບພາວະສຸກເສີນອາຊຽນບວກສາມ (APTERR+3) ເພື່ອແຈກຈ່າຍໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມໃນແຂວງອັດຕະປື.ປະເທດສະມາຊິກອາຊຽນແຕ່ລະປະເທດແມ່ນມີກອງທຶນເຂົ້າສຸກເສີນຂອງຕົນ, ແລະ ກອງທຶນເຂົ້າຂອງລາວແມ່ນມາຈາກຄັງສຳຮອງເຂົ້າແຫ່ງຊາດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕີມໍເລັສ໌ເຕບໍລິຈາກເງິນ US$ 750,000 ໂດລາເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນພາກໃຕ້ຂອງລາວ

(ຂປລ) ລັດຖະບານຕີມໍເລັສ໌ເຕ ໄດ້ບໍລິຈາກເງິນ US$ 750,000 ໂດລາເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປືຂອງລາວ.ພິທີມອບເງິນຊ່ວຍເຫຼືອດັ່ງກ່າວໄດ້ມີຂຶ້ນທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ນະຄອນວຽງຈັນ ໃນວັນທີ 6 ມີນານີ້ ລະຫວ່າງທ່ານນາງ ນາຕາເລຍ ຄາຣັສຄາລາວ ອັນຕູນ ເອກອັກຄະລັດຖະທູດຕີມໍເລັສ໌ເຕປະຈຳລາວ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.ອ່ານຕໍ່ ...

ຂປລ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອພາລະກິດຟື້ນຟູຫຼັງໄພນ້ຳຖ້ວມ

ລັດຖະບານຍີ່ປຸ່ນຈະໃຫ້ທຶນຊ່ວຍເຫຼືອລາວ  850 ລ້ານເຢັນ (ປະມານ US$7.6 ລ້ານໂດລາ) ເພື່ອສະໜັບສະໜູນກິດຈະກຳການຊ່ວຍເຫຼືອຊຸມຊົນທ້ອງຖິ່ນໃນທົ່ວປະເທດ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນປີຜ່ານມາ.ປີກາຍນີ້ ປະເທດລາວໄດ້ປະສົບກັບສະພາບຝົນຕົກໜັກໃນຊ່ວງເດືອນກໍລະກົດເຖິງກັນຍາ, ລວມທັງໄດ້ຮັບອິດທິພົນຈາກພະຍຸລະດູຮ້ອນສອງຫົວ, ສົ່ງຜົນໃຫ້ເກີດຄວາມເສຍຫາຍເປັນບໍລິເວນກວ້າງໃນທົ່ວປະເທດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເກົາຫຼີໃຕ້ອະນຸມັດເງິນຊ່ວຍເຫຼືອ US$15 ລ້ານໂດລາ ຟື້ນຟູຫຼັງໄພພິບັດນ້ຳຖ້ວມທີ່ແຂວງອັດຕະປື

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເກົາຫຼີໃຕ້ອະນຸມັດງົບປະມານ US$15 ລ້ານໂດລາ (ປະມານ 128 ຕື້ກີບ) ເພື່ອຈັດຕັ້ງປະຕິບັດແຜນຟື້ນຟູຫຼັງໄພພິບັດນ້ຳຖ້ວມ ແລະ ຊ່ວຍເຫຼືອປະຊາຊົນທີ່ປະສົບໄພທີ່ເມືອງສະໜາມໄຊ ແຂວງອັດຕະປື.ໃນກອງປະຊຸມຕໍ່ສື່ມວນຊົນທີ່ວຽງຈັນວານນີ້, ທ່ານ ຊິນ ຊຸງຊຸນ ເອກະອັກຄະລັດຖະທູດສາທາລະນະລັດເກົາຫຼີປະຈຳລາວໄດ້ກ່າວວ່າ ລັດຖະບານ ສ ເກົາຫຼີ ໄດ້ອະນຸມັດງົບປະມານ US$15 ລ້ານໂດລາສຳລັບການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການໃນປີນີ້ ເພື່ອຊ່ວຍເຫຼືອໃນແຂວງອັດຕະປື.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

B5VK4
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!