ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ນັກສືບສວນ: ການແຕກຂອງເຂື່ອນໃນລາວ ບໍ່ແມ່ນເຫດສຸດວິໄສ

ວຽງຈັນ (ວຽງຈັນທາມສ໌/ANN) – ການແຕກຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ຢູ່ແຂວງອັດຕະປື ປີກາຍນີ້ ບໍ່ນັບວ່າເປັນເຫດສຸດວິໄສ, ເຈົ້າໜ້າທີ່ການນຳລັດຖະບານກ່າວວານນີ້.ຮອງປະທານຄະນະກຳມະການສືບສວນສອບສວນແຫ່ງຊາດ (NIC) ເຊິ່ງຈັດຕັ້ງໂດຍລັດຖະບານ ເພື່ອທຳການສວບສວນຫາສາເຫດຂອງໄພພິບັດດັ່ງກ່າວ ເຊິ່ງເຮັດໃຫ້ມີຊາວບ້ານລົ້ມຕາຍຫຼາຍສິບ ແລະ ອີກຫຼາຍພັນຕ້ອງສູນເສຍທີ່ຢູ່ອາໄສ, ຄະນະກຳມະການເຜີຍຜົນການສືບສວນສອບສວນໃນກອງປະຊຸມສື່ມວນຊົນ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ສາເຫດເຂື່ອນແຕກຢູ່ລາວແມ່ນຍ້ອນການນຳໃຊ້ດິນ: ຕາມຊ່ຽວຊານດ້ານນ້ຳ

ວິທີການກໍ່ສ້າງທີ່ມີຄຸນນະພາບຕ່ຳ ໂດຍການນຳໃຊ້ດິນແທນຊີມັງ ແມ່ນສາເຫດຂອງເຂື່ອນແຕກຢູ່ລາວປີກາຍນີ້, ທີມຊ່ຽວຊານດ້ານນ້ຳສະຫຼຸບ, ເຊິ່ງຂັດກັບຂໍ້ສະຫຼຸບຂອງບໍລິສັດເກົາຫຼີໃຕ້ ທີ່ເປັນຜູ້ດຳເນີນໂຄງການ.ໄພພິບັດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເມືຶ່ອໜຶ່ງໃນສັນເຂື່ອນຂອງໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໄດ້ພັງລົງ ພາຍຫຼັງມີຝົນຕົນໜັກ ເຮັດໃຫ້ກະແສນ້ຳໄຫຼຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນຢູ່ແຂວງຈຳປາສັກ ແລະ ອັດຕະປື, ທັງມີຜູ້ສູນຫາຍອີກຈຳນວນໜຶ່ງ.ອ່ານຕໍ່ ...

Max Avary

ການແຕກຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ບໍ່ແມ່ນເຫດສຸດວິໄສ, ຕາມບົດລາຍງານ

(ຂປລ) ຜົນການສືບສວນສອບສວນ ໂດຍທີມຜູ້ຊ່ຽວຊານມືອາຊີບອິດສະຫຼະ ໃຫ້ຮູ້ວ່າຕົ້ນຕໍສາເຫດຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກບໍ່ແມ່ນເຫດສຸດວິໄສ.ໃນວັນອັງຄານຜ່ານມາ ຄະນະກຳມະການສືບສວນສອບສວນແຫ່ງຊາດໄດ້ເປີດເຜີຍຜົນຂອງການສືບສວນສອບສວນ ເຊິ່ງດຳເນີນໂດຍທີມຜູ້ຊ່ຽວຊານອິດສະຫຼະ (IEP).ອ່ານຕໍ່ ...

ຂປລ

ສົງໄສການລັກລອບວາງເພີງເປັນສາເຫດໃຫ້ເກີດໄຟໃໝ້ປ່າໃນເຂດປ່າສະຫງວນແຫ່ງຊາດຂອງລາວ

ບໍ່ແກ້ວ, ລາວ (ວຽງຈັນທາມສ໌/ANN) – ການລັກລອບວາງເພີງເປັນສາເຫດໃຫ້ເກີດຄວາມເສຍຫາຍຕໍ່ພື້ນທີ່ປ່າໄມ້ເກືອບ 1,000 ເຮັກຕາ ຫຼັງຈາກທີ່ໄຟປ່າໄດ້ໃໝ້ລາມເຂົ້າເຂດປ່າສະຫງວນແຫ່ງຊາດນ້ຳຄານ ແຂວງບໍ່ແກ້ວ.ທ່ານຄຳເຫຼັກ ແສນຄຳວາງ ເຈົ້າໜ້າທີ່ປ່າສະຫງວນແຫ່ງຊາດດັ່ງກ່າວ ໄດ້ບອກກັບໜັງສືພິມວຽງຈັນທາມສ໌ວ່າ ນັບແຕ່ວັນທີ 10 ພຶດສະພາເປັນຕົ້ນມາ ໄຟປ່າໄດ້ເຜົາທຳລາຍພື້ນທີ່ປ່າໄມ້ເກືອບ 1,000 ເຮັກຕາແລ້ວໃນຂົງເຂດສາມບ້ານ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຂໍ້ຈຳກັດດ້ານງົບປະມານເປັນອຸປະສັກຂັດຂວາງຕໍ່ການຄຸ້ມຄອງໄພທຳມະຊາດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນປີຜ່ານມາລາວໄດ້ພະຍາຍາມຫຼຸດຜ່ອນຜົນກະທົບຂອງໄພພິບັດທາງທຳມະຊາດ ແຕ່ຍັງຜະເຊີນກັບສີ່ງທ້າທາຍຈຳນວນໜຶ່ງເຊັ່ນ ຂໍ້ຈຳກັດດ້ານງົບປະມານ.ເຈົ້າໜ້າທີ່ແຮງງານຍອມຮັບວ່າ ພວກເຂົາມີຄວາມກັງວົນວ່າຈະບໍ່ສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ ເນື່ອງຈາກຂໍ້ຈຳກັດດ້ານງົບປະມານໃນປະຈຸບັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ການຟື້ນຟູພື້ນຖານໂຄງລ່າງເມືອງສະໜາມໄຊທີ່ປະສົບອຸທົກກະໄພພວມກຳລັງດຳເນີນ

ອັດຕະປື, ລາວ (ວຽງຈັນທາມສ໌/ANN) – ການຟື້ນຟູສ້ອມແປງຖະໜົນ ແລະ ການສ້າງຮ່ອງລະບາຍນ້ຳໃນເມືອງສະໜາມໄຊ ແຂວງອັດຕະປືທີ່ປະສົບໄພນ້ຳຖ້ວມ ພວມກຳລັງດຳເນີນຕາມແຜນ.ບົດລາຍງານຄວາມຄືບໜ້າໄດ້ມີການນຳສະເໜີຕໍ່ທ່ານນາງ ວິໄລຄຳ ໂພສະລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງ ທີ່ໄດ້ລົງຢ້ຽມຢາມພຶ້ນທີ່ໃນອາທິດແລ້ວນີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ

ພະຍຸຝົນພັດຜ່ານລາວ, ສ້າງຄວາມເສຍຫາຍໃຫ້ເຮືອນຊານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຮືອນຊານ ແລະ ສຳນັກງານຕ່າງໆໄດ້ຖືກທຳລາຍ ຫຼື ເສຍຫາຍ ຫຼັງຈາກທີ່ພະຍຸຝົນພັດຜ່ານປະເທດລາວໃນອາທິດຜ່ານມາ.ອົມອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ພາຍໃຕ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງເຕືອນກ່ຽວກັບສະພາບອາກາດທີ່ຮ້າຍແຮງທີ່ອາດເກີດຂຶ້ນທາງພາກເໜືອ ແລະ ພາກກາງຂອງລາວໃນຊ່ວງວັນທີ 25-27 ເມສາ. ເຊິ່ງຄຳເຕືອນດັ່ງກ່າວແມ່ນກ່ຽວກັບພະຍຸຝົນຟ້າຄະນອງ, ລົມແຮງ, ໝາກເຫັບຕົກ ແລະ ຝົນຕົກແຮງ ທີ່ອາດເກີດຂຶ້ນທີ່ນະຄອນຫຼວງວຽງຈັນ, ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ໄຊສົມບູນ, ສະຫວັນນະເຂດ, ຄຳມ່ວນ ແລະ ບໍລິຄຳໄຊ.ອ່ານຕໍ່ ...

ໂຕະຂ່າວ

UNDP ໃຫ້ທຶນເກືອບ US$1 ລ້ານໂດລາ ເພື່ອການຟື້ນຟູຫຼັງໄພພິບັດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳລາວ ຈະໃຫ້ທຶນຊ່ວຍເຫຼືອ US$ 955,964 ໂດລາ ເພື່ອປັບປຸງສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນທົ່ວປະເທດ.ການຊ່ວຍເຫຼືອດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການ “ສ້າງຄວາມສາມາດໃນການຟື້ນຟູທີ່ສາມາດຮອງຮັບຕໍ່ໄພພິບັດ” ແຕ່ປີ 2017-2021 ພາຍໃຕ້ການຮ່ວມມືກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ລຸກຊຳບວກສະໜັບສະໜູນພາລະກິດການຟື້ນຟູຫຼັງໄພພິບັດໃນລາວ

(ຂປລ) ລັດຖະບານລຸກຊຳບວກ ໃຫ້ການສະໜັບສະໜູນໂຄງການສ້າງຄວາມສາມາດເພື່ອການຟື້ນຟູຫຼັງໄພພິບັດ ມູນຄ່າປະມານ US$ 981,000 ໂດລາ.ລັດຖະບານລາວໄດ້ຮ່ວມສະໜັບສະໜູນທຶນຈຳນວນ US$ 219,928 ໂດລາຂອງມູນຄ່າໂຄງການທັງໝົດ ເຊິ່ງຈະຈັດຕັ້ງປະຕິບັດຢູ່ໃນລະດັບສູນກາງ ແລະ ທ້ອງຖິ່ນ ແລະລວມມີການວາງແຜນເພື່ອຫຼຸດຜ່ອນຄວາມສ່ຽງໄພ ແລະ ການສ້າງຄວາມສາມາດໃຫ້ແກ່ຊຸມຊົນຫຼັງໄພພິບັດ.ໂຄງການດັ່ງກ່າວຈະຈັດຕັ້ງປະຕິບັດຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ, ແລະ ເມືອງຄົງເຊໂດນ ແຂວງສາລະວັນ.ອ່ານຕໍ່ ...

ຂປລ

ແຂວງຈຳປາສັກວອນຂໍຄວາມຊ່ວຍເຫຼືອສຳລັບເຫດໄຟໃໝ້ເຮືອນປະຊາຊົນ 22 ຫຼັງ

ອຳນາດການປົກຄອງແຂວງຈຳປາສັກຈະສືບຕໍ່ຂໍຄວາມຊ່ວຍເຫຼືອເປັນປັດໄຈ ແລະ ອຸປະກອນການກໍ່ສ້າງ ທີ່ຈຳເປັນເລັ່ງດ່ວນສຳລັບປະຊາຊົນບ້ານນາພູຄຳ ເມືອງຊະນະສົມບູນ ຫຼັງຈາກເຫດອັກຄີໄພໃນ 22 ຫຼັງຄາເຮືອນໃນອາທິດແລ້ວນີ້.ເຖິງຈະບໍ່ມີຜູ້ເສຍຊີວິດຈາກເຫດອັກຄີໄພດັ່ງກ່າວ, ກໍມີຜູ້ໄດ້ຮັບບາດເຈັບສາຫັດໜຶ່ງຄົນ.ນາຍບ້ານ ຄຳແສນ ສວນມະນີ ໄດ້ບອກຕໍ່ຜູ້ສື່ຂ່າວວຽງຈັນທາມສ໌ວ່າ ອັກຄີໄພດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 14 ເມສາ, ສັນນິຖານວ່າເກີດຂຶ້ນໃນຂະນະຄົວກິນ, ປະເມີນຜົນເສຍຫາຍແມ່ນປະມານ 2 ຕື້ກີບ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5cVRF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!