ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ລັດຖະບານມອບເຄື່ອງຊ່ວຍເຫຼືອສຸກເສີນໃຫ້ແກ່ເຂດທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມພາກໃຕ້

ໃນອາທິດແລ້ວນີ້ ເຈົ້າໜ້າທີ່ລັດຖະບານ ແລະ ທະຫານໄດ້ນຳໃຊ້ເຮືອບິນ ແລະ ລົດບັນທຸກຂອງກອງທັບປະຊາຊົນລາວ ເພື່ອລຳລຽງເຄື່ອງຊ່ວຍເຫຼືອສຸກເສີນ ເຊັ່ນນ້ຳດື່ມ, ອາຫານ, ເຮືອ, ເຕັ້ນທີ່ພັກ ແລະ ເຄື່ອງໃຊ້ສອຍປະຈຳວັນທີ່ຈຳເປັນ ໄປມອບໃຫ້ແກ່ປະຊາຊົນຫົກແຂວງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.ພະຍຸໝູນເຂດຮ້ອນໂພດູ ແລະ ລະບົບສະພາບອາກາດທີ່ກ່ຽວຂ້ອງ ທີ່ພັດຜ່ານພາກໃຕ້ ແລະ ພາກກາງຂອງລາວມາແຕ່ທ້າຍເດືອນສິງຫາ ເຮັດໃຫ້ເກີດຝົນຕົນໜັກຕິດຕໍ່ກັນ, ສົ່ງຜົນໃຫ້ເກີດໄພນ້ຳຖ້ວມເປັນບໍລິເວນກວ້າງຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ຈຳປາສັກ ແລະ ເຊກອງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ປະຊາຊົນ 122,800 ກວ່າຄົວເຮືອນ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ພາກໃຕ້ຂອງລາວ

(ຂປລ) ປະຊາຊົນ 122,800 ກວ່າຄົວເຮືອນໃນຫົກແຂວງ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ພາກໃຕ້ຂອງລາວ ເຊິ່ງຜູ້ເສຍຊີວິດລວມ 14 ຄົນ, ຕາມການລາຍງານຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ.ຫົກແຂວງທີ່ໄດ້ຮັບຜົນກະທົບລວມມີ ແຂວງຄຳມ່ວນ, ສະຫວັນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.ແຂວງຈຳປາສັກມີຜູ້ເສຍຊີວິດ 5 ຄົນ, ແຂວງອັດຕະປື 4 ຄົນ, ແຂວງສະຫວັນນະເຂດ 3 ຄົນ ແລະ ແຂວງສາລະວັນ 2 ຄົນ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48007

ນ້ຳຖ້ວມຢູ່ພາກໃຕ້ ມີສອງຜູ້ເສຍຊີວິດ ແລະ ສອງຜູ້ສູນຫາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນສອງຄົນເສຍຊີວິດ ແລະ ອີກສອງຄົນສູນຫາຍ, ໃນຂະນະ 54,000 ຄົວເຮືອນໃນຫົກແຂວງຂອງລາວ ໄດ້ຮັບຜົນກະທົບຈາກອິດທິພົນຂອງພະຍຸ ເຮັດໃຫ້ເກີດນ້ຳຖ້ວມເປັນບໍລິເວນກວ້າງ.ພະຍຸເຂດຮ້ອນໂພດູ ແລະ ສະພາບອາກາດທີ່ຮຸນແຮງທີ່ພັດປົກຄຸມພາກໃຕ້ ແລະ ພາກກາງຂອງລາວ ມາຕັ້ງແຕ່ທ້າຍເດືອນສິງຫາທີ່ຜ່ານມາ ເຮັດໃຫ້ເກີດຝົນຕົກຢ່າງຕໍ່ເນື່ອງ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/two-killed-two-missing-flood-hit-south-103544

ນ້ຳຖ້ວມປີກາຍເຮັດໃຫ້ລາຄາເຂົ້າຂຶ້ນສອງເທົ່າ

ລາຄາເຂົ້າສານໜຽວປັບຕົວສູງຂຶ້ນໃນລາວ, ຍ້ອນໄພນ້ຳຖ້ວມຄັ້ງໃຫຍ່ໃນດິນແດນທີ່ອຸດົມສົມບູນທີ່ສຸດໃນພາກພື້ນ ແລະ ສາເຫດອື່ນໆທີ່ກ່ຽວຂ້ອງ, ຄຽງຄູ່ກັນລາຄາອາຫານສ່ວນໃຫຍ່ທີ່ປັບຕົວສູງຂຶ້ນ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຼິກາໃນຈີນ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ໃນຊ່ວງປີຜ່ານມາ.ເຈົ້າຂອງຮ້ານຂາຍເຂົ້າຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ລາຄາເຂົ້າສານແມ່ນເພີ່ມຂຶ້ນສອງເທົ່າ. ບາງເທື່ອອາດຂຶ້ນເຖິງສາມເທົ່າຕົວ. ປະຈຸບັນຢູ່ນະຄອນຫຼວງ ລາຄາເຂົ້າສານໜຽວໜຶ່ງໝື່ນແມ່ນຢູ່ທີ່ $13 ໂດລາ, ເພີ່ມຂຶ້ນຈາກ $7 ໂດລາໃນທ້າຍປີກາຍ.”ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-sticky-rice-price-increase-09052019094704.html

ຫຼາຍແຂວງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເປັນບໍລິເວນກວ້າງຫຼັງຈາກຝົນຕົກໜັກຕໍ່ເນື່ອງ

ວຽງຈັນ (ວຽງຈັນທາມສ໌/ANN) – ຫຼາຍແຂວງທາງພາກກາງ ແລະ ພາກໃຕ້ຂອງລາວກຳລັງຜະເຊີນກັບໄພນ້ຳຖ້ວມຢ່າງໜັກ ຫຼັງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເນື່ອງຈາກຜົນຂອງພະຍຸເຂດຮ້ອນ, ເສຍຫາຍໜັກສຸດແມ່ນຢູ່ແຂວງສາລະວັນ.ແຂວງຈຳປາສັກ, ສາລະວັນ, ເຊກອງ,​ ສະຫວັນນະເຂດ, ຄຳມ່ວນ ແລະ ອັດຕະປືແມ່ນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວນລະດັບຕ່າງໆ, ປະຊາຊົນຫຼາຍພັນຄົນຕ້ອງການອາຫານ ແລະ ນ້ຳດື່ມ, ໃນຂະນະທີ່ບາງເຂດກໍຕ້ອງການເຮືອເພື່ອເຂົ້າພື້ນທີ່.ອ່ານຕໍ່ A temple underwater in Khammouane Province A man carries wife through floodwaters in a basket Soldiers assist in the evacuation of villagers in Salavan A flooded roadway in Sekong Province Champasack ...

ສີລັດດາ ສຸລິຍົງ
http://annx.asianews.network/content/provinces-suffering-after-torrential-rain-causes-widespread-flooding-103443

ຂອນໄມ້ຊ່ວຍຊີວິດຊາວປະມົງທີ່ຕິດເກາະຢູ່ກາງແມ່ນ້ຳຂອງ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ຊາວປະມົງທີ່ຕິດເກາະຢູ່ໂຂດຫີນກາງແມ່ນ້ຳຂອງ ເມືອງໂຂງ ແຂວງຈຳປາສັກ ໃນວັນຈັນຜ່ານມານີ້ໄດ້ຮັບການຊ່ວຍເຫຼືອໃນຕອນ 2 ໂມງເຊົ້າຂອງວັນພຸດນີ້.ຊາວປະມົງດັ່ງກ່າວເຊິ່ງຢືນຢັນຕົວວ່າແມ່ນທ້າວ ປອງ ອາຍຸ 41 ປີ ຢູ່ບ້ານພຽງດີ ໄດ້ຖືກນຳສົ່ງໄປສຸກສາລາໃນທ້ອງຖິ່ນທັນທີເພື່ອກວດສຸຂະພາບ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/driftwood-saves-fisherman-stranded-middle-mekong-103444

ພາກໃຕ້ຂອງລາວປະສົບໄພນ້ຳຖ້ວມຮ້າຍແຮງ, ແຂວງສາລະວັນຕ້ອງການການຊ່ວຍເຫຼືອເລັ່ງດ່ວນ

ພາກໃຕ້ຂອງລາວໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຮ້າຍແຮງ ຫຼັງຈາກພະຍຸເຂດຮ້ອນພັດເຂົ້າຕິດຕໍ່ກັນສອງລູກ.ພື້ນທີ່ໄດ້ຮັບຜົນກະທົບລວມມີແຂວງຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ສະຫວັນນະເຂດ. ປະຊາຊົນໃນພື້ນທີ່ໄດ້ຮັບຜົນກະທົບຮ້າຍແຮງ ແລະ ພະຍາຍາມດິ້ນຮົນເພື່ອປົກປ້ອງທີ່ຢູ່ອາໄສ, ສັດລ້ຽງ ແລະ ເຄື່ອງປູກຂອງຕົນ. 75 ໃນຈຳນວນ 124 ບ້ານຂອງແຂວງສາລະວັນປະສົບກັບໄພນ້ຳຖ້ວມ. ໃນນັ້ນ 41 ບ້ານແມ່ນຂາດການຕິດຕໍ່ກັບເຈົ້າໜ້າທີ່ ແລະ ບໍ່ສາມາດເຂົ້າເຖິງໄດ້.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/09/04/severe-floods-hit-southern-laos-salavanh-in-need-of-urgent-assistance/

ຫຼາຍແຂວງຂອງລາວປະສົບໄພນ້ຳຖ້ວມໃນເຂດທີ່ຢູ່ອາໄສ ແລະ ພື້ນທີ່ກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຫຼາຍແຂວງຂອງລາວກຳລັງປະສົບກັບໄພນ້ຳຖ້ວມ ຫຼັງຈາກມີຝົນຕົກໜັກຕິດຕໍ່ກັນ, ເຮັດໃຫ້ເຮືອນຊານທີ່ຢູ່ອາໄສ, ໄຮ່ນາຮົ້ວສວນ ແລະ ພື້ນທີ່ກະສິກຳຈົມຢູ່ໃຕ້ນ້ຳເປັນບາງສ່ວນ.ໂດຍສະພາະແມ່ນແຂວງເຊກອງໄດ້ຮັບຜົນກະທົບໜັກ ແລະ ລະດັບນ້ຳໃນແມ່ນ້ຳເຊກອງເພີ່ມຂື້ນຮອດ 12 ແມັດ, ຈໍ່ເຖິງລະດັບເຕືອນໄພ 13 ແມັດ, ຕາມການລາຍງານຂອງທ່ານ ບຸນທອງ ສີດອນຄົງ ເຈົ້າໜ້າທີ່ແຂວງ ຜ່ານສຳນັກຂ່າວວຽງຈັນທາມສ໌ໃນວັນອັງຄານນີ້.ອ່ານຕໍ່  ...

ສີລັດດາ ສຸລິຍົງ
http://annx.asianews.network/content/floodwater-inundates-houses-farms-provinces-103348

ພະຍຸຝົນພັດຖະຫຼົ່ມສ້າງຄວາມເສຍຫາຍໃນພາກກາງຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຫຼາຍພື້ນທີ່ໃນແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນໄດ້ປະສົບໄພນ້ຳຖ້ວມ ພາຍຫຼັງພະຍຸເຂດຮ້ອນໂພດູພັດກະໜ່ຳໃນທ້າຍອາທິດຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດໜຶ່ງຄົນ ແລະ ສ້າງຄວາມເສຍຫາຍຢ່າງກວ້າງຂວາງຕໍ່ພື້ນທີ່ໄຮ່ນາ.ໄພນ້ຳຖ້ວມໄດ້ເກີດຂຶ້ນໃນຫຼາຍພາກຂອງປະເທດລາວ ພາຍຫຼັງກົມອຸຕຸນິຍົມວິທະນາ ແລະ ອຸທຸກະສາດ ພາຍໃຕ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງເຕືອນ 15​ ແຂວງໃຫ້ເຝົ້າລະວັງຝົນຕົກໜັກ ແລະ ລົມພັດແຮງ ເນື່ອງຈາກຜົນຂອງພະຍຸດັ່ງກ່າວແຕ່ວັນທີ 29 ສິງຫາ ເຖິງ 1 ກັນຍານີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/storm-wreaks-havoc-central-lao-provinces-103256

ແຂວງຫົວພັນເລັ່ງຄົ້ນຫາຫົກຜູ້ສູນຫາຍຈາກເຫດດິນເຈື່ອນ

ອຳນາດການປົກຄອງແຂວງຫົວພັນກຳລັງເລັ່ງມືໃນການຄົ້ນຫາຫົກຜູ້ສູນຫາຍຈາກເຫດດິນເຈື່ອນທັບເຮືອນປະຊາຊົນສອງຫຼັງຢູ່ບ້ານຫີນດຳ ເມືອງວຽງໄຊໃນວັນທີ 13 ສິງຫາ.ຈາກເຫດດັ່ງກ່າວ ມີລາຍງານຜູ້ສູນຫາຍທັງໝົດເຈັດຄົນ. ແຕ່ຈາກການຄົ້ນຫາເປັນເວລາຫຼາຍວັນ ໄດ້ມີການພົບສົບ ແລະ ຢືນຢັນຕົວຕົນຂອງຜູ້ປະສົບເຄາະຈາກເຫດດັ່ງກ່າວພຽງແຕ່ໜຶ່ງຄົນ. ເຫດດິນເຈື່ອນດັ່ງກ່າວແມ່ນເກີດຂຶ້ນຢູ່ແຄມແມ່ນ້ຳ ເຊິ່ງຕັ້ງຢູ່ເຂດຊາຍແດນລະຫວ່າງລາວ  ແລະ ຫວຽດນາມ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

pwGAn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!