ໄພພິບັດ
ໄພນ້ຳຖ້ວມ
ນາໆຊາດສະແດງຄວາມເຫັນອົກເຫັນໃຈ ແລະ ຄວາມຫວັງໃນການຟື້ນຟູໂດຍໄວຫຼັງຈາກເຫດໄພນ້ຳຖ້ວມ
ນາໆປະເທດຍັງຄົງສືບຕໍ່ສົ່ງສານສະແດງຄວາມເຫັນໃຈຕໍ່ລັດຖະບານລາວ ແລະ ບັນດາຄອບຄົວຜູ້ປະສົບໄພທີ່ຕ້ອງສູນເສຍທີ່ຢູ່ອາໄສຍ້ອນໄພນ້ຳຖ້ວມຈາກເຂື່ອນແຕກທີ່ແຂວງອັດຕະປື.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປືຮັບວັກແຊງປ້ອງກັນພະຍາດອະຫິວາ
ເມືອງສະໜາມໄຊ ແຂວງອັດຕະປື: ກະຊວງສາທາລະນະສຸກໄດ້ທຳການແຈກຢາຍວັກແຊງປ້ອງກັນພະຍາດອະຫິວາໃຫ້ແກ່ປະຊາຊົນຫຼາຍພັນຄົນ ທີ່ອາໄສຢູ່ໃນທີ່ພັກຊົ່ວຄາວທີ່ແອອັດ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດຮ້າຍແຮງທີ່ອາດເກີດຂຶ້ນ.ອ່ານຕໍ່ ...
ວິສິດ ເທບພະລັດ
ເຈົ້າໜ້າທີ່ຫາລືການຊ່ວຍເຫຼືອຕໍ່ເນື່ອງສຳລັບຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ
ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ພ້ອມດ້ວຍເຈົ້າໜ້າທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງຕ່າງໆທີ່ກ່ຽວຂ້ອງໄດ້ປະຊຸມກັນທີ່ວຽງຈັນເພື່ອຫາລືການຊ່ວຍເຫຼືອທີ່ໄດ້ມອບໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເຈົ້າໜ້າທີ່ທະຫານຫັນມາສຸມໃສ່ພາລະກິດບັນເທົາທຸກ ແລະ ຟື້ນຟູຫຼັງໄພນ້ຳຖ້ວມທີ່ແຂວງອັດຕະປື
ເມືອງສະໜາມໄຊ, ແຂວງອັດຕະປື: ຄະນະປະຕິບັດການຄົ້ນຫາ ແລະ ກູ້ໄພ ພາຍໃຕ້ຄວາມຮັບຜິດຊອບຂອງກອງທັບປະຊາຊົນລາວ ໄດ້ລາຍງານໃຫ້ຊາບໃນວັນສຸກແລ້ວນີ້ວ່າ ຈະທຳການງົດການປະຕິບັດການຄົ້ນຫາ ແລະ ກູ້ໄພ ແລະ ຫັນມາເລັ່ງໃສ່ວຽກງານບັນເທົາທຸກ ແລະ ຟື້ນຟູຫຼັງໄພພິບັດ.ອ່ານຕໍ່ ...
ວິສິດ ເທບພະລັດ
ສ້າງຫ້ອງຮຽນຊົ່ວຄາວເພື່ອປ່ຽນແທນໂຮງຮຽນທີ່ປະສົບໄພນ້ຳຖ້ວມ
ລັດຖະບານກຳລັງດຳເນີນການສ້ອມແປງບັນດາໂຮງຮຽນທີ່ໄດ້ຮັບຄວາມເສຍຫາຍຈາກນ້ຳຖ້ວມໃນທົ່ວປະເທດ ເພື່ອກະກຽມສຳລັບການເປີດສົກຮຽນໃໝ່ຕາມກຳນົດການ ເຊິ່ງຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 3 ກັນຍານີ້.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລັດຖະບານເນັ້ນໜັກການຊ່ວຍເຫຼືອບັນເທົາທຸກ ແລະ ການກໍ່ສ້າງທີ່ຢູ່ອາໄສສຳລັບຜູ້ປະສົບໄພ
ລັດຖະບານໄດ້ເນັ້ນໜັກການຈ່າຍເງິນຊ່ວຍເຫຼືອຕ້ອງເຖິງມືຊຸມຊົນເປົ້າໝາຍ ແລະ ຕ້ອງປະຕິບັດທຸກວິທີທາງເພື່ອເລັ່ງມືໃນການກໍ່ສ້າງທີ່ພັກອາໄສສຳລັບປະຊາຊົນທີ່ປະສົບໄພນ້ຳຖ້ວມ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ຜູ້ປະສົບໄພນ້ຳຖ້ວມຍັງຕ້ອງການເຄື່ອງບໍລິຈາກເພີ່ມເຕີມ
ເມືອງສະໜາມໄຊ ແຂວງອັດຕະປື: ຄະນະກຳມະການຄຸ້ມຄອງສາງຮຽກຮ້ອງໃຫ້ບັນດາສຳນັກງານອົງການ ແລະ ບຸກຄົນສືບຕໍ່ບໍລິຈາກເຄື່ອງອຸປະໂພກ ແລະ ບໍລິໂພກສຳລັບຜູ້ປະສົບໄພຫຼາຍພັນຄົນທີ່ຍັງຄົງອາໄສໃນທີ່ພັກຊົວຄາວຈົນມາເຖິງປະຈຸບັນ.ອ່ານຕໍ່ ...
ວິສິດ ເທບພະລັດ
ເຈົ້າໜ້າທີ່ທະຫານກັບສູ່ສູນບັນຊາການທີ່ອັດຕະປືຫຼັງນ້ຳລົງ
ເມືອງສະໜາມໄຊ ແຂວງອັດຕະປື: ວານນີ້ເຈົ້າໜ້າທີ່ທະຫານໄດ້ກັບຄືນສູ່ທີ່ຕັ້ງສູນບັນຊາການທີ່ບ້ານໃໝ່ ເພື່ອກະກຽມສືບຕໍ່ພາລະກິດການຄົ້ນຫາ ແລະ ກູ້ໄພ ຫຼັງຈາກທີ່ຕ້ອງຍ້າຍອອກຈາກສູນຍ້ອນນ້ຳຍຶ່ງຂຶ້ນຖ້ວມໃນວັນທີ 15 ສິງຫາຜ່ານມາ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ເຖິງວ່າລະດັບນ້ຳຂອງຈະຫຼຸດລົງແລ້ວ ແຕ່ປະຊາຊົນຍັງຕ້ອງມີສະຕິເຝົ້າລະວັງ
ເຖິງແມ່ນວ່າລະດັບນ້ຳໃນແມ່ນ້ຳຂອງຫຼຸດລົງເລັກນ້ອຍໃນມື້ວານນີ້ ປະຊາຊົນທີ່ອາໄສຢູ່ລຽບຕາມແຄມຝັ່ງໃນນະຄອນວຽງຈັນ ແລະ ພື້ນທີ່ລຸ່ມຕ່ຳໃນທົ່ວປະເທດຍັງຕ້ອງສືບຕໍ່ເຝົ້າລະວັງ ເນື່ອງຈາກຄາດຄະເນວ່າຈະມີຝົນຕົນເພີ່ມເຕີມໃນຕໍ່ໜ້າ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ທະຫານສືບຕໍ່ພາລະກິດຄົ້ນຫາຜູ້ສູນຫາຍ
ເມືອງສະໜາມໄຊ, ແຂວງອັດຕະປື: ເຈົ້າໜ້າທີ່ທະຫານໄດ້ທຳການສຳຫຼວດເສັ້ນທາງເພື່ອເຂົ້າເຖິງພື້ນທີ່ນ້ຳຖ້ວມຕັ້ງແຕ່ວັນຈັນທີ່ຜ່ານມາ ເພື່ອນຳອຸປະກອນ ແລະ ຍານພະຫານະເຂົ້າຊ່ວຍໃນພາລະກິດຄົ້ນຫາຜູ້ສູນຫາຍຫຼັງຈາກເຫດນ້ຳຖ້ວມກະທັນຫັນໃນວັນທີ 23 ກໍລະກົດ.ອ່ານຕໍ່ ...
ວິສິດ ເທບພະລັກ