ໄພພິບັດ
ໄພນ້ຳຖ້ວມ
ລັດຖະບານຕ້ອງການງົບ 6 ພັນຕື້ກີບສຳລັບຟື້ນຟູຈາກໄພພິບັດ
ລັດຖະບານຄາດຄະເນວ່າຈະຕ້ອງນຳໃຊ້ງົບປະມານ 6 ພັນຕື້ກີບ ເພື່ອຟື້ນຟູຄວາມເສຍຫາຍຈາກໄພພິບັດນ້ຳຖ້ວມໃນທົ່ວປະເທດສຳລັບປີນີ້, ເຊິ່ງໃນນັ້ນຄວາມຕ້ອງການສູງສຸດແມ່ນຢູ່ໃນຂະແໜງການຂົນສົ່ງ ແລະ ກະສິກຳ.ພາລະກິດການຟຶ້ນຟູດັ່ງກ່າວຈະແບ່ງເປັນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເຊິ່ງແນໃສ່ຂະແໜງການສັງຄົມ, ການຜະລິດ ແລະ ພື້ນຖານໂຄງລ່າງ ແລະ ບັນຫາທີ່ກ່ຽວເນື່ອງອື່ນໆ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ຜູ້ປະສົບໄພນ້ຳຖ້ວມຈະໄດ້ຮັບເຮືອນປະກອບ 500 ຫຼັງ
ບໍລິສັດກໍ່ສ້າງເຂື່ອນໄດ້ສັ່ງຊື້ເຮືອນພັກແບບປະກອບຈຳນວນ 450 ຫຼັງ ເຊິ່ງມີມູນຄ່າລວມເກີນ 29 ຕື້ກີບ ຈາກຕ່າງປະເທດ ເພື່ອມອບໃຫ້ແກ່ຄອບຄົວທີ່ຍັງບໍ່ມີທີ່ຢູ່ອາໄສ ຫຼັງຈາກເຂົາເຈົ້າໄດ້ສູນເສຍທີ່ຢູ່ອາໄສ ຍ້ອນໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໃນເດືອນກໍລະກົດທີ່ຜ່ານມາ.ຕາມການລາຍງານຂອງເຈົ້າໜ້າທີ່ເມືອງ, ຄອບຄົວທີ່ບໍ່ມີທີ່ຢູ່ອາໄສຈະໄດ້ຮັບເຮືອນປະກອບຕື່ມອີກ 50 ຫຼັງຈາກບໍລິສັດ, ເຊິ່ງຈະຈັດສົ່ງໄປແຂວງອັບຕະປືໃນເດືອນພະຈິກນີ້.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ລັດຖະບານຈະຢຸດພາລະກິດການຄົ້ນຫາຜູ້ສູນຫາຍທີ່ເມືອງສະໜາມໄຊ
ລັດຖະບານມີແຜນຢຸດພາລະກິດການຄົ້ນຫາຜູ້ສູນຫາຍ ທີ່ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງຍັງມີປະຊາຊົນຈຳນວນໜຶ່ງທີ່ຍັງຄົງສູນຫາຍ ຫຼັງຈາກເຫດໄພນ້ຳຖ້ວມກະທັນຫັນ ເນື່ອງຈາກສັນເຂື່ອນແຕກໃນພາກໃຕ້ຂອງລາວໃນເດືອນກໍລະກົດຜ່ານມາ.ປະຈຸບັນ ກຳລັງມີການກະກຽມຖະແຫຼງການຢ່າງເປັນທາງການໃນການຢຸດພາລະກິດການຄົ້ນຫາທີ່ດຳເນີນມາກວ່າສອງເດືອນ ແລະ ຄາດວ່າຈະເປີດເຜີຍຕໍ່ມວນຊົນໃນໄວໆນີ້.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
66 ຄົນທີ່ໂຊກດີລອດຊີວິດ? ປິດສາກການຄົ້ນຫາຜູ້ປະສົບໄພນ້ຳຖ້ວມທີ່ສູນຫາຍທີ່ອັດຕະປື
ໃນການລາຍງານສະຫຼຸບຕົວເລກ ຈາກສື່ຂ່າວສານຂອງລາວໃນວັນພະຫັດນີ້ ໃຫ້ຊາບວ່າ 66 ຜູ້ໂຊກດີ ພົບວ່າຍັງມີຊີວິດຢູ່, ຂະນະທີ່ຄະນະສະເພາະກິດໄພພິບັດຂອງລັດຖະບານລາວ ນຳໂດຍຮອງນາຍົກລັດຖະມົນຕີ ລາຍງານວ່າມີ 34 ຄົນແມ່ນຢືນຢັນວ່າເສຍຊີວິດ, 31 ຄົນຍັງຄົງສູນຫາຍ ແລະ ພົບອີກຫົກຄວາມເສຍຫາຍທີ່ເກີດຈາກໄພພິບັດຫຼັງນ້ຳຖ້ວມທີ່ແຂວງອັດຕະປື.ພາລະກິດການຄົ້ນຫາຜູ້ປະສົບໄພທີ່ຍັງຄົງຄ້າງ ຈາກໄພພິບັດສັນເຂື່ອນ D ເຊປຽນ-ເຊນ້ຳນ້ອຍແຕກ ໄດ້ສິ້ນສຸດລົງຢ່າງເປັນທາງການ, ພາຍໃຕ້ກອງປະຊຸມ ເຊິ່ງນຳໂດຍທ່ານສອນໄຊ ສີພັນດອນ ຮອງນາຍົກລັັດຖະມົນຕີຂອງລາວໃນວັນພະຫັດນີ້ ເພື່ອພິຈາລະນາຢັ້ງຢືນບົດລາຍງານ ແລະ ບົດຂ່າວຕໍ່ສື່ມວນຊົນ ກ່ຽວກັບການສູນເສຍຊີວິດຈາກເຫດໄພພິບັດນ້ຳຖ້ວມກະທັນຫັນໃນວັນທີ 23 ກໍລະກົດ ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...
ລາວທຽນທາມສ໌
ການປະເມີນຄ່າຄວາມເສຍຫາຍ: ຄວາມຕ້ອງການດ້ານໄພພິບັດໃນລາວເພີ່ມສູງຂຶ້ນ ຕາມການປະເມີນຜົນກະທົບຂອງລັດຖະບານ, ສປຊ, ອີຢູ ແລະ ທະນາຄານໂລກ
ການສູນເສຍຊີວິດທີ່ເສົ້າສະຫຼົດ ແລະ ຜົນກະທົບໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ ຍ້ອນໄພພິບັດທີ່ເກີດຈາກການກະໜ່ຳຂອງພະຍຸຝົນ ແລະ ກະແສນ້ຳ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າປີ 2018 ເປັນປີທີ່ໜັກໜ່ວງ ແລະ ທ້າທາຍຕໍ່ປະຊາຊົນລາວ. ອ່ານຕໍ່ ...
ເດິລາວທຽນທາມສ໌
ໄຕ້ຝຸ່ນມັງຄຸດເຮັດໃຫ້ເກີດນ້ຳຖ້ມກະທັນຫັນ ມີຜູ້ເສຍຊີວິດເປັນຍິງໜຶ່ງຄົນທີ່ໄຊຍະບູລີ
ໃນຕອນເຊົ້າຂອງວັນອັງຄານນີ້ ພາຍຫຼັງມີຝົນຕົກໜັກອັນເປັນຜົນມາຈາກໄຕ່ຝຸ່ນມັງຄຸດ ເຮັດໃຫ້ມີແມ່ຍິງໄວ 50 ປີເສຍຊີວິດຍ້ອນນ້ຳຖ້ວມກະທັນຫັນທີ່ເມືອງຄົບ ແຂວງໄຊຍະບູລີ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ນ້ຳຖ້ວມທີ່ແຂວງເຊກອງສ້າງຄວາມເສຍຫາຍ ແລະ ສົ່ງຜົນກະທົບກວ່າ 5,000 ຄອບຄົວ
ຄວາມເສຍຫາຍຕໍ່ຊັບສິນໃນສີ່ຕົວເມືອງໃນແຂວງເຊກອງຄາດຄະເນວ່າມີມູນຄ່າເກີນ 60 ຕື້ກີບ ຫຼັງຈາກທີ່ຫຼາຍກວ່າ 5,000 ຄອບຄົວໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ຜ່ານມາ. ຕາມການລາຍງານຂອງເຈົ້າໜ້າທີ່, ຝົນຕົກໜັກທີ່ພັດກະໜ່ຳເມືອງດັກຈຶ້ງ, ລະມາມ, ທ່າແຕງ ແລະ ກະລຶມ ເຮັດໃຫ້ມີຄອບຄົວທັງໝົດ 5,584 ຄອບຄົວໄດ້ຮັບຜົນກະທົບຕໍ່ຊັບສິນໃນຫຼາຍລະດັບ.ອ່ານຕໍ່ ...
Times Reporters
ກະຊວງກະສິກຳຂົນຂວາຍຫາແຫຼ່ງທຶນໃນການສ້ອມແປງລະບົບຊົນລະປະທານທີ່ຖືກເສຍຫາຍ
ກະຊວງກະສິກຳ ແລະ ປ່າໄມ້ຈະເລັ່ງຮ່ວມມືກັບເຈົ້າໜ້າທີ່ຂັ້ນແຂວງ ເພື່ອຂົນຂວາຍຫາທຶນຮອນໃນການສ້ອມແປງລະບົບຊົນລະປະທານທີ່ຖືກເສຍຫາຍຈາກໄພນ້ຳຖ້ວມ ແລະ ຊ່ວຍເຫຼືອຊາວກະສິກອນໃນການປູກພືດລະດູແລ້ງ. ຜ່ານມາມີໂຄງການຊົນລະປະທານກວ່າ 600 ໂຄງການໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງໜັກ ອັນເປັນຜົນມາຈາກ ພະຍຸລະດູຮ້ອນ ສົນຕິນ ແລະ ເບບິນກາໃນເດືອນແລ້ວນີ້.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ຍອດຜູ້ເສຍຊີວິດຈາກໄພນ້ຳຖ້ວມເພີ່ມຂຶ້ນ
ພົບໜຶ່ງສົບຜູ້ເສຍຊີວິດທີ່ຫ້ວຍທ່າເຮົາ ບ້ານແກ້ງແຮດ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃນວັນອາທິດທີ່ຜ່ານມາ ໃນຂະນະທີ່ອີກໜຶ່ງຄົນຍັງສູນຫາຍ ແລະ ຄາດວ່າອາດຈົມນ້ຳ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ນັກຮຽນທີ່ເມືອງສະໜາມໄຊຄາດຈະໃຫ້ກັບເຂົ້າຮຽນພາຍໃນເດືອນກັນຍານີ້
ນ້ອງນັກຮຽນໃນທົ່ວປະເທດກຳລັງກັບເຂົ້າສູ່ການສຶກສາຮ່ຳຮຽນຕາມກຳນົດການ ແຕ່ວ່າເດັກນັກຮຽນທີ່ເມືອງສະໜາມໄຊ ແຂວງອັດຕະປື ພັດຜະເຊີນກັບອຸປະສັກຫຼາຍຢ່າງໃນການກັບສູ່ກິດຈະກຳການສຶກສາຕາມແຜນ.ອ່ານຕໍ່ ...
ເດິລາວທຽນທາມສ໌