ໄພພິບັດ
ໄພນ້ຳຖ້ວມ
ເຈົ້າໜ້າທີ່ຢືນຢັນພົບຊິ້ນສ່ວນຂອງຜູ້ປະສົບເຄາະເພີ່ມເຕີມ
ເມືອງສະໜາມໄຊ ແຂວງອັດຕະປື: ເຈົ້າໜ້າທີ່ຮັບຜິດຊອບພາລະກິດກູ້ໄພໃນການຄົ້ນຫາຜູ້ປະສົບເຄາະທີ່ສູນຫາຍ ເຊິ່ງໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ແຈ້ງວ່າໄດ້ພົບຊິ້ນສ່ວນຊາກສົບຂອງຜູ້ປະສົບເຄາະເພີ່ມເຕີມໃນວັນທີ 28 ກໍລະກົດ. ນັບແຕ່ເກີດເຫດໄພພິບັດດັ່ງກ່າວໃນວັນທີ 23 ກໍລະກົດມານີ້ ທີມກູ້ໄພໄດ້ຄົ້ນພົບຊິ້ນສ່ວນຂອງຜູ້ສູນຫາຍແລ້ວ 10 ຄົນ.ອ່ານຕໍ່ ...
ບຸນແພງ ໄພມະນີວົງ
ຊຽງຂວາງກໍໜັກ ຈາກອຸທົກກະໄພ ເສຍຊີວິດ2 ຄົນ, ຂົວຂາດ ແລະ ເປ່ເພທັງໝົດ14 ແຫ່ງ
ຊ່ວງໄລຍະຕົ້ນເດືອນນີ້ຫາປະຈຸບັນ ແຂວງຊຽງຂວາງມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳຖ້ວມຢູ່ຫຼາຍພື້ນທີ່ພາຍໃນແຂວງຊຽງຂວາງ 7 ເມືອງຂອງແຂວງແມ່ນໄດ້ຮັບຜົນເສຍຫາຍຫຼາຍຢ່າງ ເປັນຕົ້ນແມ່ນເມືອງແປກ ທີ່ເສຍຫາຍຫຼາຍກ່ວາເມືອງອື່ນ ມີ 37 ບ້ານຂອງເມືອງແປກທີ່ໄດ້ຮັບຜົນເສຍຫາຍ, ນ້ຳຖ້ວມເຮືອນເປ່ເພ 41 ຫຼັງ, ນ້ຳຖ້ວມທົ່ງນາເສຍຫາຍປະມານ 475,4 ເຮັກຕາ, ສວນ 0,5ເຮັກຕາ, ເລົ້າເຂົ້າເສຍຫາຍ 24 ເລົ້າ, ຂົວຂາດ 4 ແຫ່ງ, ເສັ້ນທາງເປ່ເພ 4 ຈຸດ, ເສັ້ນທາງຂາດ 2 ຈຸດ, ເສົາໄຟຟ້າ(ເສົາເຫຼັກ)ໂຄ່ນລົ້ມ 13 ຕົ້ນ, ນ້ຳຖ້ວມປ້ຳນ້ຳມັນ 1 ປ້ຳ, ຖ້ວມຟາມໄກ່ 2 ແຫ່ງ ຊົນລະປະທານ ແລະ ຝາຍເປ່ເພເສຍຫາຍ ແລະ ອື່ນໆ.ອ່ານຕໍ່ ...
ບຸນມີ ແສງທຸມມີ
ບູລິມະສິດການເຂົ້າປະເທດສຳລັບທີມກູ້ໄພຕ່າງປະເທດ ທີ່ມາຊ່ວຍເຫຼືອຜູ້ປະສົບເຄາະນ້ຳຖ້ວມ
ທີມງານກູ້ໄພຈາກຕ່າງປະເທດໄດ້ຮັບບູລິມະສິດໃນການເຂົ້າມາໃນລາວຜ່ານດ່ານກວດຄົນເຂົ້າເມືອງ ເພື່ອຊ່ວຍໃນພາລະກິດກູ້ໄພທີ່ແຂວງອັດຕະປື.ອ່ານຕໍ່ ...
ສົມສັກ ພົງຂາວ
ພາລະກິດການຄົ້ນຫາ ແລະ ກູ້ໄພທີ່ເມືອງສະໜາມໄຊຫາກໍ່ໄດ້ 30 ເປີເຊັນ
ອັດຕະປື: ມາຮອດຕອນແລງວານນີ້ ພາລະກິດການຄົ້ນຫາ ແລະ ກູ້ໄພຫາກໍ່ປະຕິບັດໄດ້ 30 ເປີເຊັນຂອງພື້ນທີ່ທັງໝົດ ໃນ 13 ບ້ານທີ່ຖືກຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງອັດຕະປື ເນື່ອງຈາກຄວາມສະຫຼັບສັບຊ້ອນຂອງພູມມີປະເທດ ແລະ ສະພາບທີ່ບໍ່ເອື້ອອຳນວຍເຮັດໃຫ້ການຄົ້ນຫາຊັກຊ້າ ຕາມການລາຍງານຂອງການນຳ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ ແລະ ພູນຊັບ ເທວົງສາ
ລັດຖະບານປະເທດຕ່າງໆໃຫ້ການຊ່ວຍເຫຼືອຜູ້ປະສົບເຄາະນ້ຳຖ້ວມໃນລາວ
(ຂປລ) ລັດຖະບານຫຼາຍປະເທດໄດ້ເພີ່ມການຊ່ວຍເຫຼືອ ທັງສັນຍາຈະເພີ່ມທະວີການຊ່ວຍເຫຼືອບັນເທົາທຸກ ສຳລັບຜູ້ປະສົບເຄາະໄພນ້ຳຖ້ວມທີ່ແຂວງອັດຕະປື ພາກໃຕ້ຂອງລາວ.ອ່ານຕໍ່ ...
ຂປລ
ບີຊີອີແອວ ວັນຮາດອຳນວຍຄວາມສະດວກໃນການບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບເຄາະ
(ຂປລ) ທະນາຄານການຄ້າຕ່າງປະເທດລາວ ຫຼື ທຄຕລ/ບີຊີອີແອວ ໄດ້ລິເລີ່ມໂຄງການເພື່ອຊ່ວຍເຫຼືອສັງຄົມແບບຮ່ວມແຮງຮ່ວມໃຈ ທີ່ມີຊື່ວ່າ ບີຊີອີແອວວັນຮາດ ສຳລັບລະດົມທຶນເພື່ອຊ່ວຍເຫຼືອຜູ້ປະສົບເຄາະທີ່ແຂວງອັດຕະປື ແລະເພື່ອຈຸດປະສົງດ້ານການກຸສົນອື່ນໆ.ອ່ານຕໍ່ ...
ຂປລ
ບໍລິສັດເຂື່ອນໄຟຟ້າສະແດງຄວາມຮັບຜິດຊອບຕໍ່ເຫດໄພນ້ຳຖ້ວມຄັ້ງຮ້າຍແຮງ
ຕາງໜ້າພະນັກງານຈາກບໍລິສັດພະລັງງານເຊປຽນ-ເຊນ້ຳນ້ອຍຕົກລົງວ່າບໍລິສັດຈະຮັບຜິດຊອບຢ່າງເຕັມສ່ວນຕາມລະບຽບກົດໝາຍ ຕາມສັນຍາສຳປະທານ ສຳລັບຜົນກະທົບທີ່ສັນເຂື່ອນ D ໄດ້ພັງທະລາຍ ເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງໃຫຍ່ ແລະ ມະຫັນຕະໄພທຳລາຍລ້າງຢູ່ເມືອງສະໜາມໄຊ, ແຂວງອັດຕະປື.ອ່ານຕໍ່ ...
ເອກກະພອນ ພູທອນສີ
ນາຍົກກ່າວ: ນັກກູ້ໄພເດີນໜ້າຄົ້ນຫາ 131 ຄົນທີ່ຍັງສູນຫາຍ
ທ່ານ ທອງລຸນ ສີສຸລິດ ກ່າວວ່າ ນັກກູ້ໄພກຳລັງເດີນໜ້າເພື່ອຄົ້ນຫາປະຊາຊົນ 131 ຄົນທີ່ຍັງສູນຫາຍຕັ້ງແຕ່ຄືນວັນຈັນທີ່ຜ່ານມາ ຫຼັງຈາກເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍແຕກ ສົ່ງຜົນໃຫ້ເກີດໄພນ້ຳຖ້ວມໃນຫຼາຍບ້ານທີ່ແຂວງອັດຕະປື.ອ່ານຕໍ່ ...
ວຽງຈັນທາມສ໌
ເຈົ້າໜ້າທີ່ສາທາລະນະສຸກໃຫ້ການຊວຍເຫຼືອສຸກເສີນແກ່ຜູ້ປະສົບເຄາະນ້ຳຖ້ວມທີ່ແຂວງອັດຕະປື
ທີມແພດສຸກເສີນຈາກໂຮງໝໍສູນກາງ, ເຈົ້າໜ້າທີ່ສາທາລະນະສຸກ ແລະ ອາສາສະໝັກແຂວງຂຸ້ນຂ້ຽວຊ່ວຍເຫຼືອປະຊາຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ອັດຕະປື ເພື່ອຮັບປະກັນໃຫ້ທຸກຄົນມີສຸຂະພາບແຂງແຮງ. ເຖິງແມ່ນວ່າຊຸມຊົນທີ່ໄດ້ຮັບຜົນກະທົບຈະໄດ້ຮັບການຊ່ວຍເຫຼືອບາງສ່ວນຈາກອຳນາດການປົກຄອງແຂວງ, ຜູ້ບໍລິຈາກ ແລະ ອົງການຈັດຕັ້ງສາກົນ, ຍັງມີຫຼາຍຄອບຄົວຕ້ອງການຄວາມຊ່ວຍເຫຼືອດ້ານການບໍລິການການແພດ, ສຸຂະອະນາໄມ ແລະ ສຸຂາພິບານ, ແລະ ສະບຽງອາຫານເພື່ອບໍລິໂພກ.ອ່ານຕໍ່ ...
ວຽງຈັນທາມສ໌
ຜູ້ປະສົບເຄາະຈາກນ້ຳເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປືຍັງຕ້ອງການການຊ່ວຍເຫຼືອ
ຫຼາຍພັນຄອບຄົວທີ່ເມືອງສະໜາມໄຊແຂວງອັດຕະປື ຍັງຕ້ອງການໆຊ່ວຍເຫຼືອ ເນື່ອງຈາກເຮືອນຊານຂອງເຂົາເຈົ້າຖືກນ້ຳຖ້ວມກະທັນຫັນ ຍ້ອນບາງສ່ວນຂອງສັນເຂື່ອນອ່າງໂຕ່ງເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍແຕກ ໃນຄືນວັນຈັນທີ່ຜ່ານມາ. ເຫດການດັ່ງກ່າວເກີດຂຶ້ນໃນເວລາ 8 ໂມງແລງ ແລະ ນ້ຳໄດ້ໄຫຼພັດທີ່ຢູ່ອາໄສ, ເຮືອນຊານ ແລະ ສັດລ້ຽງ, ເຮັດໃຫ້ຫຼາຍຊີວິດມີການສູນເສຍ.ອ່ານຕໍ່ ...
ວຽງຈັນທາມສ໌