ໄພພິບັດ
ໄພນ້ຳຖ້ວມ
ລົມພາຍຸໂນຣູ ພັດພາກເອົາຊີວິດປະຊາຊົນແຂວງເຊກອງ
ນໍ້າຖ້ວມຢູ່ແຂວງເຊກອງ ທີ່ເກີດຈາກພາຍຸເຂດຮ້ອນໂນຣູ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ຂະນະທີ່ພາກໃຕ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເປັນບໍລິເວນກວ້າງ ພາຍຫຼັງຝົນຕົກໜັກຕິດຕໍ່ກັນໃນວັນທີ 27-30 ກັນຍານີ້. ມີຈຳນວນ 28 ໝູ່ບ້ານໃນແຂວງເຊກອງຖືກນໍ້າຖ້ວມ, ໄຟຟ້າຂາດ, ເສັ້ນທາງເປ່ເພ, ທົ່ງໄຮ່ທົ່ງນາຖືກນໍ້າຖ້ວມ, ເມືອງກະລຶມ ແລະ ເມືອງດາກຈຶງ ເປັນເຂດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ. ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ
ເຂື່ອນມີການເຕືອນໄພ ໃນໄລຍະທີ່ພະຍຸໄຕ້ຝຸ່ນໂນຣູ ຢັບໃກ້ເຂົ້າປະເທດລາວ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກພະຍາກອນອາກາດ ໂດຍໃຫ້ຮູ້ວ່າ: ພາຍຸໄຕ້ຝຸ່ນໂນຣູ ຄາດວ່າຈະພັດເຂົ້າຝັ່ງຫວຽດນາມ ໃນວັນພຸດນີ້ ກ່ອນຈະພັດຜ່ານພາກກາງ ແລະ ພາກໃຕ້ຂອງລາວ ໃນລະຫວ່າງວັນທີ 28-30 ກັນຍານີ້. ຂະນະນີ້ ໂນຣູ ພວມເດີນທາງຜ່ານເຂດທະເລຈີນໃຕ້ພາກກາງ ແລະ ຄາດວ່າຈະເຂົ້າມາຝັ່ງພາກກາງຂອງຫວຽດນາມ ແລະ ໃນທີ່ສຸດໃນລາວ, ຕາມການຄາດຄະເນ.ອ່ານເພິ່ມເຕີມ ...
ພອນທຳ ວິສາປຣະ
ພາຍຫລັງລົມພາຍຸເຂດຮ້ອນ Ma-On ພັດຜ່ານພາກເໜືອຂອງລາວ ເປັນເວລາຫຼາຍອາທິດ, ປະຊາຊົນກໍພະຍາຍາມຟື້ນຕົວຄືນ
ຫລັງຈາກພາຍຸເຂດຮ້ອນ Ma-On ໄດ້ພັດເຂົ້າເຂດອາຊີຕາເວັນອອກສ່ຽງໃຕ້ ເປັນເວລາ 2 ອາທິດ, ພາກເໜືອຂອງລາວ ກໍາລັງພະຍາຍາມຟື້ນຕົວຈາກຄວາມພິນາດ, ຍ້ອນການປະເຊີນກັບໂຄງສ້າງພື້ນຖານທີ່ເສຍຫາຍ, ເນື້ອທີ່ນາຖືກນໍ້າຖ້ວມ, ປະຊາຊົນຫຼາຍຮ້ອຍຄົນຖືກຍົກຍ້າຍ ຍ້ອນມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດທີ່ມາຈາກການຂາດແຄນນໍ້າສະອາດ.ອ່ານເພິ່ມເຕີມ ...
RFA Lao
ເຂື່ອນໃດແນ່ໃນລາວທີ່ລະບາຍນ້ຳອອກ?
ຂະນະທີ່ຝົນມໍລະສຸມໄດ້ພັດເຂົ້າມາໃນປະເທດລາວ ແລະ ລະດັບແມ່ນ້ຳຂອງຍັງສືບຕໍ່ເພີ່ມຂຶ້ນໃນທົ່ວປະເທດ, ໂຄງການໄຟຟ້ານ້ຳຕົກຫຼາຍໂຄງການໄດ້ຖືກບັງຄັບໃຫ້ປ່ອຍນ້ຳ. ເຂື່ອນເຫຼົ່ານີ້ຢູ່ໃສ ແລະ ເມື່ອໃດເຂົາເຈົ້າຈະລະບາຍນ້ຳອອກ?ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ລັດຖະບານໄດ້ຮັບການແຈ້ງເຕືອນຈາກໂຮງງານໄຟຟ້ານ້ຳຕົກ 5 ແຫ່ງໃນຊຸມວັນມໍ່ໆມານີ້ ກ່ຽວກັບການປ່ອຍນ້ຳອອກຈາກເຂື່ອນຂອງເຂົາເຈົ້າ, ອີງຕາມກະຊວງພະລັງງານ ແລະ ບໍ່ແຮ່.ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ແຈ້ງເຕືອນໄພນ້ຳລົ້ນຢູ່ບັນດາຊຸມຊົນແມ່ນ້ຳຂອງ
ແຂວງໄຊຍະບູລີ ແຈ້ງເຕືອນປະຊາຊົນທີ່ອາໃສຢູ່ລຽບຕາມລຳແມ່ນ້ຳຂອງ ໃຫ້ກຽມພ້ອມຮັບມືກັບໄພນໍ້າຖ້ວມ ຂະນະທີ່ປະເທດເພື່ອນບ້ານ(ໄທ) ກໍໄດ້ເຕືອນ 7 ແຂວງພາກຕາເວັນອອກສ່ຽງເໜືອ ໃຫ້ລະວັງໄພນໍ້າຖ້ວມກະທັນຫັນຕາມລຳແມ່ນ້ຳຂອງຈົນເຖິງວັນພະຫັດ. ທາງການລາວ ໄດ້ປະກາດ ແຈ້ງເຕືອນ ຫລັງຈາກ ຝົນຕົກໜັກໃນໄລຍະສອງສາມວັນທີ່ຜ່ານມານີ້ ຊຶ່ງເຮັດໃຫ້ລະດັບແມ່ນໍ້າຂອງສູງຂຶ້ນ. ຫ້ອງວ່າການປົກຄອງແຂວງໄຊຍະບູລີ ໄດ້ອອກແຈ້ງການໃນວັນເສົາວານນີ້ ໂດຍແຈ້ງໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ເບື້ຶອງເທິງ ແລະ ລຸ່ມເຂື່ອນໄຟຟ້ານ້ຳຂອງ ແຂວງໄຊຍະບູລີ ກຽມພ້ອມຮັບມືກັບໄພນໍ້າຖ້ວມທີ່ອາດຈະເກີດຂຶ້ນ ແລະ ໃຫ້ຍ້າຍເຄື່ອງຂອງ ແລະ ສັດລ້ຽງໄປໄວ້ທີ່ສູງ. ຕາມແຈ້ງການດັ່ງກ່າວ, ນ້ຳຖ້ວມອາດຈະເກີດຂຶ້ນພາຍຫຼັງເຂື່ອນໄຟຟ້ານ້ຳອູ – ສາຂາແມ່ນ້ຳຂອງ – ແມ່ນ້ຳຂອງ ເລີ່ມປ່ອຍນ້ຳອອກຕື່ມອີກ ຫຼັງຈາກຝົນຕົກໜັກໃນຫຼາຍພາກຂອງປະເທດລາວໃນຊຸມມື້ທີ່ຜ່ານມາ, ໂດຍສະເພາະຢູ່ພາກເໜືອ.ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ
ປະຊາຊົນຫຼາຍພັນຄົນຢຸ່ທາງພາກເໜືຶອໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ
ປະຊາຊົນ ຫລາຍພັນຄົນຢູ່ທາງພາກເໜືອຂອງລາວ ໄດ້ຮັບຄວາມເດືອດຮ້ອນ ຈາກນ້ຳຫຼັ່ງໄຫລທີ່ເກີດຈາກຝົນຕົກໜັກຫລາຍວັນ. ແຂວງໄຊຍະບູລີ, ຫົວພັນ ແລະ ບາງສ່ວນຂອງແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ແມ່ນໄດ້ຮັບຜົນກະທົບໜັກທີ່ສຸດ, ມີຢ່າງໜ້ອຍ 10 ເມືອງໄດ້ຮັບຜົນກະທົບ. ໃນບາງທ້ອງຖິ່ນ, ຖະໜົນຫົນທາງບໍ່ສາມາດສັນຈອນໄດ້, ການສະໜອງນ້ຳ ແລະ ໄຟຟ້າກໍຖືກຕັດຂາດ.ອ່ານເພິ່ມເຕີມ ...
ເພັດໂພໄຊ ແສງປະເສີດ
ບັນດາໝູ່ບ້ານຖືກນໍ້າຖ້ວມສາເຫດຍ້ອນຝົນຕົກໜັກຢູ່ສອງແຂວງ
ລະດັບແມ່ນ້ຳໄດ້ເພິ່ມຂື້ນ ແລະ ຖ້ວມບັນດາຜົນລະປູກ, ທົ່ງນາ, ສວນ, ໜອງປາ ແລະ ເຮືືອນປະຊາຊົນ ພາຍຫຼັງຝົນຕົກໜັກເປັນເວລາສາມວັນຢູ່ບັນດາສອງແຂວງທາງພາກເໜືອ. ສອງຕົວເມືອງ ແລະ ເຂດເສດຖະກິດພິເສດບໍເຕັນ ແຂວງຫຼວງນ້ຳທາແມ່ນເຂດທີ່ໄດ້ຮັບຜົນກະທົບໜັກກ່ວາໝູ່. ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ໌
ຫຼາຍໝູ່ບ້ານຖືກນໍ້າຖ້ວມຍ້ອນຝົນຕົກໜັກຢູ່ບັນດາແຂວງໃນລາວ
ປະຊາຊົນຫຼາຍພັນຄົນຢູ່ບັນດາຫຼາຍແຂວງປະສົບກັບໄພນ້ຳຖ້ວມຈາກເຫດການຝົນຕົກໜັກຫຼາຍວັນຊຶ່ງກະທົບຊຸມຊົນຫຼາຍບ້ານຢູ່ ແຂວງໄຊຍະບູລີ, ບໍແກ້ວ, ຊຽງແຂວງ ແລະ ວຽງຈັນ. ເມືອງໄຊຍະບູລີເປັນເຂດທີ່ໄດ້ຮັບຜົນກະທົບໜັກກ່ວາໝູ່ ຈາກບັນດາ 10 ໝູ່ບ້ານທີ່ໄດ້ຮັບຜົນກະທົບ. ລະບົບຖະໜົນຫົນທາງ, ນ້ຳ ແລະ ໄຟຟ້າຖືກຕັດ ຊຶ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນໃນການເຄື່ອນຍ້າຍຖິ່ນຖານຫຼົບໄພ. ອ່ານເພິ່ມເຕີມ . ...
ສີລັດດາ ສຸລິວົງ
ຊາວກະສິກອນທີ່ປະສົບໄພນ້ຳຖ້ວມ ໄດ້ຮັບການຊ່ວຍເຫຼືອທາງດ້ານເຂົ້າສານ
(ຂປລ) ຊາວກະສິກອນແຂວງສາລະວັນ ແລະ ເຊກອງ ທີ່ພືດຜົນໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມໃນເດືອນກັນຍາທີ່ຜ່ານມາ ໄດ້ຮັບເຂົ້າສານ ແລະ ແນວພັນເຂົ້າ ພາຍໃຕ້ການຊ່ວຍເຫຼືອຂອງສອງບໍລິສັດພະລັງງານ.ພິທີມອບຮັບການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 10 ທັນວາຜ່ານມານີ້ ຢູ່ແຂວງສາລະວັນ ແລະ ເຊກອງ.ບໍລິສັດໄຟຟ້າ ເທີນ-ຫີນບູນ (THPC) ແລະ ຂາຫຸ້ນໃຫຍ່ຄື ບໍລິສັດໄຟຟ້າລາວ (EDL-Generation) ໄດ້ມອບເຂົ້າສານ 20 ກວ່າໂຕນ ແລະ ແນວພັນເຂົ້າ 10 ໂຕນ ໃຫ້ແກ່ອຳນາດການປົກຄອງແຕ່ລະແຂວງ, ຕາມການຄຳຂໍຂອງລັດຖະບານ ເພື່ອຊ່ວຍເຫຼືອໃນການຟື້ນຟູຊຸມຊົນທີ່ປະສົບໄພນ້ຳຖ້ວມ.ອ່ານຕໍ່ ...
KPL News Desk
ລັດຖະບານພະຍາຍາມຟື້ນຢູຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພນ້ຳຖ້ວມ ພາຍໃຕ້ງົບປະມານທີ່ຈຳກັດ
ວຽງຈັນ (ວຽງຈັນທາມສ໌ Times/ANN) – ລັດຖະບານຄາດຄະເນຕ້ອງໃຊ້ງົບປະມານ 3 ພັນຕື້ກີບ ໃນການສ້ອມແປງຄວາມເສຍຫາຍທີ່ເກີດຂຶ້ນຈາກໄພນຳຖ້ວມ ແລະ ຟື້ນຟູຊຸມຊົນທີ່ປະສົບໄພໃຫ້ກັບສູ່ສະພາບປົກກະຕິ.ຜົນກະທົບຈາກໄພພິບັດເປັນສິ່ງທ້າທາຍຕົ້ນຕໍສຳລັບປະເທດລາວ ໃນການກ້າວສູ່ການລຶບລ້າງຄວາມທຸກຍາກ, ເຊິ່ງວ່າມາເຖິງປະຈຸບັນ ຫຼາຍຄອບຄົວໄດ້ສູນເສຍທີ່ຢູ່ອາໄສ ຍ້ອນຜົນຈາກໄພນ້ຳຖ້ວມ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ