ການຊ່ວຍເຫຼືອ ແລະ ການພັດທະນາ

ທຶນການສຶກສາເອັນດີເວີຂອງອົດສະຕຣາລີ ໃຫ້ບູລິມະສິດສູງສຳລັບ ສປປ ລາວ

(ຂປລ) ປະຈຸບັນ ໂຄງການທຶນການສຶກສາສຳລັບຜູ້ນຳ ເອັນດີເວີ ຂອງລັດຖະບານອົດສະຕຣາລີ ກຳລັງມີການເປີດຮັບສະໝັກ ສຳລັບຮອບປີ 2019, ເພື່ອຊິງທຶນການສຶກສາສຳລັບນັກສຶກສາຕ່າງປະເທດທີ່ມີຄວາມຮູ້ຄວາມສາມາດດີເດັ່ນ, ນັກຄົ້ນຄວ້າ ແລະ ພະນັກງານ ເພື່ອໂອກາດໃນດຳເນີນການສຶກສາໄລຍະສັ້ນ, ການຝຶກອົບຮົມ ແລະ ການຄົ້ນຄວ້າທີ່ປະເທດອົດສະຕຣາລີ.ອ່ານຕໍ່ ...

ຂປລ

ນາຍົກລາວ ແລະ ຍີ່ປຸ່ນຕົກລົງກ່ຽວກັບວຽກງານເກັບກູ້ລະເບີດ ແລະ ການຮ່ວມມືດ້ານການແພດ

ຍີ່ປຸ່ນຕົກລົງສະໜັບສະໜູນໂຄງການທີ່ກ່ຽວຂ້ອງກັບລະເບີດທີ່ຍັງບໍ່ທັນແຕກໃນລາວ ເປັນມູນຄ່າ 900 ລ້ານເຢັນຍີ່ປຸ່ນ ກໍຄືການສົ່ງເສີມການຮ່ວມມືລະຫວ່າງໂຮງໝໍມິດຕະພາບ ວຽງຈັນ ແລະ ສະຖາບັນໄສຍະກຳປະສາດກິດຕະຮາຣະ ປະເທດຍີ່ປຸ່ນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຄະນະກຳມາທິການແມ່ນ້ຳຂອງໄດ້ຮັບທຶນຈາກເຢຍລະມັນ ເພື່ອສົ່ງເສີມການວາງແຜນ ແລະ ຄຸ້ມຄອງແມ່ນ້ຳຂອງໃນພາກພື້ນ

ລັດຖະບານເຢຍລະມັນອະນຸມັດທຶນຊ່ວຍເຫຼືອ 4 ລ້ານຢູໂຣ (ປະມານ 4.6 ລ້ານໂດລາສະຫະລັດ) ໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອສົ່ງເສີມການຮ່ວມມືນ່ານນ້ຳລະຫວ່າງປະເທດ ຕາມການລາຍງານຂອງ MRC.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລັດຖະມົນຕີກ່າວ, ລາວຍັງເວລາສອງປີເພື່ອສຳເລັດແຜນພັດທະນາປະເທດ

ໄພພິບັດທຳມະຊາດ ແລະ ຄວາມບໍ່ໝັ້ນຄົງດ້ານເສດຖະກິດ ແລະ ການເມືອງໃນທົ່ວໂລກ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຫ້າປີ ຄັ້ງທີ 8  (NSEDP 2016-20), ຕາມການລາຍງານຂອງເຈົ້າໜ້າທີ່ລະດັບສູງຂອງລັດຖະບານ. ປະເທດລາວຍັງເຫຼືອເວລາອີກສອງປີໃນການຈັດຕັ້ງປະຕິບັດບັນດາຕົວຊີ້ວັດທີ່ກ່ຽວຂ້ອງ ເພື່ອນຳພາປະເທດຊາດໃຫ້ຫຼຸດພົ້ນຈາກສະຖານະດ້ອຍພັດທະນາທີ່ສຸດ (LDC) ພາຍໃນປີ 2020.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລັດຖະມົນຕີ ສປປ ລາວ ກ່າວ, ຄວາມສາມັກຄີເປັນນ້ຳໜຶ່ງໃນດຽວໃນພາກພື້ນ ແລະ ທົ່ວໂລກເປັນສິ່ງຈຳເປັນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ

ໃນກອງປະຊຸມຫາລືຜູ້ນຳໂລກຂອງສະພາສະຫະປະຊາຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າບູລິມະສິດການພັດທະນາຄວນແມ່ນປະເທດດ້ອຍພັດທະນາ ແລະ ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນອອກສູ່ທະເລ ຍ້ອນວ່າມີຄວາມບອບບາງຫຼາຍກວ່າ.  ປະເທດເຫຼົ່ານີ້ຍັງມີຂໍ້ເສຍປຽບຫຼາຍກວ່າ ທາງດ້ານຜົນກະທົບທີ່ໜັກໜ່ວງຈາກການປ່ຽນແປງຂອງສະພາບອາກາດ.ອ່ານຕໍ່ ...

ບັນນາທິການຢູເອັນນິວສ໌

ທະນາຄານໂລກສະໜັບສະໜູນການສົ່ງເສີມການຂະຫຍາຍທຸລະກິດແບບຍືນຍົງ

ທະນາຄານໂລກໄດ້ອະນຸມັດທຶນຈຳນວນ 13 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການປະຕິຮູບສະພາບແວດລ້ອມໃນການດຳເນີນທຸລະກິດໃນລາວ ແລະ ເພື່ອຫຼຸດຜ່ອນຈຳນວນວັນທີ່ໃຊ້ໃນການຈົດທະບຽນທຸລະກິດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ເຢຍລະມັນຊ່ວຍເຫຼືອໂຮງຮຽນການຊ່າງແຫ່ງໃໝ່ 1 ລ້ານຢູໂຣ

ລັດຖະບານເຢຍລະມັນຈະໃຫ້ການຊ່ວຍເຫຼືອລາວ ໂດຍການສະໜັບສະໜູນທຶນຮອນເຄິ່ງໜຶ່ງໃນການກໍ່ສ້າງວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງ ເຊິ່ງມີມູນຄ່າ 2 ລ້ານຢູໂຣ ໃນນະຄອນວຽງຈັນ.  ໂຄງການກໍ່ສ້າງດັ່ງກ່າວຄາດວ່າຈະເລີ່ມລົງມືໃນທ້າຍປີນີ້, ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເລືອກເຟັ້ນສະຖານທີ່ທີ່ເດີ່ນໂຮງຮຽນປະຖົມ ບ້ານຊຽງດາ ເມືອງໄຊເສດຖາ ເຊິ່ງຕັ້ງຢູ່ແຄມທາງເບຕົງເສັ້ນໃໝ່ໄປສະຖານນີລົດໄຟ ລາວ-ໄທ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ລັດຖະບານມອບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງໜ້າອົງການອະນາໄມໂລກທີ່ກຳລັງຈະໝົດວາລະ

ລັດຖະບານມອບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ປອ ຈູລຽດ ເຟລຊ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ເພື່ອລະລຶກເຖິງຜົນງານໃນການປະຕິບັດພາລະກິດໃນລາວ.ອ່ານຕໍ່ ...

ບັນນາລັກວຽງຈັນທາມສ໌

ເອດີບີຊ່ວຍເຫຼືອໃນການປັບປຸງການບໍລິການດ້ານສິ່ງແວດລ້ອມ

ທະນາຄານພັດທະນາອາຊີ (ເອດີບີ) ອະນຸມັດທຶນຊ່ວຍເຫຼືອລ້າ 48 ລ້ານໂດລາສະຫະລັດ ເພື່ອຊ່ວຍໃນການປັບປຸງການບໍລິການທາງດ້ານສິ່ງແວດລ້ອມໃນຕົວເມືອງ ແລະ ເສີມຂະຫຍາຍການຕິດຕໍ່ພົວພັນດ້ານເສດຖະກິດໃນເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ເມືອງທ່າແຂກ ແຂວງຄຳມ່ວນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ເຢຍລະມັນບໍລິຈາກເງິນ 9.3 ຕື້ກີບເພື່ອປັບປຸງລະບົບການບໍລິຈາກເລືອດ

ລັດຖະບານເຢຍລະມັນມອບເງິນຊ່ວຍເຫຼືອກວ່າ  9.3 ຕື້ກີບ (950,000 ຢູໂຣ) ຜ່ານອົງການກາແດງເຢຍລະມັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງການບໍລິຈາກເລືອດໃນບັນດາແຂວງເປົ້າໝາຍໃນລາວ, ກໍຄືແນໃສ່ປັບປຸງຂະບວນການບໍລິຈາກ ແລະ ສະໜອງເລືອດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

y7SnB
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!