ການຊ່ວຍເຫຼືອ ແລະ ການພັດທະນາ

ລາວ ແລະ ເກົາຫຼີທົບທວນການຮ່ວມມືເພື່ອການຊ່ວຍເຫຼືອໃນດ້ານການພັດທະນາ

ເຈົ້າໜ້າທີ່ລະດັບສູງຂອງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມກອງປະຊຸມທີ່ວຽງຈັນໃນວັນພະຫັດແລ້ວນີ້ ເພື່ອທົບທວນກ່ຽວກັບການຮ່ວມມືທາງດ້ານການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA) ລະຫວ່າງລາວ ແລະ ສາທາລະນະລັດເກົາຫຼີ.ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ປອ ຊັງ ຮຸນ ຜູ້ຕາງໜ້າໜ່ວຍງານ ODA ປະເທດເກົາຫຼີ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສະພາ MRC ຜ່ານບົດສະຫຼຸບກ່ຽວກັບບັນຫາທາງດ້ານນະໂຍບາຍທີ່ສຳຄັນ

(ຂປລ) ຄະນະລັດຖະມົນຕີຈາກສະພາຄະນະກຳມາທິການແມ່ນ້ຳຂອງ (MRC) ທົບທວນຂໍ້ຜູກມັດການປະຕິຮູບຂອງອົງການຈັດຕັ້ງ ແລະ ການຮ່ວມມືໃນພາກພື້ນ ເພື່ອຕົກລົງກ່ຽວກັບບັນຫາທີ່ສຳຄັນ ເຊັ່ນ ການສົ່ງຕົວແທນເຂົ້າຮ່ວມໃນການຄັດເລືອກຫົວໜ້າບໍລິຫານລະດັບສອງຂອງເລຂາທິການ MRC ແລະ ແຜນວຽກປີ 2019 ລວມທັງໜ້າວຽກບູລິມະສິດຕ່າງໆ.ອ່ານຕໍ່ ...

ບັນນາທິການ ຂປລ

ສະວິດເຊີແລນໃຫ້ທຶນຊ່ວຍເຫຼືອ 5.5 ຕື້ກີບສຳລັບສົ່ງເສີມການຄ້າແບບ BioTrade ໃນລາວ

ເລຂາທິການດ້ານການພົວພັນທາງເສດຖະກິດແຫ່ງຊາດສະວິດ (SECO) ໃຫ້ທຶນຊ່ວຍເຫຼືອຈຳນວນກວ່າ 5.5 ຕື້ກີບ (651,293 ໂດລາສະຫະລັດ) ເພື່ອດຳເນີນໂຄງການໃນລາວເພື່ອສົ່ງເສີມການຄ້າແບບ BioTrade ສູ່ພາກພື້ນ.ຈຸດປະສົງລວມຂອງໂຄງການແມ່ນເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມໃນລາວ ໂດຍການປົກປັກຮັກສາຊີວະນາໆພັນຜ່ານການຄ້າວັດສະດຸຈາກທຳມະຊາດແບບຍືນຍົງ ໃນຮູບຂອງການສົ່ງເສີມດ້ານການແຂ່ງຂັນລະຫວ່າງຜູ້ສົ່ງອອກ ແລະ ຜູ້ຜະລິດໃນທ້ອງຖິ່ນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ບໍລິສັດຈີນຊ່ວຍສ້າງເສດຖະກິດລາວ

ວຽງຈັນ – “ບໍ່ວ່າຈະໂຄງການໃດບໍລິສັດທາງລົດໄຟແຫ່ງປະເທດຈີນກໍພ້ອມທີ່ຈະປະຕິບັດໃນທຸກເວລາ!”ໃນທ້າຍເດືອນກໍລະກົດ ໃນຕອນທີ່ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ແຂວງອັດຕະປືທາງພາກໃຕ້ຂອງລາວ, ບໍລິສັດທາງລົດໄຟຈີນ ຜູ້ຮັບເໝົາກໍ່ສ້າງໂຄງການທາງລົດໄຟລາວ-ຈີນໃນປະເທດລາວ ໄດ້ໃຫ້ການຊ່ວຍເຫຼືອໃນພື້ນທີ່ປະສົບໄພໂດຍບໍ່ລັງເລ.ອ່ານຕໍ່ ...

Xinhua

ເກົາຫຼີໃຕ້ກ່າວຈະເພີ່ມການຊ່ວຍເຫຼືອໃຫ້ແກ່ລາວ

ທ່ານ ມຸນ ແຈອິນ ປະທານນາທິບໍດີ ແຫ່ງສາທາລະນະລັດເກົາຫຼີກ່າວຕໍ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ທີ່ປະເທດສິງກະໂປໃນອາທິດນີ້ວ່າຈະເພີ່ມທະວີການສະໜັບສະໜູນ ແລະ ຊ່ວຍເຫຼືອໃຫ້ແກ່ລາວ, ຕາມຂໍ້ມູນຈາກກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ສ ເກົາຫຼີມອບທຶນຊ່ວຍເຫຼືອສຳລັບເດັກທີ່ມີບັນຫາໂລກຫົວໃຈ

(ຂປລ) ລັດຖະບານສາທາລະນະລັດເກົາຫຼີ ມອບເງິນບໍລິຈາກຈຳນວນ  282 ລ້ານວອນເກົາຫຼີ (ຫຼືປະມານ 249,329 ໂດລາສະຫະລັດ) ເພື່ອຊ່ວຍເຫຼືອໃນການປິ່ນປົວຂັ້ນພື້ນຖານສຳລັບເດັກນ້ອຍທີ່ມີບັນຫາດ້ານໂລກຫົວໃຈ ໃນພື້ນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປື ທາງພາກໃຕ້ຂອງລາວ.ອ່ານຕໍ່ ...

ຂປລ

ເປີດສູນຝຶກອົບຮົມລາວ-ເກົາຫຼີເພື່ອສົ່ງເສີມການພັດທະນາຊົນນະບົດ

ສູນຝຶກອົບຮົມເພື່ອການພັດທະນາຊົນນະບົດລາວ-ເກົາຫຼີ ເຊິ່ງຕັ້ງຢູ່ເມືອງໄຊທານີ ວຽງຈັນ ໄດ້ເປີດຕົວຢ່າງເປັນທາງການໃນວັນອັງຄານນີ້ ເພື່ອຈຸດປະສົງສົ່ງເສີມການສ້າງຄວາມສາມາດໃຫ້ແກ່ປະຊາຊົນທີ່ເຮັດວຽກໃນຂະແໜງກະສິກຳ, ປ່າໄມ້ ແລະ ການພັດທະນາຊົນນະບົດ.ສູນດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນເພື່ອສົ່ງເສີມການພັດທະນາຊົນນະບົດຂອງລາວ ຕາມນະໂຍບາຍສາມສ້າງຂອງພັກ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວຕ້ອງຂ້າມຜ່ານຄວາມບໍ່ສະເໝີພາບ ເພື່ອກະກຽມສຳລັບການຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາທີ່ສຸດ

ລາວຕ້ອງຂ້າມຜ່ານບັນຫາດ້ານຄວາມບໍ່ສະເໝີພາບ ເພື່ອກະກຽມສຳລັບການຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາທີ່ສຸດພາຍໃນ 2024 ຕາມຄຳເຫັນຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP).ຄວາມບໍ່ສະເໝີພາບຍັງຄົງເປັນໜຶ່ງໃນບັນຫາທີ່ພົ້ນເດັ່ນໃນລາວ, ຕາມຂໍ້ມູນສະຖິຕິປະຈຳປີຫຼ້າສຸດຂອງອົງການ ສປຊ ເຊິ່ງຊີ້ແຈງກ່ຽວກັບສິ່ງທ້າທາຍ ແລະ ຜົນສຳເລັດຂອງການພັດທະນາ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການປັບປຸງການດຶງດູດນັກທ່ອງທ່ຽວ ແລະ ການບໍລິການຕົວເມືອງໃນລາວໄດ້ຮັບທຶນຊ່ວຍເຫຼືອ 125.5 ລ້ານໂດລາສະຫະລັດຈາກ ADB 

ການປັບປຸງຖະໜົນເພື່ອເຂົ້າເຖິງແຫຼ່ງທ່ອງທ່ຽວ, ການຍົກລະດັບລະບົບນ້ຳປະປາ ແລະ ຮ່ອງລະບາຍນ້ຳ ແມ່ນບັນດາຂົງເຂດວຽກງານທີ່ເປີດເຜີຍໃນການຖະແຫຼງຂ່າວກ່ຽວກັບທຶນຊ່ວຍເຫຼືອຈຳນວນ 125.5 ລ້ານໂດລາສະຫະລັດ ສຳລັບສາມໂຄງການໃນຂະແໜງການທ່ອງທ່ຽວ ແລະ ພັດທະນາຕົວເມືອງ ໂດຍທະນາຄານພັດທະນາອາຊີ (ADB) ແລະ ລັດຖະບານລາວ.ອ່ານຕໍ່ ...

ບັນນາທິການລາວທຽນທາມສ໌

ລັດຖະບານ, ADB ແລະ WB ທົບທວນການຈັດຕັ້ງປະຕິບັດໂຄງການໃນລາວ

ລັດຖະບານ, ທະນາຄານພັດທະນາອາຊີ (ADB) ແລະ ທະນາຄານໂລກ (WB) ຮ່ວມກັບເປີດສາການຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການທີ່ຢູ່ພາຍໃຕ້ທຶນການຊ່ວຍເຫຼືອຂອງ ADB  ແລະ WB ໃນລາວ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

xJpjm
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!