ການຊ່ວຍເຫຼືອ ແລະ ການພັດທະນາ

ການຄຸ້ມຄອງທາງການເງິນພາກລັດເປັນຊ່ອງທາງໃນການສ້າງຜົນຕອບແທນສູງສຸດຈາກການລົງທຶນໃນລາວໃນອະນາຄົດ: ທະນາຄານໂລກ

ພາຍໃຕ້ການຂະຫຍາຍຕົວຂອງປະຊາກອນ ແລະ ການພັດທະນາ ແລະ ຫັນເປັນຕົວເມືອງທາງດ້ານເສດຖະກິດ-ສັງຄົມທີ່ວ່ອງໄວ ເຊິ່ງຮຽກຮ້ອງໃຫ້ມີການລົງທຶນທາງດ້ານຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ, ຄວາມຮຽກຮ້ອງຕ້ອງທາງການເງິນພາກລັດແມ່ນມີສູງກວ່າທີ່ຜ່ານມາ.ຄວາມຕ້ອງການເຫຼົ່ານີ້ແມ່ນແຜ່ຫຼາຍຢູ່ໃນທຸກຂະແໜງການຂອງຊາດ ຄຽງຄູ່ກັບສິ່ງທ້າທາຍສະເພາະຂອງປະເທດກໍຄືລູກລະເບີດທີ່ຍັງບໍ່ທັນແຕກ (ລບຕ).ອ່ານຕໍ່ ...

The Laotian Times

ລາວສະໜັບສະໜູນການຄົ້ນຄວ້າຮ່ວມເພື່ອການຮ່ວມມືລ້ານຊ້າງ-ແມ່ຂອງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວສະແດງຄວາມເຫັນດີຕໍ່ການຄົ້ນຄວ້າທາງດ້ານນະໂຍບາຍຮ່ວມ ເພື່ອສົ່ງເສີມການຮ່ວມມືໃນການພັດທະນາ ໃນອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອຜົນຜະໂຫຍດຮ່ວມຂອງບັນດາປະເທດສະມາຊິກ.ທ່ານນາງ ຄຳເພົ້າ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄຳເຫັນໃນນາມຂອງລັດຖະບານໃນການກ່າວໃນກອງປະຊຸມຫາລືຂອງສູນຄົ້ນຄວ້າແມ່ນ້ຳຂອງໂລກ (GCMS) ຄັ້ງທີ 2 ໃນວັນສຸກແລ້ວນີ້ ທີ່ນະຄອນຫຼວງວຽງຈັນ.ອ່ານຕໍ່  ...

ໂຕະຂ່າວ

ລາວ, ສະຫະລັດສະເຫຼີມສະຫຼອງການຮ່ວມມືຫ້າປີກ່ຽວກັບການສົ່ງເສີມດ້ານການຄ້າ, ການລວມຕົວດ້ານເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ສະຫະລັດຮ່ວມສະເຫຼີມສະຫຼອງຜົນສຳເລັດຂອງໂຄງການ LUNA II ຂອງອົງການຊ່ວຍເຫຼືອເພື່ອການພັດທະນາສາກົນສະຫະລັດ (USAID) ເພື່ອສົ່ງເສີມການສ້າງຄວາມສະດວກທາງການຄ້າ  ແລະ ການລວມຕົວທາງດ້ານເສດຖະກິດ ໃນພິທີເຊິ່ງຈັດຂຶ້ນທີ່ວຽງຈັນໃນວັນສຸກແລ້ວນີ້.ພິທີດັ່ງກ່າວ ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານນາງ ເຣນາ ພິດເທີ ເອກອັກຄະລັດຖະທູດສະຫະລັດປະຈຳລາວ ໄດ້ຊົມເຊີຍຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການ USAID LUNA II ໃນໄລຍະຫ້າປີ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຍີ່ປຸ່ນອະນຸມັດທຶນກວ່າ US$ 8.9 ລ້ານໂດລາສຳລັບການພັດທະນາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນຕົກລົງໃຫ້ທຶນຊ່ວຍເຫຼືອລ້າກວ່າ 76 ຕື້ກີບ (US$8.9 ລ້ານໂດລາ) ສຳລັບສີ່ໂຄງການພັດທະນາໃນລາວ.ພິທີເຊັນບົດບັດທຶກການແລກປ່ຽນສຳລັບສີ່ໂຄງການຊ່ວຍເຫຼືອລ້າດັ່ງກ່າວ ໄດ້ຈັດຂຶ້ນທີ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ ໃນວັນພຸດນີ້ ພາຍໃຕ້ການລົງນາມຂອງທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລາດຊະທູດຍີ່ປຸ່ນປະຈຳລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ທູດພິເສດ UN ຈະຢ້ຽມຢາມລາວເພື່ອກວດກາບັນຫາຄວາມທຸກຍາກ ແລະ ສິດທິມະນຸດ

ລາວມີຄວາມຄືບໜ້າທີ່ດີກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ແຕ່ກໍຍັງຕ້ອງເດີນໜ້າໃນການພັດທະນາ, ເນື່ອງຈາກປະຊາຊົນໜຶ່ງໃນສີ່ຍັງຄົງດຳລົງຊີວິດຢູ່ຫຼຸດຂີດມາດຕະຖານຄວາມທຸກຍາກ, ຕາມເຈົ້າໜ້າທີ່ UN ທີ່ຈະເດີນທາງຢ້ຽມຢາມປະເທດໃນອາຊີຕາເວັນອອກສຽງໃຕ້ໃນເດືອນນີ້.ໃນການສຳພາດຕໍ່ໜ່ວຍຂ່າວ RFA ລາວ ທີ່ບາງກອກໃນວັນອາທິດນີ້, ທ່ານ ຟີລິບ ອາວສ໌ຕັນ ທູດພິເສດສະຫະປະຊາຊາດວ່າດ້ວຍບັນຫາຄວາມທຸກຍາກ ແລະ ສິດທິມະນຸດ ກ່າວວ່າ ໃນການເດີນທາງຢ້ຽມຢາມໄລຍະ 10 ວັນນີ້ ທ່ານຫວັງວ່າຈະໄດ້ຮຽນຮູ້ວ່າດ້ວຍສາເຫດອັນໃດຄົນລາວຈຳນວນໜຶ່ງຈຶ່ງບໍ່ເຂົ້າເຖິງການສຶກສາ, ນ້ຳສະອາດ ຫຼື ການຮັກສາສຸຂະພາບທີ່ດີ ທັງໆທີ່ເສດຖະກິດຂອງປະເທດກໍມີການຂະຫຍາຍຕົວ ແລະ ຄວາມທຸກຍາກກໍໄດ້ຮັບການຫຼຸດຜ່ອນ.ອ່ານຕໍ່  ...

ໜ່ວຍຂ່າວ RFA ລາວ

ສະຫວັນນະເຂດ ແລະ ຢູນີເຊັບສົ່ງເສີມການວາງແຜນ, ການປະສານງານ ແລະ ການຕິດຕາມລະດັບແຂວງ

(ຂປລ) ເພື່ອແນໃສ່ສົ່ງເສີມການວາງແຜນ, ການປະສານງານ ແລະ ການຕິດຕາມລະດັບແຂວງ ເພື່ອປັບປຸງໝາກຜົນສຳລັບວຽກງານກ່ຽວກັບເດັກນ້ອຍ ໄດ້ມີການຈັດກອງປະຊຸມວິຊາການຂຶ້ນໃນວັນສຸກທີ່ຜ່ານມາ ທີ່ແຂວງສະຫວັນນະເຂດ ໂດຍກົມການຮ່ວມມືສາກົນ ພາຍໃຕ້ກະຊວງແຜນການ ແລະ ການລົງທຶນ, ແລະ ພະແນກແຜນການ ແລະ ການຮ່ວມມືແຂວງສະຫວັນນະເຂດ ພາຍໃຕ້ການສະໜັບສະໜູນຂອງອົງການຢູນີເຊັບ ປະຈຳ ສປປ ລາວ.ອ່ານຕໍ່ ...

ຂປລ

ປະທານປະເທດລາວໃຫ້ຄຳແນະນຳກ່ຽວກັບການພັດທະນາຢູ່ແຂວງສະຫວັນນະເຂດ

ສະຫວັນນະເຂດ, ລາວ (ວຽງຈັນທາມສ໌/ANN) – ທ່ານປະທານປະເທດ ບຸນຍັງ ວໍລະຈິດ ແນະນຳອຳນາດການປົກຄອງເມືອງເຊໂປນ ແລະ ເມືອງທ່າພັງທອງ ແຂວງສະຫວັນນະເຂດ ກ່ຽວກັບຄວາມຈຳເປັນໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມ ເຊັ່ນ ບັນຫາຢາເສບຕິດ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.ອ່ານຕໍ່ ...

ໂຕະຂ່າວ

ນັກເສດຖະສາດລາວລະບຸຫ້າປັດໄຈສຳຄັນເພື່ອຮັກສາລະດັບການຂະຫຍາຍຕົວ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນປີນີ້ ລາວຈຳເປັນຕ້ອງສຸມໃສ່ຫ້າປັດໄຈສຳຄັນ ເພື່ອສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດແບບຍືນຍົງ ແລະ ໝັ້ນທ່ຽງ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NIER) ແນະນຳ. ປັດໃຈທຳອິດຈະແມ່ນການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ເພື່ອປັບປຸງລະບຽບການ ແລະ ການປະສານງານຍຸດທະສາດ ເພື່ອຫຼີກລ່ຽງການຫົດຕົວທາງເສດຖະກິດ ແລະ ງົບປະມານພາກລັດ, ໃນຂະນະດຽວກັນ ກໍຮັກສາຄັງສຳຮອງເງິນຕາຕ່າງປະເທດໃຫ້ພຽງພໍ ແລະ ລຶບລ້າງສິ່ງກີດກັ້ນຕໍ່ການດຳເນີນທຸລະກິດ.ອ່ານຕໍ່ ...

ໂຕະຂ່າວ

ຄະນະອຳນວຍການທະນາຄານໂລກອະນຸມັດການຊ່ວຍເຫຼືອດ້ານໂພຊະນາການ ແລະ ການບໍລິຫານງົບປະມານພາກລັດໃນ ສປປ ລາວ

ວໍຊິງຕັນ, 14 ມີນາ 2019 – ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກທຶນຊ່ວຍເຫຼືອງວດໃໝ່ຈຳນວນ US$72 ລ້ານໂດລາ ໃນສາມໂຄງການ ເຊິ່ງໄດ້ຜ່ານການອະນຸມັດໃນມື້ນີ້ຈາກຄະນະອຳນວຍການບໍລິຫານຂອງທະນາຄານໂລກ, ເຊິ່ງຈະສຸມໃສ່ການຫຼຸດຜ່ອນການຂາດສານອາຫານ ແລະ ການປັບປຸງທາງດ້ານງົບປະມານ ແລະ ການໃຫ້ການບໍລິການຂອງພາກລັດ.ອ່ານຕໍ່ ...

ທີມງານທະນາຄານໂລກ

ນັກວາງນະໂຍບາຍຝຶກອົບຮົມກ່ຽວກັບການປະເມີນຜົນກະທົບໃນການຄຸ້ມຄອງ

ລັດຖະບານໄດ້ຈັດການຝຶກອົບຮົມກ່ຽວກັບການປະເມີນຜົນກະທົບໃນການຄຸ້ມຄອງ (RIA) ສຳລັບນັກວາງນະໂຍບາຍຂັ້ນສູນກາງ ແລະ ແຂວງ. ງານຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 13-15 ມີນາ. ເຊິ່ງມີເປົ້າໝາຍເພື່ອຮັບປະກັນວ່າ ລາວຈະສາມາດພັດທະນາລະບົບການຄຸ້ມຄອງການປະຕິບັດງານທີ່ດີ ເພື່ອປົກປ້ອງຊຸມຊົນ ແລະ ສິ່ງແວດລ້ອມ ແລະ ສົ່ງເສີມການພັດທະນາດ້ານເສດຖະກິດ ແລະ ສັງຄົມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

j8fhs
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!