ການຊ່ວຍເຫຼືອ ແລະ ການພັດທະນາ

ລຸກຊຳບວກສືບຕໍ່ສະໜັບສະໜູນວຽກງານການພັດທະນາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ປະເທດລຸກຊຳບວກຈະສືບຕໍ່ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມໃນລາວ ເພື່ອແນໃສ່ໃຫ້ປະເທດຫຼຸດພົ້ນອອກຈາກສະຖານະດ້ອຍພັດທະນາທີ່ສຸດພາຍໃນປີ 2024 ແລະ ວຽກງານການພັດທະນາແບບຍືນຍົງ.ທ່ານ ຊອງ ອັດເຊວບອນ ລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງເປັນເຈົ້າໜ້າທີ່ລະດັບສູງແຫ່ງລາດຊະອານາຈັກລຸກຊຳບວກ ໄດ້ພົບປະກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດຂອງລາວ ທີ່ເດີນທາງຢ້ຽມຢາມປະເທດໃນສະຫະພາບຢູໂຣບໃນອາທິດແລ້ວນີ້ ຕາມຄຳເຊີນຂອງຝ່າຍລຸກຊຳບວກ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/luxembourg-continues-back-laos-development-99324

ລາວຈະແກ້ໄຂແປດບັນຫາພົ້ນເດັ່ນທີ່ເປັນອຸປະສັກຕໍ່ການພັດທະນາ

ລັດຖະບານລາວໄດ້ຕົກລົງດຳເນີນບາດກ້າວ ໃນການແກ້ໄຂແປດບັນຫາເພື່ອເດີນໜ້າແຜນການຂັບເຂື່ອນການພັດທະນາປະເທດຊາດ. ບາດກ້າວດັ່ງກ່າວໄດ້ມີການຕົກລົງໃນກອງປະຊຸມໄລຍະສາມວັນລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ທີ່ວຽງຈັນ ເຊິ່ງໄດ້ອັດລົງໃນວັນສຸກແລ້ວນີ້.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-tackles-eight-pressing-issues-spur-development-99323

ລັດຈະສຸມໃສ່ການລົງທຶນໃນໂຄງການພັດທະນາທີ່ມີໃນປະຈຸບັນ

ລັດຖະບານໄດ້ຖະແຫຼງວ່າໂຄງການລົງທຶນຂອງລັດໃໝ່ສຳລັບປີນີ້ຈະເລື່ອນໄປປະຕິບັດໃນປີ 2020, ເພື່ອແນໃສ່ຮັກສາຄວາມຄ່ອງຕົວທາງດ້ານການເງິນຂອງຊາດ.ຍ້ອນການຂາດດູນດ້ານລາຍຮັບ, ລັດຖະບານຈຶ່ງເດີນໜ້າສຸມໃສ່ການລົງທຶນໃນໂຄງການພັດທະນາທີ່ມີໃນປະຈຸບັນ ແລະ ໂຄງການກ່ຽວກັບການຟື້ນຟູຈາກໄພພິບັດ ເຊິ່ງໄດ້ຮັບການອະນຸມັດຈາກສະພາແຫ່ງຊາດໃນຊ່ວງຫົກເດືອນຕັ້ນປີນີ້.ອ່ານຕໍ່  ...

ສົມສັກ ພົງຂາວ

ລັດຖະບານລາວຕອບໂຕ້ຕໍ່ບົດລາຍງານທີ່ບໍ່ເປັນຕາມຄວາມຈິງຂອງຊ່ຽວຊານສະຫະປະຊາຊາດ

(ຂປລ) ຕາມຄວາມເຫັນດີ ແລະ ຄຳເຊີນຂອງລັດຖະບານລາວ, ທ່ານ ຟິລິບ ອາວສ໌ຕັນ ທູດພິເສດຂອງອົງການສະຫະປະຊາຊາດດ້ານຄວາມທຸກຍາກ ແລະ ສິດທິມະນຸດໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 18-28 ມີນາ 2019. ຈຸດປະສົງຂອງການຢ້ຽມຢາມດັ່ງກ່າວແມ່ນເພື່ອປະເມີນ ແລະ ຢືນຢັນລະດັບຄວາມທຸກຍາກທີ່ຍັງມີຢູ່ໃນລາວ, ລວມທັງນຳສະເໜີສາເຫດ ແລະ ທິດທາງການພັດທະນາໃນຕໍ່ໜ້າສຳລັບລັດຖະບານລາວ, ກໍຄືລາຍງານຜົນສຳເລັດ ແລະ ສິ່ງທ້າທາຍໃນການສົ່ງເສີມ ແລະ ປົກປ້ອງສິດທິຂອງປະຊາຊົນລາວທີ່ຍັງຢູ່ພາຍໃຕ້ຄວາມທຸກຍາກ.ອ່ານຕໍ່ ...

ທີມ ຂປລ

ຄະນະກຳມະການແມ່ນ້ຳຂອງ ແລະ ອອສ໌ເຕຣເລຍສືບຕໍ່ການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມາທິການແມ່ນ້ຳຂອງ (MRC) ແລະ ອົງການອ່າງແມ່ນ້ຳເມີເຣ-ດາລິງ (MDBA) ຂອງອອສ໌ເຕຣເລຍ ໄດ້ລົງນາມໃນຂໍ້ຕົກລົງ ເພື່ອເປັນຂີດໝາຍສືບຕໍ່ການຈັດຕັ້ງຊ່ອງທາງ ເພື່ອໂອນຖ່າຍຄວາມຮູ້ລະຫວ່າງສອງອົງການ.ທ່ານ ອັນ ປິກ ຫັດດາ ຫົວໜ້າເລຂາທິການ MRC ແລະ ທ່ານ ຟິລິບ ໄກລ ປະທານບໍລິຫານ MDBA ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຢ່າງເປັນທາງການທີ່ເມືອງແຄນເບີຣາ ປະເທດອອສ໌ເຕຣເລຍ ໃນວັນທີ 6 ມິຖຸນາຜ່ານມາ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/mekong-australian-river-bodies-renew-partnership-98642

ລາວ, ມູນນິທິເກົາຫຼີໃຕ້ ສືບຕໍ່ການຮ່ວມມືດ້ານສາທາລະນະສຸກ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງທ້ອງຖິ່ນ ຢືນຢັນວ່າຈະສືບຕໍ່ຮ່ວມມືກັບມູນນິທິເກົາຫຼີເພື່ອສຸຂະພາບສາກົນ (KOFIH) ໃນການຍົກລະດັບຄວາມສາມາດຂອງຊ່ຽວຊານສາທາລະນະສຸກຂອງລາວ.ທ່ານ ຮສ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນກອງປະຊຸມພົບປະອະດີດນັກສຶກສາ KOFIH ຂອງ ສປປ ລາວ 2019 ສຳລັບນັກສຶກສາທຶນຝຶກອົບຮົມ ຫວ່າງໝໍ່ໆມານີ້ວ່າ ນີ້ບໍ່ແມ່ນເປັນພຽງແຕ່ສັນຍາລັກຂອງການຮ່ວມມືກັບເກົາຫຼີ ແຕ່ຍັງເປັນຈຸດເລີ່ມຕົ້ນໃນການຂະຫຍາຍການຮ່ວມມືໃນຂະແໜງການອື່ນໆທີ່ຈຳເປັນສຳລັບປະເທດລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-south-korean-foundation-recommit-health-cooperation-98643

ຍີ່ປຸ່ນຊ່ວຍເຫຼືອດ້ານສະບຽງອາຫານສຳລັບເດັກນ້ອຍລາວ

ລັດຖະບານຍີ່ປຸ່ນໄດ້ບໍລິຈາກອາຫານກະປ໋ອງ ແລະ ເຂົ້າສານ ມູນຄ່າ 27 ຕື້ກີບ (US$3.2 ລ້ານໂດລາ) ໃຫ້ແກ່ໂຄງການອາຫານໂຮງຮຽນ ແລະ ການສ້າງຄວາມເຂັ້ມແຂງເພື່ອຮັບມືຕໍ່ໄພພິບັດໃນລາວ ຂອງອົງການອາຫານໂລກ (WFP) .ການຊ່ວຍເຫຼືອໃນຄັ້ງນີ້ແມ່ນສຳລັບຊ່ວຍເຫຼືອຊຸມຊົນ ໂດນສະເພາະໃນການຮັບມືກັບໄພພິບັດ ແລະ ສະພາບການທີ່ມີຜົນກະທົບຕໍ່ສະບຽງອາຫານ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ລາວ, ເກົາຫຼີໃຕ້ຕົກລົງກໍ່ສ້າງໂຮງໝໍທັນສະໄໝ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ເກົາຫຼີໃຕ້ມີການຮ່ວມມືໃນການກໍ່ສ້າງໂຮງໝໍທັນສະໄໝຂຶ້ນທີ່ນະຄອນວຽງຈັນ ເພື່ອໃຫ້ການບໍລິການການປິ່ນປົວແບບທັນສະໄໝ ແລະ ຫຼຸດຜ່ອນປະລິມານຄົນເຈັບທີ່ຕ້ອງເດີນທາງໄປປິ່ນປົວຢູ່ບັນດາປະເທດເພື່ອນບ້ານ.ໂຮງໝໍດັ່ງກ່າວມີມູນຄ່າການກໍ່ສ້າງກວ່າ US$80 ລ້ານໂດລາ ເຊິ່ງລວມມີການປະກອບສ່ວນຈາກລັດຖະບານເກົາຫຼີ ພາຍໃຕ້ກອງທຶນການຮ່ວມມືໃນການພັດທະນາເສດຖະກິດ (EDCF) ເປັນມູນຄ່າ US$65 ລ້ານໂດລາ.ອ່ານຕໍ່ ...

ພົນສະຫວັນ ວົງໄຊ
http://annx.asianews.network/content/laos-south-korea-agree-build-state-art-hospital-97917

ລາວ, ຈີນຫາລືການພັດທະນາເສດຖະກິດດິຈິຕອລ໌

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລາວ ແລະ ຈີນ, ນັກຄົ້ນຄວ້າ ແລະ ຫົວໜ່ວຍທຸລະກິດຕ່າງໆໄດ້ມີການລວມຕົວກັນທີ່ນະຄອນຫຼວງວຽງຈັນວານນີ້ ເພື່ອຫາລືກ່ຽວກັບການພັດທະນາເສດຖະກິດແບບດິຈິຕອລ໌, ໂດຍການນຳໃຊ້ຂໍ້ມູນ big data ໃນການທ່ອງທ່ຽວ ແລະ ເສີມຂະຫຍາຍຄວາມສາມາດໃນການຮັບມືກັບເຫດສຸກເສີນ.ກອງປະຊຸມສຳມະນາໃນຫົວຂໍ້ “ຄວາມສຳຄັນຂອງການພັດທະນາເສດຖະກິດຍຸກດິຈິຕອລ໌, ປະສົບການ ແລະ ບົດຮຽນຈາກຈີນ, ການນຳໃຊ້  Big Data ໃນອຸດສາຫະກຳການທ່ອງທ່ຽວ ແລະ ການເສີມຂະຫຍາຍຄວາມສາມາດໃນການຮັບມືກັບເຫດສຸກເສີນ ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມ” ໄດ້ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/laos-china-discuss-development-digital-economy-97922

ທະນາຄານໂລກຈະໃຫ້ທຶນກູ້ຢືມສຳລັບການປະຕິຮູບການຂະຫຍາຍຕົວສີຂຽວຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກໄດ້ຕົກລົງປ່ອຍສິນເຊື່ອຈຳນວນ US$40 ລ້ານໂດລາໃຫ້ແກ່ລັດຖະບານລາວ ເພື່ອສົ່ງເສີມການປະຕິຮູບການຂະຫຍາຍຕົວສີຂຽວ.ສະຖາບັນການເງິນໂລກດັ່ງກ່າວໄດ້ຖະແຫຼງໃນອາທິດນີ້ວ່າ ຄະນະບໍລິຫານໄດ້ທຳການອະນຸມັດຂໍ້ຕົກລົງເງິນກູ້ດັ່ງກ່າວໃນວັນທີ 28 ພຶດສະພານີ້. ເຖິງຢ່າງໃດກໍຕາມ ຍັງບໍ່ມີລາຍງານກ່ຽວກັບກຳນົດການໃນການລົງນາມໃນຂ້ຕົກລົງເງິນກູ້ດັ່ງກ່າວຂອງລັດຖະບານລາວ ຮ່ວມກັບທາງທະນາຄານ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/world-bank-finance-lao-green-growth-reform-97551

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5WZBB
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!