ການຊ່ວຍເຫຼືອ ແລະ ການພັດທະນາ

ການຊ່ວຍເຫຼືອດ້ານການພັດທະນາແບບສອງຝ່າຍ

ລັດຖະບານເຢຍລະມັນຈະມອບທຶນຈຳນວນ 51.7 ລ້ານຢູໂຣເພື່ອຊ່ວຍເຫຼືອດ້ານການພັດທະນາໃນລາວ

ລັດຖະບານເຢຍລະມັນຕົກລົງທີ່ຈະມອບທຶນຊ່ວຍເຫຼືອລ້າຈຳນວນ 51.7 ລ້ານຢູໂຣເພື່ອສະໜັຍສະໜູນບັນດາຖຄງການດ້ານການພັດທະນາໃນລາວ ສຳລັບສົກປີງົບປະມານ 2018-2019.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ອົສ໌ຕຣາລີເພີ່ມການຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມແຂວງອັດຕະປື

ລັດຖະບານອົສ໌ຕຣາລີຈະໃຫ້ທຶນຊ່ວຍເຫຼືອເພີ່ມເຕີມມູນຄ່າ 2.2 ລ້ານໂດລາອົສຕຣາລີ ເພື່ອດຳເນີນການຊ່ວຍເຫຼືອວຽກງານບັນເທົາທຸກ ແລະ ຟື້ນຟູດ້ານໂພຊະນາການ, ການສຶກສາ, ການປົກປ້ອງເດັກ ແລະ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ສຳລັບຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງອັດຕະປື.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ທຶນສະໜັບສະໜູນການພັດທະນາກະສິກຳ

ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ມີແຜນໃຫ້ທຶນກູ້ຢືມຈຳນວນ 40 ລ້ານໂດລາສະຫະລັດ ເພື່ອສົ່ງເສີມໂຄງການສ້າງໂອກາດຍຸດທະສາດຂອງປະເທດ (COSOP) 2018-24 ໃນລາວ. ກອງທຶນໃໝ່ຈະນຳໃຊ້ເພື່ອເສີມຂະຫຍາຍການຜະລິດກະສິກຳຕາມທ້ອງຕະຫຼາດ, ການບໍລິການການເງິນຊົນນະບົດ ແລະ ລະບົບການຄຸ້ມຄອງແບບຍືນຍົງສຳລັບທະນາຄານບ້ານ ເພື່ອລົງທຶນໃນໂຄງການຊົນລະປະທານຂະໜາດນ້ອຍ.ອ່ານຕໍ່ ...

ວຽງຈັນທາມສ໌

ລຸກເຊັມບວກຊ່ວຍເຫຼືອໂຮງໝໍໃນແຂວງບໍລິຄຳໄຊ

ຄົນເຈັບຈະມີຄວາມໄວ້ວາງໃຈເພີ່ມຂຶ້ນໃນການປິ່ນປົວສຸຂະພາບ ຫຼັງຈາກພິທີເປີດໂຮງໝໍແຫ່ງໃໝ່ໃນແຂວງບໍລິຄຳໄຊວານນີ້ ເຊິ່ງເປັນສ່ວນໜຶ່ງຂອງການຍົກລະດັບການບໍລິການສາທາລະນະສຸກ ສູ່ມາດຕະຖານສາກົນໃນພາກກາງ ແລະ ພາກໃຕ້ຂອງລາວ. ໂຮງໝໍແຫ່ງໃໝ່ນີ້ເປັນໂຮງໝໍແຫ່ງທີສອງໃນລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານລຸກເຊັມບວກ ຫຼັງແຜນສົ່ງເສີມການກໍ່ສ້າງໂຮງໝໍແຂວງວຽງຈັນໃນຊ່ວງສິບປີຫຼັງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສະມາຄົມເກົາຫຼີໃຫ້ການຊ່ວຍເຫຼືອຄົນທຸກຍາກ 32 ຕື້

ສະມາຄົມເກົາຫຼີເພື່ອການແບ່ງປັນດ້ານສິລະປະວັດທະນະທຳ ໄດ້ມອບເຄື່ອງນຸ່ງຫົ່ມ, ເກີບ, ໂຕະ ແລະ ຕັ່ງ ເພື່ອຊ່ວຍເຫຼືອຜູ້ທຸກຍາກໃຫ້ແກ່ລັດຖະບານລາວ ເຊິ່ງມີມູນຄ່າກວ່າ 32 ຕື້ກີບ (3,894,720 ໂດລາສະຫະລັດ). ນອກນີ້ຍັງແນໃສ່ຊ່ວຍເຫຼືອບັນເທົາທຸກໄພພິບັດສຳລັບຜູ້ປະສົບເຄາະ ແລະ ຜູ້ດ້ອຍໂອກາດໃນຊົນນະບົດອ່ານຕໍ່ ...

ວຽງຈັນທາມສ໌

EU, AFD ສະໜັບສະໜູນການປັບປຸງດ້ານໂພຊະນາການໃນແຂວງພາກເໜືອ

ສະຫະພາບຢູໂຣບ (EU) ແລະ ອົງການຝຣັ່ງເພື່ອການພັດທະນາ (AFD) ຄາດຄະເນງົບຊ່ວຍເຫຼືອກວ່າ 5.7 ຕື້ຢູໂຣ ແຕ່ປີ 2018-2022 ສຳລັບໂຄງການສົ່ງເສີມກະສິກຳທີ່ຜົນຕໍ່ໂພຊະນາການ ໃນພາກເໜືອຂອງລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຍີ່ປຸ່ນຊ່ວຍເຫຼືອ 23.6 ຕື້ກີບໃນການພັດທະນາຊັບພະຍາກອນມະນຸດໃນລາວ

ໃນວັນສຸກທີ່ຜ່ານມາ ລັດຖະບານຍີ່ປຸ່ນໄດ້ຕົກລົງຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດໃນລາວ ເປັນເງິນກວ່າ 23.6 ຕື້ກີບ (2.8 ລ້ານໂດລາສະຫະລັດ).ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ອົງການພັດທະນາລຸກ ແລະ ຄູ່ຮ່ວມງານ ທົບທວນຜົນຂອງໂຄງການພັດທະນາ

ພະນັກງານລັດ ແລະ ຄູ່ຮ່ວມງານສາກົນທົບທວນຜົນຂອງໂຄງການພັດທະນາໃນແຂວງວຽງຈັນ, ບໍ່ແກ້ວ, ບໍລິຄຳໄຊ ແລະ ຄຳມ່ວນ ຫຼັງຈາກໄລຍະໜຶ່ງປີຂອງການຈັດຕັ້ງປະຕິບັດໂຄງການ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 20-21 ມິຖຸນາ ເພື່ອທົວທວນ ແລະ ລາຍງານຄວາມຄືບໜ້າ ແລະ ສິ່ງທ້າທາຍຂອງໂຄງການ ລວມເຖິງແຜນການໃນອະນາຄົດ.ອ່ານຕໍ່ ...

ວຽງຈັນທາມສ໌

ຈີນຊ່ວຍລາວໃນການຝຶກອົບຮົມການວາງແຜນພັດທະນາເສດຖະກິດ

ວຽງຈັນ, 19 ມິຖຸນາ (ຊິນຫົວ) — ໃນວັນອັງຄານນີ້ ກອງປະຊຸມຝຶກອົບຮົມວິຊາການກ່ຽວກັບຍຸດທະສາດ ແລະ ການວາງແຜນການພັດທະນາເສດຖະກິດແຫ່ງຊາດຂອງລາວ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ. ໃນກອງປະຊຸມວິຊາການດັ່ງກ່າວ ວິທະຍາກອນຈາກປະເທດຈີນຈະຈັດອົບຮົມໄລຍະ 21 ວັນໃຫ້ແກ່ສຳມະນາກອນລາວ.ອ່ານຕໍ່ ...

ບັນນາທິການຊິນຫົວ

ລາວຮັບການຊ່ວຍເຫຼືອຈາກຈີນກ່ຽວກັບວຽກງານຊາວໜຸ່ມ

ວຽງຈັນ, 19 ມິຖຸນາ (ຊິນຫົວ) — ຫົວໜ້າສູນກາງຊາວໜຸ່ມກ່າວໃນວັນອັງຄານນີ້ວ່າ ຝ່າຍລາວມີຄວາມຍິນດີຕໍ່ການຊ່ວຍເຫຼືອຈາກປະເທດຈີນກ່ຽວກັບວຽກງານຊາວໜຸ່ມ. ກຸ່ມອາສາສະໝັກຊາວໜຸ່ມຈີນຊ່ວຍເຫຼືອລາວຊຸດທີ 9 ໄດ້ເດີນທາງມາລາວ ແລະ ຈະໃຫ້ການບໍລິການຊ່ວຍເຫຼືອດ້ານການສຶກສາ, ສາທະລະນະສຸກ, ກິລາ ແລະ ຄົມມະນາຄົມ ເປັນໄລຍະເວລາ 6 ເດືອນ.ອ່ານຕໍ່ ...

ບັນນາທິການຊິນຫົວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

GgX7n
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!