ສະມາຄົມເກົາຫຼີມອບເຄື່ອງຊ່ວຍເຫຼືອນັກຮຽນລາວໃນຊົນນະບົດມູນຄ່າ 10 ຕື້ກີບ

ສະມາຄົມແລກປ່ຽນສິລະປະວັດທະນະທຳເກົາຫຼີ ໄດ້ມອບເຄື່ຶອງຊ່ວຍເຫຼືອຕ່າງໆເຊັ່ນ ເຄື່ອງນຸ່ງຫົ່ມ, ເກີບ, ໂຕະ, ຕັ່ງ ມູນຄ່າກວ່າ 10 ຕື້ກີບ (US$1.3 ລ້ານໂດລາ) ເພື່ອຊ່ວຍເຫຼືອນັກຮຽນທີ່ດ້ອຍໂອກາດ.ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນເພື່ອຊ່ວຍເຫຼືອເດັກນ້ອຍນັກຮຽນໃນຊົນນະບົດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ແລະ ຜູ້ດ້ອຍໂອກາດຕ່າງໆ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເກົາຫຼີໃຕ້ໃຫ້ທຶນຊ່ວຍເຫຼືອໃນການຄຸ້ມຄອງຂີ້ເຫຍື້ອຢູ່ວຽງຈັນ, ປາກເຊ

ສາທາລະນະລັດເກົາຫຼີຈະໃຫ້ທຶນຊ່ວຍເຫຼືອຈຳນວນ US$6.78 ລ້ານໂດລາສຳລັບໂຄງການສ້າງຄວາມສາມາດດ້ານການບຳບັດຂີ້ເຫຍື້ອ ແລະ ນ້ຳເສຍ ເພື່ອການປັບປຸງການຄຸ້ມຄອງສິ່ງແວດລ້ອມໃນວຽງຈັນ ແລະ ປາກເຊ.ລັດຖະບານເກົາຫຼີຈະສະໜອງທຶນຊ່ວຍເຫຼືອຈຳນວນ US$6.5 ລ້ານໂດລາ, ໃນຂະນະທີ່ທຶນອີກ US$280,000 ໂດລາ ຈະມາຈາກສະຖາບັນການຂະຫຍາຍພື້ນທີ່ສີຂຽວໂລກ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ເຢຍລະມັນໃຫ້ທຶນຊ່ວຍເຫຼືອ 8.3 ຕື້ກີບເພື່ອສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານຢູ່ແຂວງຊຽງຂວາງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງການຮ່ວມມື ແລະ ພັດທະນາເສດຖະກິດຂອງສະຫະພັນເຢຍລະມັນ (BMZ) ຮ່ວມກັບອົງການຄິຼດຕະຈັກເພື່ອການພັດທະນາ ແລະ ບັນເທົາທຸກ ເຢຍລະມັນ (ADRA) ໄດ້ອະນຸມັດທຶນຊ່ວຍເຫຼືອກວ່າ 8.3 ຕື້ກີບ (US$961,493 ໂດລາ) ເພື່ອຊ່ວຍເຫຼືອໂຄງການສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຊີວິດການເປັນຢູ່ໄລຍະສາມປີ ຢູ່ເມືອງພູກູດ ແຂວງຊຽງຂວາງ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການດັ່ງກ່າວໄດ້ມີການລົງນາມຫວ່າງໝໍ່ໆມານີ້ ຢູ່ແຂວງຊຽງຂວາງ ລະຫວ່າງທ່ານນາງ ກິວ ກຼໍລິມຸນ ອຳນວຍການອົງການ ADRA ປະຈຳລາວ ແລະ ທ່ານ ບຸນໂຮມ ເທດທານີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/germany-provides-grant-bolster-food-security-xieng-khuang-100654

ໂຄງການຊ່ວຍເຫຼືອຂອງອີຢູ ຈະຊ່ວຍແກ້ໄຂບັນຫາການຄ້າສັດປ່າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພາບຢູໂຣບ (ອີຢູ) ໄດ້ໃຫ້ທຶນຊ່ວຍເຫຼືອຈຳນວນ 8 ລ້ານຢູໂຣ ເພື່ອສະໜັບສະໜູນໂຄງການໃໝ່ໃນເຈັດປະເທດ ລວມທັງປະເທດລາວ, ເພື່ອເປັນໜຶ່ງໃນບາດກ້າວການສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ ໃນການແກ້ໄຂບັນຫາການຄ້າສັດປ່າ ແລະ ອາດຊະຍາກຳປ່າໄມ້.ສຳລັບປະເທດລາວ ໄດ້ດຳເນີນກິດຈະກຳການລິເລີ່ມລະດັບຊາດຂອງອີຢູ ທີ່ມີຊື່ວ່າ ຄູ່ຮ່ວມງານເພື່ອຕ້ານອາດຊະຍາກຳກ່ຽວກັບສັດປ່າ ເຊິ່ງຈັດຂຶ້ນໃນວັນເສົາຜ່ານມານີ້ ທີ່ສູນຟື້ນຟູສັດປ່າ ບ້ານເກີນ ແຂວງວຽງຈັນ.ອ່ານຕໍ່  ...

ສົມສັກ ພົງຂາວ
http://annx.asianews.network/content/eu-funded-project-tackles-wildlife-trafficking-100196

ສະຫະລັດຊ່ວຍເຫຼືອລາວໃນການຂະຫຍາຍເຄືອຂ່າຍກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະລັດໄດ້ຕົກລົງເສີມຂະຫຍາຍການຊ່ວຍເຫຼືອລາວຜ່ານໂຄງການສ້າງຄວາມເຊື່ອມໂຍງເພື່ອການຂະຫຍາຍເຄືອຂ່າຍກະສິກຳ (CLEAN) ເຊິ່ງຈະຊ່ວຍປັບປຸງຄຸນນະພາບຂອງຜະລິດຕະພັນກະສິກຳ ແລະ ເສີມຂະຫຍາຍການສົ່ງອອກ.ໃນວັນພຸດຜ່ານມາ ໂຄງການວິນຣ໋ອກໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມກັບກົມປູກຝັງ ເພື່ອການດຳເນີນໂຄງການ CLEAN ໃນລາວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/us-helps-laos-expand-agriculture-networks-100019

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອກວ່າ US$2.8 ລ້ານໂດລາເພື່ອເປັນຄ່າຮຽນສຳລັບນັກສຶກສາລາວ

ລັດຖະບານຍີ່ປຸ່ນໄດ້ອະນຸມັດທຶນຊ່ວຍເຫຼືອລ້າກວ່າ US$2.8 ລ້ານໂດລາ (ຫຼືເກືອບ 24.9 ຕື້ກີບ) ເພື່ອເປັນທຶນສຳລັບນັກສຶກສາລາວໃນການສຶກສາຮ່ຳຮຽນຢູ່ປະເທດຍີ່ປຸ່ນ ແຕ່ເດືອນກໍລະກົດປີນີ້ ເຖິງເດືອນກັນຍາປີ 2020 ພາຍໃຕ້ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ.ຂໍ້ຕົກລົງກ່ຽວກັບການຊ່ວຍເຫຼືອດັ່ງກ່າວ ໄດ້ມີການລົງນາມຢູ່ທີ່ກົມການຮ່ວມມືສາກົນພາຍໃຕ້ກະຊວງແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຄະນະກຳມະການແມ່ນ້ຳຂອງ ແລະ ອອສ໌ເຕຣເລຍສືບຕໍ່ການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມາທິການແມ່ນ້ຳຂອງ (MRC) ແລະ ອົງການອ່າງແມ່ນ້ຳເມີເຣ-ດາລິງ (MDBA) ຂອງອອສ໌ເຕຣເລຍ ໄດ້ລົງນາມໃນຂໍ້ຕົກລົງ ເພື່ອເປັນຂີດໝາຍສືບຕໍ່ການຈັດຕັ້ງຊ່ອງທາງ ເພື່ອໂອນຖ່າຍຄວາມຮູ້ລະຫວ່າງສອງອົງການ.ທ່ານ ອັນ ປິກ ຫັດດາ ຫົວໜ້າເລຂາທິການ MRC ແລະ ທ່ານ ຟິລິບ ໄກລ ປະທານບໍລິຫານ MDBA ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຢ່າງເປັນທາງການທີ່ເມືອງແຄນເບີຣາ ປະເທດອອສ໌ເຕຣເລຍ ໃນວັນທີ 6 ມິຖຸນາຜ່ານມາ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/mekong-australian-river-bodies-renew-partnership-98642

ລາວ, ມູນນິທິເກົາຫຼີໃຕ້ ສືບຕໍ່ການຮ່ວມມືດ້ານສາທາລະນະສຸກ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງທ້ອງຖິ່ນ ຢືນຢັນວ່າຈະສືບຕໍ່ຮ່ວມມືກັບມູນນິທິເກົາຫຼີເພື່ອສຸຂະພາບສາກົນ (KOFIH) ໃນການຍົກລະດັບຄວາມສາມາດຂອງຊ່ຽວຊານສາທາລະນະສຸກຂອງລາວ.ທ່ານ ຮສ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນກອງປະຊຸມພົບປະອະດີດນັກສຶກສາ KOFIH ຂອງ ສປປ ລາວ 2019 ສຳລັບນັກສຶກສາທຶນຝຶກອົບຮົມ ຫວ່າງໝໍ່ໆມານີ້ວ່າ ນີ້ບໍ່ແມ່ນເປັນພຽງແຕ່ສັນຍາລັກຂອງການຮ່ວມມືກັບເກົາຫຼີ ແຕ່ຍັງເປັນຈຸດເລີ່ມຕົ້ນໃນການຂະຫຍາຍການຮ່ວມມືໃນຂະແໜງການອື່ນໆທີ່ຈຳເປັນສຳລັບປະເທດລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-south-korean-foundation-recommit-health-cooperation-98643

ຍີ່ປຸ່ນຊ່ວຍເຫຼືອດ້ານສະບຽງອາຫານສຳລັບເດັກນ້ອຍລາວ

ລັດຖະບານຍີ່ປຸ່ນໄດ້ບໍລິຈາກອາຫານກະປ໋ອງ ແລະ ເຂົ້າສານ ມູນຄ່າ 27 ຕື້ກີບ (US$3.2 ລ້ານໂດລາ) ໃຫ້ແກ່ໂຄງການອາຫານໂຮງຮຽນ ແລະ ການສ້າງຄວາມເຂັ້ມແຂງເພື່ອຮັບມືຕໍ່ໄພພິບັດໃນລາວ ຂອງອົງການອາຫານໂລກ (WFP) .ການຊ່ວຍເຫຼືອໃນຄັ້ງນີ້ແມ່ນສຳລັບຊ່ວຍເຫຼືອຊຸມຊົນ ໂດນສະເພາະໃນການຮັບມືກັບໄພພິບັດ ແລະ ສະພາບການທີ່ມີຜົນກະທົບຕໍ່ສະບຽງອາຫານ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ລາວ, ເກົາຫຼີໃຕ້ຕົກລົງກໍ່ສ້າງໂຮງໝໍທັນສະໄໝ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ເກົາຫຼີໃຕ້ມີການຮ່ວມມືໃນການກໍ່ສ້າງໂຮງໝໍທັນສະໄໝຂຶ້ນທີ່ນະຄອນວຽງຈັນ ເພື່ອໃຫ້ການບໍລິການການປິ່ນປົວແບບທັນສະໄໝ ແລະ ຫຼຸດຜ່ອນປະລິມານຄົນເຈັບທີ່ຕ້ອງເດີນທາງໄປປິ່ນປົວຢູ່ບັນດາປະເທດເພື່ອນບ້ານ.ໂຮງໝໍດັ່ງກ່າວມີມູນຄ່າການກໍ່ສ້າງກວ່າ US$80 ລ້ານໂດລາ ເຊິ່ງລວມມີການປະກອບສ່ວນຈາກລັດຖະບານເກົາຫຼີ ພາຍໃຕ້ກອງທຶນການຮ່ວມມືໃນການພັດທະນາເສດຖະກິດ (EDCF) ເປັນມູນຄ່າ US$65 ລ້ານໂດລາ.ອ່ານຕໍ່ ...

ພົນສະຫວັນ ວົງໄຊ
http://annx.asianews.network/content/laos-south-korea-agree-build-state-art-hospital-97917

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

4ra77
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!