ກະສິກຳ ແລະ ການປະມົງ
ອົງການສາກົນມີແຜນສະໜັບສະໜູນການພັດທະນາກະສິກຳຄັ້ງໃຫຍ່ໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ມີແຜນອະນຸມັດການຊ່ວຍເຫຼືອດ້ານການເງິນຊຸດໃໝ່ ໃນການຈັດຕັ້ງປະຕິບັດໂຄງການໃນຊົນນະບົດ ແນໃສ່ສົ່ງເສີມການຜະລິດເປັນສິນຄ້າ.ໂຄງການດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງສືບຕໍ່ການຊ່ວຍເຫຼືອໃນປະຈຸບັນ ຈະດຳເນີນແຕ່ປີ 2020-2026 ໃນມູນຄ່າລວມ US$30 ລ້ານໂດລາ ເຊິ່ງຄາດວ່າຈະໄດ້ຮັບການອະນຸມັດໃນປີນີ້.ເຈົ້າໜ້າທີ່ໄດ້ເປີດເຜີຍຂໍ້ມູນດັ່ງກ່າວຕໍ່ສື່ມວນຊົນໃນໂອກາດທີ່ທ່ານ ກິວເບີດ ຟ. ຮຸງໂບ ປະທານ IFAD ພ້ອນດ້ວຍຄະນະ ເດີນທາງຢ້ຽມຢາມແຂວງຊຽງຂວາງເພື່ອກວດສອບຄວາມຄືບໜ້າຂອງໂຄງການໃນອາທິດນີ້.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/major-int%E2%80%99l-boost-planned-agricultural-development-laos-100822
ແຂວງຜົ້ງສາລີ ເດີນໜ້າຕ້ານພະຍາດອະຫິວາໝູອາຟຣິກາຫຼັງຈາກພົບການລະບາດເພີ່ມຂຶ້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງຜົ້ງສາລີ ກຳລັງລະດົມຄວາມພະຍາຍາມໃນທ້ອງຖິ່ນ ເພື່ອສະກັດກັ້ນການລະບາດຂອງພະຍາດໄຂ້ຫວັດໝູອາຟຣິກາ ຫຼັງຈາກທີ່ສະຖານະການຫຼ້າສຸດພົບໝູຕາຍອີກ 338 ໂຕໃນແຂວງພາກເໜືອ.ມາເຖິງປະຈຸບັນ ຢູ່ແຂວງຜົ້ງສາລີ ພົບໝູຕາຍຍ້ອນພະຍາດດັ່ງກ່າວແລ້ວ 1,000 ໂຕ ຕາມການລາຍງານຂອງເຈົ້າໜ້າທີ່ແຂວງ.ອຳນາດການປົກຄອງທ້ອງຖິ່ນໄດ້ມີການຕັ້ງດ່ານກວດເພື່ອສະກັດກັ້ນການນຳເອົາສັດລ້ຽງອອກຈາກເຂດບ້ານມົນສະຫວັນ ແລະ ບ້ານຫາດເຊີຍ ເມືອງຂວາ ທີ່ພົບການລະບາດຂອງພະຍາດດັ່ງກ່າວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/phongsaly-battling-african-swine-fever-following-another-outbreak-100735
ຫົວໜ້າກະສິກຳ ຢູເອັນ ລົງຕິດຕາມຄວາມຄືບໜ້າຂອງໂຄງການໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລະດັບສູງຂອງອົງການສະຫະປະຊາຊາດ ໄດ້ຢ້ຽມຢາມປະເທດລາວເພື່ອຈຸດປະສົງໃນການເພີ່ມທະວີການຮ່ວມມືລະຫວ່າງ ຢູເອັນ-ລາວ ເພື່ອຮັກສາລະດັບຄວາມໝັ້ນຄົງດ້ານສະບຽງອາຫານ, ເພີ່ມທະວີການມີວຽກເຮັດງານທຳໃນຊົນນະບົດ ແລະ ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງສະພາບອາກາດໃນເຂດຊົນນະບົດ.ເພື່ອປະກອບສ່ວນໃນພາລະກິດດັ່ງກ່າວ, ທ່ານ ກິວເບີດ ຟ. ຮຸງໂບ ປະທານອົງການກອງທຶກສາກົນເພື່ອການພັດທະນາກະສິກຳ (IFAD) ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມແຂວງຊຽງຂວາງໃນອາທິດນີ້ ເພື່ອກວດກາໂຄງການແຊກແຊງຂອງ ຢູເອັນ ແລະ ກຳນົດແນວທາງເພື່ອປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານໃນແຂວງດັ່ງກ່າວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/un-agriculture-chief-monitors-project-progress-laos-100732
ໄພແຫ້ງແລ້ງທຳລາຍຄວາມຫວັງຂອງຊາວກະສິກອນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ປະລິມານຝົກຕົກທີ່ຕ່ຳ ບວກກັບອຸນນະພູມທີ່ເພີ່ມສູງຂຶ້ນ ກຳລັງທຳລາຍເຄື່ອງປູກຂອງຝັງຂອງຊາວກະສິກອນລາວທົ່ວປະເທດ ພາຍໃຕ້ສະຖານະການໄພແຫ້ງແລ້ງທີ່ກຳລັງເກີດຂຶ້ນໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້.ນັກວິເຄາະກ່າວວ່າ ປະລິມານນ້ຳຝົນໃນລະດູທີ່ຕ່ຳທີ່ສຸດໃນຮອບຫຼາຍທົດສະວັດ ບໍ່ພຽງແຕ່ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດການເປັນຢູ່ຂອງຊາວກະສິກອນ ແຕ່ຍັງກະທົບເຖິງຄວາມໝັ້ນຄົງດ້ານສະບຽງອາຫານ.ທ່ານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວານນີ້ວ່າ ການປັກດຳນາປີໃນທົ່ວປະເທດຫາກໍ່ສຳເລັດພຽງແຕ່ 40 ເປີເຊັນ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/drought-destroying-future-lao-farmers-100731
ໝາກໂມລາວໄດ້ຮັບການອະນຸຍາດໃຫ້ນຳເຂົ້າສູ່ຕະຫຼາດຈີນຢ່າງເປັນທາງການ
ໜ່ວຍງານຄຸ້ມຄອງພາສີຂອງຈີນ (GAC) ໄດ້ແຈ້ງໃນວັນທີ 4 ກໍລະກົດນີ້ວ່າ ໝາກໂມຈາກລາວໄດ້ຜ່ານການຮັບຮອງດ້ານສຸຂະອະນາໄມພືດ ເຊິ່ງປະຈຸບັນສາມາດນຳເຂົ້າໃນປະເທດຈີນໄດ້ – ເປັນການເພີ່ມແຫຼ່ງນຳເຂົ້າໝາກໂມນອກລະດູແຫ່ງໃໝ່ສຳລັບຈີນ. ໃບຮັບຮອງດ້ານສຸຂະອະນາໄມພືດເພື່ອການນຳເຂົ້າໝາກໂມຈາກລາວສູ່ຈີນ ໄດ້ຮັບການຮັບຮອງໃນເດືອນມິຖຸນາທີ່ຜ່ານມາ ໃນລະຫວ່າງການຢ້ຽມຢາມລາວຂອງຄະນະຜູ້ແທນ GAC ເຊິ່ງນຳໂດຍທ່ານຮອງລັດຖະມົນຕີ ຫູ ເຫວີຍ.ໝາກໂມທີ່ຜະລິດໃນຈີນຕາມລະດູປົກກະຕິແມ່ນນັບແຕ່ເດືອນພຶດສະພາຫາເດືອນສິງຫາ. ຜົນຜະລິດຕາມລະດູຕາມປົກກະຕິຈະຂາຍໝົດພາຍໃນເດືອນພະຈິກ ເຖິງວ່າຈະມີການສະໜອງຢ່າງຕໍ່ເນື່ອງຈຳນວນໜຶ່ງຈາກແຂວງທາງພາກໃຕ້ຄື ໄຫໜານ, ຢຸນນານ, ກວາງສີ ແລະ ກວາງຕຸ້ງ. ຜົນຜະລິດນຳເຂົ້ານອກລະດູກໍສາມາດຕອບສະໜອງຊ່ອງຫວ່າງຄວາມຕ້ອງການນອກລະດູໄດ້ດີ.ນອກຈາກປະເທດລາວແລ້ວ ປະເທດທີ່ໄດ້ຮັບການອະນຸຍາດໃຫ້ສົ່ງອອກໝາກໂມໄປຈີນກໍມີ ປະເທດມຽນມາ, ຫວຽດນາມ, ແລະ ມາເລເຊຍ. ຄາດວ່າ 90% ຂອງໝາກໂມທີ່ປູກໃນມຽນມາ ແລະ ຫວຽດນາມ ແມ່ນສົ່ງອອກໄປຈີນ.ອ່ານຕໍ່ ...
Dan Siekman
https://www.producereport.com/article/laotian-watermelons-receive-formal-china-market-access
ແຂວງຫົວພັນມີລາຍງານໝູຕາຍເກືອບ 600 ໂຕ
ວຽງຈັນ (ວຽງຈັນທາມສ໌/ANN) – ມີລາຍງານວ່າພົບໝູຕາຍເກືອບ 600 ໂຕໃນ 17 ບ້ານຂອງເມືອງຊອນ ແຂວງຫົວພັນ, ແຕ່ຍັັງບໍ່ມີການຢືນຢັນສາເຫດການຕາຍວ່າແມ່ນຍ້ອນພະຍາດອະຫິວາໝູອາຟຣິກາຫຼືບໍ່.ທ່ານ ສຸພາພອນ ແສງອິນທະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊອນ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ໃນມື້ວານນີ້ວ່າ ໃນຊ່ວງວັນທີ 6-15 ກໍລະກົດມານີ້ ທາງເມືອງພົບໝູຕາຍແລ້ວຈຳນວນ 578 ໂຕ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/almost-600-pigs-reported-dead-huaphan-100428
ຕະຫຼາດລາວຈະເພີ່ມການນຳເຂົ້າສິນຄ້າກະເສດ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວອາດຕ້ອງເພີ່ມທະວີການນຳເຂົ້າສິນຄ້າກະເສດ ເພື່ອຕອບສະໜອງຕໍ່ຄວາມຕ້ອງການທີ່ເພີ່ມຂຶ້ນ ສຳລັບໝາກໄມ້ສົດ ແລະ ພືດຜັກ.ຕະຫຼາດສົດລາວອົດຊີ ເມືອງສີໂຄດຕະບອງ ເຊິ່ງເປັນໜຶ່ງໃນຕະຫຼາດສົດທີ່ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ ອາດຕ້ອງເພີ່ມການຊື້ຂາຍສິນຄ້ານຳເຂົ້າຈາກຕ່າງປະເທດ, ເຈົ້າໜ້າທີ່ຈັດສັນຕະຫຼາດກ່າວຜ່ານໜັງສືພິມວຽງຈັນທາມສ໌ວານນີ້.ໃນປີຜ່ານມາ, ຕະຫຼາດດັ່ງກ່າວມີການນຳເຂົ້າສິນຄ້າກະເສດ 15% ຈາກປະເທດໄທ ແລະ 15% ຈາກປະເທດຫວຽດນາມເພື່ອຈຳໜ່າຍ ໃນຂະນະທີ່ສິນຄ້າຈຳນວນໜຶ່ງກໍມາຈາກຕ່າງແຂວງ.ສິນຄ້າທີ່ນຳເຂົ້າສ່ວນໃຫຍ່ລວມມີ ໝາກເລັ່ນ, ໝາກເຂືອ, ໝາດເຜັດ, ໝາກນາວ, ຜັກບົ່ວ, ຜັກທຽມ, ໝາກໄມ້ ແລະ ຜັກຕ່າງໆ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/lao-markets-eyeing-more-agricultural-imports-100348
ຜູ້ລ້ຽງໝູໃນນະຄອນຫຼວງວຽງຈັນຮຽກຮ້ອງໃຫ້ແກ້ໄຂບັນຫາໜີ້ສິນ
ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຊາວກະສິກອນຜູ້ລ້ຽງໝູໃນນະຄອນຫຼວງວຽງຈັນ ມີຄວາມຫວັງວ່າລັດຖະບານຈະຊ່ວຍແກ້ໄຂບັນຫາກ່ຽວກັບໜີ້ສິນ. ຊາວກະສິກອນຜູ້ລ້ຽງໝູຍັງຄົງປະສົບກັບບັນຫາໜີ້ສິນທີ່ແກ່ຍາວມາຫຼາຍປີ ແລະ ລາຄາຜະລິດຕະພັນຊິ້ນໝູຍັງຄົງສືບຕໍ່ເໜັງຕີງ ໂດຍສະເພາະພາຍໃຕ້ສະຖານະການຄວາມສ່ຽງກ່ຽວກັບການລະບາດຂອງພະຍາດອະຫິວາໝູອາຟຣິກາ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/vientiane-pig-farmers-want-debt-issues-addressed-100201
ຄັງປາຂອງລາວເພີ່ມທະວີຂຶ້ນເນື່ອງໃນວັນອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ
ວຽງຈັນ (ວຽງຈັນທາມສ໌/ANN) – ລູກປາປະມານ 50 ລ້ານໂຕຈະຖືກປ່ອຍລົງສູ່ແມ່ນ້ຳລຳເຊໃນທົ່ວປະເທດ ເພື່ອຄົງໄວ້ ແລະ ເພີ່ມທະວີຄັງປາຂອງຊາດ ແລະ ຮັກສາຄວາມສົມດູນຂອງລະບົບນິເວດ.ໃນພິທີປ່ອຍປາລົງສູ່ແມ່ນ້ຳຂອງທາງການ ໄດ້ມີການປ່ອຍປາຈຳນວນ 250,000 ໂຕຢູ່ທີ່ນ້ຳຊວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນໃນວັນເສົາຜ່ານມາ ເພື່ອສະເຫຼີມສະຫຼອງວັນອະນຸລັກສັດນ້ຳສັດປ່າແຫ່ງຊາດ (13 ກໍລະກົດ).ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/laos-fish-stocks-get-huge-boost-wildlife-and-aquatic-animal-conservation-day-100121
ລາວຍັງຄົງອີງໃສ່ການສະໜອງເບ້ຍໄມ້ນຳເຂົ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນລາວ ແລະ ສູນກ້າເບ້ຍໄມ້ໃນນະຄອນຫຼວງວຽງຈັນ ຍັງຄົງອີງໃສ່ເບ້ຍໄມ້ນຳເຂົ້າຈາກປະເທດເພື່ອນບ້ານ ໂດຍສະເພາະແມ່ນປະເທດໄທ ຕາມຄຳເຫັນຂອງເຈົ້າຂອງສວນກ້າເບ້ຍໄມ້ໃນລາວ.“ໃນແຕ່ລະປີ ຂ້າພະເຈົ້າໄດ້ນຳເຂົ້າເບ້ຍໄມ້ຫຼາຍພັນເບ້ຍ ເພື່ອນຳມາຂາຍຍ່ອຍ ເນື່ອງຈາກເບ້ຍໄມ້ບາງຊະນິດແມ່ນບໍ່ພຽງພໍກັບຄວາມຕ້ອງການ ອີກທັງມີລາຄາຖືກກວ່າພາຍໃນ,” ນາງມະນີວັນ ຈັນທະລັງສີ ເຈົ້າຂອງສວນກ້າເບ້ຍໄມ້ຈັນທາກ່າວ.ອ່ານຕໍ່ ...
ສຸກສະໄໝ ບູລົມ
http://annx.asianews.network/content/laos-still-reliant-imported-plant-supplies-100021