ກະສິກຳ ແລະ ການປະມົງ
ລາວວິໄຈກ່ຽວກັບເຂົ້າເພື່ອຮອງຮັບການປ່ຽນແປງຂອງສະພາບອາກາດ
ສູນວິໄຈເຂົ້າເລັ່ງມືພາລະກິດການປັບປຸງປະສິດທະຜົນຂອງແນວພັນເຂົ້າໃນປະຈຸບັນ ແລະ ການທົດສອບການນຳໃຊ້ສຳລັບຊາວນາ ເພື່ອຮອງຮັບການປ່ຽນແປງຂອງສະພາບອາກາດ.ທ່ານ ປອ ເພັດມະນີແສງ ອະທິບາຍວ່າການປ່ຽນແປງຂອສະພາບອາກາດໄດ້ສົ່ງຜົນກະທົບໂດຍກົງຕໍ່ການຜະລິດເຂົ້າໃນທົ່ວໂລກ ລວມທັງປະເທດລາວ ແລະ ເປັນສາເຫດເຮັດໃຫ້ການຜະລິດເຂົ້າໃນລາວມີການເໜັງຕີງປະມານ 20-30 ເປີເຊັນ.ອ່ານຕໍ່ ...
ອຸ່ນຄຳ ພິມມະຕະ
ບໍລິສັດກະລິກຳລ້ຽງສັດລົງນາມຂໍ້ຕົກລົງກ່ຽວກັບການຂະຫຍາຍພື້ນທີ່ໃນແຂວງຊຽງຂວາງ
ບໍລິສັດ ລາວ-ຈາໂກ ພັດທະນາຊຽງຂວາງ ຈຳກັດ ໄດ້ລົງນາມໃນຂໍ້ຕົກລົງຮ່ວມກັບລັດຖະບານ ໃນການຂະຫຍາຍການລົງທຶນໃນການປູກຫຍ້າລ້ຽງສັດ, ການລ້ຽງງົວຄວາຍ, ໂຮງຂ້າສັດ ແລະ ການຜະລິດນົມ.ພາຍໃຕ້ຂໍ້ຕົກລົງດັ່ງກ່າວຮ່ວມກັບກະຊວງແຜນການ ແລະ ການລົງທຶນ ໄດ້ມີການໃຫ້ສຳປະທານທີ່ດິນລວມ 3,552 ເຮັກຕາ ແກ່ບໍລິສັດໃນເມືອງແປກ, ເມືອງຜາໄຊ ແລະ ເມືອງພູກູດ ແຂວງຊຽງຂວາງ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ການຄົ້ນຄວ້າດ້ານກະສິກຳຈະໄດ້ຮັບທຶນສະໜັບສະໜູນເພີ່ມເຕີມ
ລັດຖະບານມີແຜນເພີ່ມທະວີທຶນຮອນສຳລັບກິດຈະກຳການຄົ້ນຄວ້າ ເພື່ອນຳໃຊ້ຜົນການຄົ້ນຄວ້າທາງວິທະຍາສາດເປັນບ່ອນອີງໃນການພັດທະນານະໂຍບາຍການສົ່ງເສີມກະສິກຳ ຕາມການເປີດເຜີຍຂອງການນຳລັດຖະບານ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ກ່າວໃນກອງປະຊຸມສະພາແຫ່ງຊາດໃນທ້າຍເດືອນຜ່ານມາວ່າ ໜຶ່ງໃນມາດຕະການຂອງລັດຖະບານໃນປີ 2019 ໃນການຮັກສາຄວາມເຂັ້ມແຂງຂອງການຂະຫຍາຍຕົວດ້ານເສດຖະກິດ ແມ່ນການຈັດສັນທຶກຮອນເພີ່ມເຕີມສຳລັບການຄົ້ນຄວ້າກະສິກຳ.ອ່ານຕໍ່ ...
ເອກກະພອນ ພູທອນສີ
ລາວ ແລະ ສະມາຊິກ APO ມີແຜນປັບປຸງມາດຕະຖານການຜະລິດ
ລາວ ແລະ ບັນດາປະເທດໃນອາຊີ ມີແຜນສົ່ງເສີມໂອກາດໃນການປັບປຸງມາດຕະຖານທາງດ້ານຄຸນນະພາບຂອງການຜະລິດກະສິກຳ ແລະ ການເຂົ້າເຖິງຕະຫຼາດສາກົນ.ກົມສົ່ງເສີມທຸລະກິດຂະໜາດນ້ອຍ-ຂະໜາດກາງ (DOSMEP) ກະຊວງອຸດສາຫະກຳ ແລະ ການຄ້າລາວ ຫາລືກ່ຽວກັບການຝຶກອົບຮົມຄູຝຶກທາງດ້ານມາດຕະຖານດ້ານຄຸນນະພາບຂອງການຜະລິດກະສິກຳ ຮ່ວມກັບອົງການສົ່ງເສີມຜະລິຕະພາບອາຊີ (APO) ທີ່ວຽງຈັນວານນີ້.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ຊ່ຽວຊານລັດຖະບານຫາລືກ່ຽວກັບການປັບປຸງການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ
ຄວາມຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນຂ່າວສານຂອງຊາວບ້ານ ແລະ ການຂາດການປະສານງານລະຫວ່າງລັດຖະບານແຕ່ລະລະດັບ ແລະ ອົງກອນຕ່າງໆ ແມ່ນສາເຫດຕົ້ນຕໍຂອງການສືບຕໍ່ນຳໃຊ້ຢາປາບສັດຕູພືດແບບບໍ່ຖືກຕ້ອງ, ຕາມຄຳເຫັນຂອງການນຳ.ທ່ານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຄຳເຫັນໃນກອງປະຊຸມວິຊາການ ທີ່ວຽງຈັນ ຫວ່າງໝໍ່ໆມານີ້ ກ່ຽວກັບດຳລັດຂອງນາຍົກລັດຖະມົນຕີສະບັບໃໝ່ ວ່າດ້ວຍການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ລັດຖະບານອະນຸມັດງົບປະມານເພີ່ມເຕີມ 500 ຕື້ກີບໃນການຟື້ນຟູຂະແໜງການກະສິກຳໃນປີໜ້າ
(ຂປລ) ລັດຖະບານອະນຸມັດງົບປະມານເພີ່ມເຕີມ 500 ຕື້ກີບໃນບ້ວງການຊ່ວຍເຫຼືອບັນເທົາທຸກສຸກເສີນ ໃນການຟື້ນຟູພື້ນຖານໂຄງລ່າງຂະແໜງການກະສິກຳທີ່ຖືກເສຍຫາຍຈາກໄພນ້ຳຖ້ວມໃນໄລຍະຜ່ານມາ, ການຈັດຊື້ວັດຖຸດິບການຜະລິດກະສິກຳເຊັ່ນ ແນວພັນເຂົ້າ, ປຸ໋ຍ ແລະ ເພື່ອຊົດເຊີຍຕໍ່ຄວາມເສຍຫາຍຈາກການລະບາດຂອງແມງໄມ້ ໂດຍສະເພາະໃນບັນດາແຂວງພາກເໜືອ.ອ່ານຕໍ່ ...
ບັນນາທິການ ຂປລ
ກະຊວງພະລັງງານມີແຜນຫຼຸດຄ່າໄຟເຖິງ 50% ໃຫ້ກັບຊາວກະສິກອນລາວ
(ຂປລ) ກະຊວງພະລົງງານ ແລະ ບໍ່ແຮ່ສືບຕໍ່ປັບປຸງຍຸດທະສາດການພັດທະນາ ເພື່ອຮັບປະກັນການຫຼຸດຜ່ອນຄ່າໄຟຟ້າສຳລັບຂະແໜງການກະສິກຳ.ແຜນການດັ່ງກ່າວຈະສ້າງປະໂຫຍດໃຫ້ແກ່ຂະແໜງກະສິກຳ ໂດຍການຫຼຸດຄ່າໄຟຟ້າ 50% ໃຫ້ແກ່ຊາວໄຮ່ນາ ແລະ 30% ສຳລັບຜູ້ລ້ຽງສັດ, ຕາມການລາຍງານຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃນກອງປະຊຸມສະໄໝສາມັນເທື່ອທີ່ 6 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນຈັນຜ່ານມາ.ອ່ານຕໍ່ ...
ບັນນາທິການ ຂປລ
ຊ່ຽວຊານປະເມີນຄວາມຄືບໜ້າກ່ຽວກັບສັດຕູພືດ ແລະ ການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ
ຊ່ຽວຊານຈາກກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາຄູ່ຮ່ວມພັດທະນາໄດ້ປະຊຸມກັນທີ່ວຽງຈັນໃນວັນສຸກແລ້ວນີ້ ເພື່ອທົບທວນໂຄງການກ່ຽວກັບສັດຕູພືດ ແລະ ການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ສະມາຊິກສະຫະກອນຍັງຄົງຜະເຊີນຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນເງິນກູ້ດອກເບ້ຍຕ່ຳ
ສະມາຊິກສະຫະກອນຊົນນະບົດຍັງຄົງຜະເຊີນກັບຂໍ້ຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນດອກເບ້ຍຕ່ຳ ເຊິ່ງສ້າງຂໍ້ຈຳກັດໃຫ້ແກ່ເຂົາເຈົ້າໃນການເຂົ້າເຖິງຕະຫຼາດ, ຕາມການລາຍງານຂອງເຈົ້າໜ້າທີ່ກະສິກຳໃນກອງປະຊຸມວິຊາການວານນີ້.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ຜົນຜະລິດເຂົ້ານາປີຂອງລາວປີນີ້ຫຼຸດຄາດຍ້ອນໄພນ້ຳຖ້ວມ
ວຽງຈັນ, 9 ພະຈິກ (ຊິນຫົວ) — ການຜະລິດເຂົ້ານາປີໃນລາວຄາດວ່າຈະຫຼຸດລົງປະມານ 300,000 ໂຕນ ຫຼັງຈາກໃນປີນີ້ຫຼາຍພາກໃນລາວໄດ້ປະສົບກັບໄພນ້ຳຖ້ວມ.ລັດຖະບານລາວ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົ່ງເສີມໃຫ້ຊາວນາຜະລິດເຂົ້ານາປີໃຫ້ໄດ້ປະມານ 3.5 ລ້ານໂຕນໃນລະດູຝົນປີນີ້, ແຕ່ວ່າເຈົ້າໜ້າທີ່ກ່ຽວຂ້ອງຄາດວ່າການເກັບກ່ຽວເຂົ້າໃນລະດູການນີ້ຈະໄດ້ພຽງ 3.2 ລ້ານໂຕນ ຕາມການລາຍງານຂອງສຳນັກທ້ອງຖິ່ນອ່ານຕໍ່ ...
ຫຼຽງຢູ