ກະສິກຳ ແລະ ການປະມົງ

ນາຍົກລາວເນັ້ນຄວາມຈຳເປັນໃນການຍົກສູງມາດຕະຖານການຜະລິດກາເຟ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຊຸກຍູ້ໃຫ້ບັນດາສະມາຊິກສະມາຄົມກາເຟລາວ ຈົ່ງເຂັ້ມງວດໃນການຮັກສາຄຸນນະພາບການຜະລິດກາເຟທ້ອງຖິ່ນ ຕາມຄຳແນະນຳຈາກຊ່ຽວຊານມາດຕະຖານກະສິກຳປອດສານພິດ.ທ່ານນາຍົກໄດ້ແນະນຳວ່າການຮັກສາມາດຕະຖານດ້ານຄຸນນະພາບຈະເຮັດໃຫ້ຜູ້ຜະລິດໄດ້ລາຄາທີ່ສູງ ອີກທັງກາເຟປອດສານພິດຍັງເປັນທີ່ຕ້ອງການສູງໃນກຸ່ມລູກຄ້າ.ອ່ານຕໍ່  ...

ສຸກສະໄໝ ບູລົມ

ກະຊວງລາວຈະນຳໃຊ້ມາດຕະຖານຄຸນນະພາບສາລີຫວານເພື່ອສົ່ງເສີມການສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ຜົນຜະລິດສາລີຫວານຂອງລາວຈະສ້າງຈຸດດຶງດູດໃນຕະຫຼາດຜູ້ຊື້ຫຼາຍຂຶ້ນ ເນື່ອງຈາກຈະມີການນຳໃຊ້ມາດຕະຖານ ແລະ ການຄັດສັນຜົນຜະລິດຢ່າງເປັນທາງການ.ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຈ້ງວ່າຈະມີການນຳໃຊ້ມາດຕະຖານແຫ່ງຊາດ ເພື່ອປະເມີນຄຸນນະພາບຂອງຜົນຜະລິດ.ອ່ານຕໍ່ ...

News Desk

ລາວ ແລະ ບໍລິສັດອົສ໌ຕຣາລີຮ່ວມມືໃນການຕ້ານໂລກລະບາດໃນກ້ວຍ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມກະສິກຳ ກະຊວງກະສິກຳ ແລະປ່າໄມ້ ໄດ້ຕົກລົງຮ່ວມມືກັບບໍລິສັດ Soils North Pty Ltd ຂອງອົສ໌ຕຣາລີ ໃນການສ້າງສວນ ແລະ ຫ້ອງທົດລອງ ເພື່ອຕ້ານໂລກລະບາດໃນກ້ວຍ, Tropical Race 4 (TR4) ໃນລາວ.ໂຄງການຮ່ວມມືທາງດ້ານວິຊາການ ສຳລັບດຳເນີນການທົດລອງ ແລະ ທົດສອບປະກົດການເຮືອນກະຈົກຂອງ NSA Wilt Stop ເພື່ອຄວບຄຸມການລະບາດຂອງເຊື້ອລາ Fusarium ໃນສວນກ້ວຍໃນລາວ ໄດ້ມີການລົງນາມໃນມື້ວານນີ້ອ່ານຕໍ່ ...

ຄຳພອນ ສີວົງໄຊ

ສູນຄົ້ນຄວ້າພັນພືດຈະຊ່ວຍສົ່ງເສີມການສົ່ງອອກພືດພັນຜົນລະປູກໄປຈີນ

ວຽງຈັນ (ວຽງຈັນທາມສ໌) – ການສືບຕໍ່ການຮ່ວມມືສອງຝ່າຍ ແລະ ການຄົ້ນຄວ້າຈະຊ່ວຍສົ່ງເສີມການຂະຫຍາຍການປັບປຸງແນວພັນພືດທີ່ສຳຄັນໃນລາວ ໃຫ້ສອດຄ່ອງຕາມຄວາມຕ້ອງການທາງດ້ານຄຸນນະພາບ ເພື່ອການສົ່ງອອກໄປປະເທດຈິນ.ອ່ານຕໍ່ ...

ໂຕະຂ່າວ

ນິວຊີແລນຊ່ວຍເຫຼືອດ້ານການລ້ຽງສັດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນຈາກສີ່ແຂວງຂອງລາວ ໄດ້ຮຽນຮູ້ວິທີການລ້ຽງສັດຜ່ານການລິເລີ່ມການເພາະລ້ຽງງົວລາວຄຸນນະພາບ (LQBI).ທີມງານໂຄງການ ຮ່ວມກັບອຳນາດການປົກຄອງເມືອງ ໄດ້ຈັດບັ້ນຝຶກອົບຮົມ ໃນວັນອັງຄານນີ້ ທີ່ວຽງຈັນ ກ່ຽວກັບວິທີການລ້ຽງງົວຄວາຍຂະໜາດນ້ອຍ ສຳລັບຊາວກະສິກອນແຂວງຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ ແລະ ສະຫວັນນະເຂດ.ການລິເລີ່ມການເພາະລ້ຽງງົວລາວຄຸນນະພາບ ແມ່ນການຮ່ວມມືລະຫວ່າງລັດຖະບານລາວ ແລະ ນິວຊີແລນ ເພື່ອຍົກລະດັບການຜະລິດ ແລະ ຄຸນນະພາບຂອງງົວຄວາຍທີ່ລ້ຽງໃນທ້ອງຖິ່ນ. ໂຄງການມູນຄ່າ 5 ລ້ານໂດລານິວຊີແລນ (US$3.6 ລ້ານໂດລາ) ດັ່ງກ່າວໄດ້ມີການລົງນາມໃນປີ 2017.ອ່ານຕໍ່ ...

ໂຕະຂ່າວ

ເຂົ້າຄຸນນະພາບຕ່ຳ ເປັນອຸປະສັກຕໍ່ຂາຍໄປຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າກ່ຽວກັບເຂົ້າ ພາຍໃຕ້ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI), ກະຊວງກະສິກຳ ແລະ ປ່າໄມ້ ອອກມາຍອມຮັບວ່າລາວບໍ່ສາມາດບັນລຸເປົ້າໝາຍການສົ່ງອອກເຂົ້າຂອງລັດຖະບານ ທັງນີ້ແມ່ນຍ້ອນຊາວນາບໍ່ນຳໃຊ້ແນວພັນເຂົ້າຄຸນນະພາບດີ.ທ່ານ ປອ ຈັນທະກອນ ບົວລະພັນ ອຳນວຍການສູນກ່າວວ່າ ລັດຖະບານຈີນມີຂໍ້ຕົກລົງຮັບຊື້ເຂົ້າຈາກລາວໃນປະລິມານ 20,000 ໂຕນຕໍ່ປີ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ລາຄາເຂົ້າສານໃນລາວຫຼຸດລົງ ເຖິງການປູກຝັງຈະເສຍຫາຍເປັນບໍລິເວນກວ້າງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາເຂົ້າສານຈ້າວໃນລາວຫຼຸດລົງໃນໄລຍະທ້າຍປີທີ່ຜ່ານມານີ້ ຍ້ອນຊາວນາສາມາດສະໜອງເຂົ້າສານຢ່າງພຽງພໍຕໍ່ທ້ອງຕະຫຼາດ ເຖິງວ່າພືດພັນຜົນລະປູກຈະໄດ້ຮັບຜົນເສຍຫາຍຈາກໄພນ້ຳຖ້ວມ.ລາຄາເຂົ້າສານຊັ້ນໜຶ່ງ ແລະ ຊັ້ນສອງທີ່ນະຄອນວຽງຈັນ ປັບຕົວຫຼຸດລົງປະມານ 6-6.20% ຈາກ 8,250 ກີບຕໍ່ກິໂລໃນເດືອນຕຸລາ ມາເປັນ 7,750 ກີບໃນເດືອນພະຈິກສຳລັບເຂົ້າສານຊັ້ນ 1  ແລະ ຈາກ 7,375 ກີບມາເປັນ 6,918 ກີບສຳລັບເຂົ້າສານຊັ້ນສອງ, ອີງຕາມກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

ໂຕະຂ່າວ

ລາວ ແລະ ບໍລິສັດຈີນຮ່ວມມືກັນໃນດ້ານກະສິກຳສະອາດ

 ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວກຳລັງຮ່ວມມືກັບບໍລິສັດຂອງຈີນກ່ຽວກັບໂຄງການພັດທະນາດ້ານກະສິກຳສະອາດ ເພື່ອຂະຫຍາຍໂອກາດດ້ານການຄ້າລະຫວ່າງສອງປະເທດ ຄຽງຄູ່ກັບໂຄງການທາງລົດໄຟຄວາມໄວສູງ ທີ່ມີແຜນສ້າງສຳເລັດພາຍໃນປີ 2021.ພາຍໃຕ້ຂໍ້ຕົກລົງການຮ່ວມມືດັ່ງກ່າວ, ບໍລິສັດພັດທະນາກະສິກຳ ເໝີຍຊຽງ ຈາກແຂວງໄຮລອງຈຽງຂອງຈີນ ຈະໃຫ້ທຶນສະໜັບສະໜູນໂຄງການ 90 ລ້ານຢວນ ພາຍໃນໄລຍະເວລາ 9 ປີ. ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ສູນແນວພັນເຂົ້າໝັ້ນໃຈວ່າຈະສາມາດບັນລຸເປົ້າໝາຍການຜະລິດເຂົ້າໃນລະດູແລ້ງ

ສູນແນວພັນເຂົ້າໄດ້ແຈກຢາຍແນວພັນເຂົ້າຢ່າງພຽງພໍສຳລັບຊາວກະສິກອນ ເພື່ອຂະຫຍາຍພື້ນທີ່ການຜະລິດເຂົ້າໃນລະດູແລ້ງໃຫ້ໄດ້ 185,000 ເຮັກຕາ ຕາມເປົ້າໝາຍຂອງລັດຖະບານ.ອ່ານຕໍ່  ...

ອຸ່ນຄຳ ພິມມະຕະ

ປະເດັນບັນຫາໄດ້ຮັບການຍົກຂຶ້ນ ເມື່ອຊາວສວນກາເຟລາວຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ

 ຈຳປາສັກ (ວຽງຈັນທາມສ໌/ANN) – ຊາວກະສິກອນທີ່ປູກກາເຟຢູ່ທາງພາກໃຕ້ຂອງລາວ ຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ ໃນການຈັດຕັ້ງກອງທຶນສະໜັບສະໜູນການປຸງແຕ່ງເມັດກາເຟ ແລະ ໃຫ້ຄຳແນະນຳທາງດ້ານວິຊາການສຳລັບຊາວສວນກາເຟທ້ອງຖິ່ນ ຫຼັງຈາກທີ່ລາຄາກາເຟໃນຕະຫຼາດຕົກຕ່ຳໃນໄລຍະຜ່ານມາ.ທ່ານ ສີວິໄຊ ໄຊຍະແສງ ຫົວໜ້າສະມາຄົມກາເຟລາວ ລາຍງານຜ່ານໜັງສືພີມວຽງຈັນທາມສ໌ວ່າ “ລາຄາກາເຟຂຽວຕົກຕ່ຳລົງ ຍ້ອນມີການສະໜອງທີ່ເພີ່ມຂຶ້ນໃນຕະຫຼາດໂລກ. ໂດຍສະເພາະ ແມ່ນການເພີ່ມຂຶ້ນຂອງການຜະລິດເມັດກາເຟຂຽວຈາກອິນໂດເນເຊຍ ເຊິ່ງເປັນໜຶ່ງໃນຜູ້ສົ່ງອອກລາຍໃຫຍ່ທີ່ສຸດໃນໂລກ.”ອ່ານຕໍ່ ...

ສຸກສະໄໝ ບູລົມ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

dzLY5
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!