ກະສິກຳ ແລະ ການປະມົງ

ລາວງົດການນຳເຂົ້າໝູ ແລະ ຊີ້ນໝູຈາກຈີນ ແລະ ຫວຽດນາມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວແຈ້ງງົດການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູຈາກຈີນ ແລະ ຫວຽດນາມຊົ່ວຄາວ ຫຼັງພົບການການລະບາດຂອງພະຍາດອະຫິວາໝູອາຟຣິກາໃນປະເທດດັ່ງກ່າວ.ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໃນລາວ.ອ່ານຕໍ່ ...

ໂຕະຂ່າວ

ລາວສົ່ງເສີມການຜະລິດຕາມຍຸດທະສາດການພັດທະນາກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານວາງເປົ້າໝາຍແນໃສ່ການນຳໃຊ້ວິທີການຜະລິດທັນສະໄໝຕາມນະໂຍບາຍການພັດທະນາກະສິກຳແຫ່ງຊາດ ເພື່ອຊ່ວຍຊຸກຍູ້ການປະຕິບັດວາລະນະໂຍບາຍກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ.ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມປະຈຳປີຂອງຂະແໜງກະສິກຳ ແລະ ປ່າໄມ້ ໃນວັນອັງຄານຜ່ານມານີ້ວ່າ ການພັດທະນາວຽກງານກະສິກຳແມ່ນມີບົດບາດສຳຄັນຕໍ່ການຂະຫຍາຍຕົວຂອງຂະແໜງການອື່ນໆ.ດ້ວຍເຫດນີ້ ລັດຖະບານ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈຶ່ງຄວນສຸມໃສ່ການນຳໃຊ້ລະບຽບກົດໝາຍ ໃນການຄຸ້ມຄອງວຽກງານກະສິກຳ ແລະ ປ່າໄມ້ ໂດຍສະເພາະໃນພື້ນທີ່ຊົນນະບົດ ເພື່ອສົ່ງເສີມການພັດທະນາທີ່ຍືນຍົງ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ຝຣັ່ງອະນຸມັດທຶນຊ່ວຍເຫຼືອກວ່າ 14 ຕື້ກີບສຳລັບໂຄງການຊາໃນລາວ

ລັດຖະບານຝຣັ່ງໄດ້ອະນຸມັດທຶນຊ່ວຍເຫຼືອປະມານ 14 ຕື້ກີບ (1.5 ລ້ານຢູໂຣ) ສຳລັບໂຄງການຕ່ອງໂສ້ຄຸນຄ່າຂອງຊາໃນລາວ. ໂຄງການໄລຍະສາມປີດັ່ງກ່າວ ແມ່ນແນໃສ່ການປັບປຸງຄຸນນະພາບຊີວິດການເປັນຢູ່ ແລະ ລາຍຮັບຂອງຜູ້ຜະລິດຊາລາຍຍ່ອຍ ແລະ ເພື່ອພັດທະນາໂຄງສ້າງການຄຸ້ມຄອງຕ່ອງໂສ້ການສະໜອງຜະລິດຕະພັນຊາໃນລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ສວນກ້ວຍຈີນເຮັດໃຫ້ຊຸມຊົນທ້ອງຖິ່ນບໍ່ມີທີ່ດິນທຳການຜະລິດພຽງພໍ

ການເປີດສຳປະທານທີ່ດິນຂອງລັດຖະບານລາວໃຫ້ແກ່ບໍລິສັດປູກກ້ວຍຂອງຈີນ ເຮັດໃຫ້ປະຊາຊົນທ້ອງຖິ່ນໃນໜຶ່ງເມືອງທາງພາກເໜືອຂອງລາວບໍ່ມີທີ່ດິນພຽງພໍໃນການຜະລິດເພື່ອລ້ຽງປາກລ້ຽງທ້ອງ, ຕາມແຫຼ່ງຂ່າວໃນອາຊີຕາເວັນອອກສຽງໃຕ້.ຊາວບ້ານໃນເມືອງແບງ ແຂວງອຸດົມໄຊ ທາງພາກເໜືອຂອງລາວ ເຄີຍມີທີ່ດິນທຳການຜະລິດທີ່ພຽງພໍຕໍ່ການດຳລົງຊີວິດ, ເຈົ້າໜ້າທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງທີ່ບໍ່ປະສົງອອກນາມ ເປີດເຜີຍຕໍ່ໜ່ວຍຂ່າວວິທະຍຸເສຣິອາຊີ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ກະຊວງວາງແຜນວາລະການພັດທະນາຂະແໜງກະສິກຳ

ກະຊວງກະສິກຳ ແລະ ປ່າໄມ້ໄດ້ທົບທວນວຽກງານໃນປີ 2018 ແລະ ຮ່າງແຜນວາລະສຳລັບປີຕໍ່ໜ້າ ໃນກອງປະຊຸມປະຈຳປີຂອງຂະແໜງການທີ່ວຽງຈັນໃນວັນຈັນນີ້.ໃນກອງປະຊຸມມີການຫາລືກ່ຽວກັບພາລະກິດການເພີ່ມທະວີການຜະລິດເຂົ້າ, ການສົ່ງເສີມການລ້ຽງສັດເປັນສິນຄ້າ ແລະ ການປ່າໄມ້ແບບຍືນຍົງ, ​ໂດຍສະເພາະແມ່ນເພື່ອຊ່ວຍເຫຼືອຊຸມຊົນຫ່າງໄກສອກຫຼີກ, ເພື່ອສ້າງພື້ນຖານການພັດທະນາຂະແໜງການໃນໄລຍະຍາວ. ອ່ານຕໍ່ ...

ສຸກສະໄໝ ບັນພະນຸວົງ

ຜູ້ຜະລິດລາວສະເໜີໃຫ້ເປີດຕະຫຼາດປອດສານພິດໃຫ້ຫຼາຍຂຶ້ນເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງແມ່ນວ່າການເຮັດກະສິກຳອິນຊີຈະມີທ່າເພີ່ມຂຶ້ນ, ຜູ້ຜະລິດຍັງຄົງບໍ່ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າ ເນື່ອງຈາກບັນຫາລູກຄ້າບໍ່ສາມາດເຂົ້າເຖິງຕະຫຼາດຂອງທ້ອງຖິ່ນ.ທ່ານ ຢູກະ ກິໂນຊິຕະ ຊ່ຽວຊານຈາກໂຄງການພັດທະນາການສິກຳສະອາດໃນລາວ ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ໄດ້ເປີດເຜີຍຜົນການຄົ້ນຄວ້າ ເຊິ່ງເປັນສ່ວນໜຶ່ງຂອງການສຳຫຼວດກ່ຽວກັບຕະຫຼາດປອດສານພິດ ໃນກອງປະຊຸມທີ່ວຽງຈັນຫວ່າງມໍ່ໆມານີ້.ອ່ານຕໍ່ ...

ໂຕະຂ່າວ

ລາວຊອກຫາວິທີເພີ່ມຕະຫຼາດສົ່ງອອກນ້ຳຕານໄປຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງຊອກຫາວິທີການເພີ່ມປະລິມານການສົ່ງອອກນ້ຳຕານ ໄປສູ່ຕະຫຼາດຈີນໃນປີນີ້ໃຫ້ໄດ້ 100,000 ໂຕນ, ຈາກຕົວເລກການສົ່ງອອກ 55,000 ໂຕນ ໃນປີ 2018. ສ່ວນໜຶ່ງຂອງຄວາມພະຍາຍາມໃນການເພີ່ມທະວີການຄ້າສອງຝ່າຍ ແລະ ຊ່ວຍເຫຼືອຜູ້ຜະລິດນ້ຳຕານຊອກຫາຕະຫຼາດໃນຕ່າງປະເທດ, ລັດຖະບານໄດ້ຊຸກຍູ້ໃຫ້ຈີນເປີດກວ້າງຕະຫຼາດໃຫ້ຫຼາຍຂຶ້ນສຳລັບຊາວກະສິກອນລາວ.ອ່ານຕໍ່ ...

ໂຕະຂ່າວ

ຍີ່ປຸ່ນອະນຸມັດການຊ່ວຍເຫຼືອສຳລັບໂຄງການຊົນລະປະທານທ່າງ່ອນຂອງລາວ

ລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນການປັບປຸງໂຄງການຊົນລະປະທານເພື່ອການກະສິກຳທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ. ພິທີວາງສິລາເລີກໂຄງການໄດ້ມີຂຶ້ນໃນວັນພະຫັດທີ່ຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອະໄພລັດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ທາເຄຊີ ຮິຄີຮາຣະ ເອກອັກຄະລາດຊະທູດຍີ່ປຸ່ນປະຈຳລາວ, ແລະ ທ່ານ ໂຢຊີຮາຣຸ ໂຢເນຢາມະ, ພ້ອມດ້ວຍຕາງໜ້າລັດຖະບານ ແລະ ຜູ້ມີສ່ວນຮ່ວມໃນໂຄງການ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ລາວ, JICA ສືບຕໍ່ການລິເລີ່ມການກະສິກຳປອດສານພິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ການຮ່ວມມືກັບອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ໃນການຊ່ວຍເຫຼືອຊາວກະສິກອນໃນນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ, ຊຽງຂວາງ ແລະ ຫົວພັນ ໃນການຜະລິດກະສິກຳປອດສານພິດ ແລະ ຂະຫຍາຍໂອກາດດ້ານຕະຫຼາດ.ຕາງໜ້າກົມປູກຝັງພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການ JICA ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການປະສານງານຮ່ວມຊຸດທີສອງ ໃນວັນອັງຄານນີ້ ເຊິ່ງມີການຍົກປະເດັນການສົ່ງເສີມໂຄງການພັດທະນາກະສິກຳປອດສານພິດ, ໂດຍສະເພາະແມ່ນການກະສິກຳແບບອິນຊີ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ລາວຊຸກຍູ້ໃຫ້ຈີນເພີ່ມໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ

ໃນອາທິດນີ້ ກະຊວງອຸດສາຫະກຳ ແລະ ການຄ້າລາວໄດ້ຮຽກຮ້ອງໃຫ້ຈີນ ພິຈາລະນາປັບໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ ຄຽງຄູ່ກັບການຮັບເອົາສິນຄ້າອຸດສະຫະກຳອື່ນໆ ເພື່ອເປັນການສົ່ງເສີມການຄ້າສອງຝ່າຍ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ໄດ້ຍື່ນຂໍ້ສະເໜີດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງກອງປະຊຸມກັບຄະນະຜູ້ແທນຈີນ ເຊິ່ງນຳໂດຍທ່ານ ໜິງ ຊິເຈ ຮອງປະທານຄະນະກຳມາທິການເພື່ອການພັດທະນາ ແລະ ປະຕິຮູບແຫ່ງຊາດ (NDRC) ຂອງສາທາລະນະລັດປະຊາຊົນຈີນ ທີ່ວຽງຈັນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

CNPzm
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!