ກະສິກຳ ແລະ ການປະມົງ
ແຂວງພາກເໜືອຜະເຊີນກັບການລະບາດຂອງຕັກແຕນ
ວຽງຈັນ, 23 ພຶດສະພາ (Xinhua) — ແຂວງຫົວພັນ ທາງພາກເໜືອຂອງລາວ ຜະເຊີນກັບການລະບາດຂອງຕັກແຕນໄມ້ປ່ອງຫຼັງເຫຼືອງ ເຊິ່ງອຳນາດການປົກຄອງພວມສຸມຄວາມພະຍາຍາມສະກັດກັ້ນຄວາມເສຍຫາຍຕໍ່ພືດພັນເຄື່ອງປູກຂອງຝັງ.“ພວກເຮົາພົບການລະບາດຂອງຝູງຕັກແຕນຢູ່ໃນ 143 ຈຸດ ເຊິ່ງກວມເອົາ 63 ບ້ານ ເກົ້າເມືອງ. ເຊິ່ງແຕ່ລະຈຸດທີ່ພົບການລະບາດກວມເອົາເນື້ອທີ່ຫຼາຍເຮັກຕາ,” ຕາມຂໍ້ມູນຈາກສື່ທ້ອງຖິ່ນ ວຽງຈັນທາມສ໌ ຕາມການກ່າວຂອງທ່ານ ສໍສະຫວັນ ບັນຄຳມີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ.ອ່ານຕໍ່ ...
Yang Yi
ການເລັ່ງລັດທາງດ້ານທຸລະກິດເປັນສາເຫດຂອງບັນຫາສວນກ້ວຍ, ລັດຖະມົນຕີກ່າວ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ກ່າວໃນມື້ວານນີ້ວ່າ ບັນຫາກ່ຽວກັບສວນກ້ວຍໃນລາວ ແມ່ນເນື່ອງມາຈາກນັກລົງທຶນດຳເນີນການເຈລະຈາໂດຍກົງກັບຊຸມຊົນທ້ອງຖິ່ນ ແທນທີ່ຈະດຳເນີນຂັ້ນຕອນຕາມລະບຽບກົດໝາຍຢ່າງເປັນທາງການ.ທ່ານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກ່າວຕໍ່ໜັງສືພິມວຽງຈັນທາມສ໌ວ່າ ບັນຫາທີ່ເກີດຂຶ້ນຈາກສວນກ້ວຍ ເຊິ່ງສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ປະຊາຊົນໃນບາງທ້ອງຖິ່ນ ແມ່ນເກີດຂຶ້ນຍ້ອນບັນດາຫົວໜ່ວຍທຸລະກິດ ແລະ ນັກລົງທຶນ ໄດ້ທຳການຫາລືການເຊົ່າທີ່ດິນກັບແຕ່ລະຊຸມຊົນ ແລະ ຈັດຕັ້ງທຸລະກິດພາຍຫຼັງບັນລຸຂໍ້ຕົກລົງກັບອຳນາດການປົກຄອງທ້ອງຖິ່ນ.ອ່ານຕໍ່ ...
ສຸກນິລັນດອນ ສຸທິວົງນໍລາດ
ລາວພັດທະນາແອັບມືຖືສຳລັບການຄຸ້ມຄອງການລ້ຽງສັດ
ວຽງຈັນ (ວຽງຈັນທາມສ໌/ANN) – ກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຊັນສັນຍາກັບບໍລິສັດ TE-FOOD International ຂອງເຢຍລະມັນ ໃນການພັດທະນາແອັບພິເຄເຊິນສຳລັບໂທລະສັບມືຖື ເຊິ່ງຈະເຮັດໃຫ້ການຄຸ້ມຄອງຟາມລ້ຽງສັດ ມີປະສິດທິຜົນ ແລະ ປະສິດທິພາບຍິ່ງຂຶ້ນ.ເວັບໄຊຂອງບໍລິສັດ TE-FOOD International ອະທິບາຍກ່ຽວກັບອົງກອນວ່າເປັນ “ລະບົບນິເວດທີ່ສາມາດຕິດຕາມອາຫານສົດຈາກຟາມເຖິງໜ້າໂຕະຜ່ານ blockchain, ເຊິ່ງຄອບຄຸມກິດຈະກຳການຂົນສົ່ງ ແລະ ກິດຈະກຳດ້ານຄຸນນະພາບຂອງອາຫານ ແລະ ການຄຸ້ມຄອງຂໍ້ມູນຂອງຕ່ອງໂສ້ສະບຽງອາຫານ”.ອ່ານຕໍ່ ...
ອຸ່ນຄຳ ພິມມະຕະ
ລາວມີແຜນສ້າງກະດານຂ່າວສະພາບອາກາດສຳລັບຊາວກະສິກອນ
ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນທົ່ວປະເທດຈະໄດ້ຮັບຂໍ້ມູນການພະຍາກອນສະພາບອາກາດຕາມລະດູການ ເຊິ່ງເຜີຍແຜ່ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ແກ່ຫ້ອງການເມືອງ ແລະ ແຂວງ.ກະດານຂ່າວສະພາບອາກາດ ເຊິ່ງຈະສ້າງໂດຍພະແນກກາລະວິທະຍາ ແລະ ກະເສດອຸຕຸນິຍົມວິທະຍາ ພາຍໃຕ້ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ຈະສະໜອງຂໍ້ມູນຂ່າວສານກ່ຽວກັບສະພາບຝົນຕົກໃຫ້ແກ່ຊາວກະສິກອນເປັນຫຼັກ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ລັດຖະບານລາວຢຸດໃຫ້ສຳປະທານສວນກ້ວຍແຫ່ງໃໝ່
ລັດຖະບານລາວໄດ້ສັ່ງຢຸດການອະນຸມັດການສຳປະທານສວນກ້ວຍແຫ່ງໃໝ່ ແລະ ຈະລົງໂທດເຈົ້າໜ້າທີ່ທີ່ລະເມີດຄຳສັ່ງດັ່ງກ່າວ, ທັງນີ້ກໍ່ເນື່ອງມາຈາກບັນຫາຄວາມຂັດແຍ່ງກ່ຽວກັບການໃຊ້ສານເຄມີປາບສັດຕູພືດເກີນຂະໜາດ ເຊິ່ງຊາວບ້ານເຫັນວ່າເຮັດໃຫ້ເກີດມົນລະພິດ ແລະ ທຳລາຍສະພາບແວດລ້ອມການເປັນຢູ່.ຄວາມກັງວົນກ່ຽວກັບສານເຄມີຈາກສວນກ້ວຍຂອງຈີນທີ່ໄຫຼລົງສູ່ແມ່ນ້ຳເຮັດໃຫ້ເກີດມົນລະພິດໃນເດືອນມັງກອນປີ 2017 ເຮັດໃຫ້ລັດຖະບານຕ້ອງອອກຄຳສັ່ງຫ້າມອະນຸມັດການສຳປະທານສວນກ້ວຍແຫ່ງໃໝ່, ເຖິງຢ່າງໃດກໍຕາມ ສວນກ້ວຍຫຼາຍແຫ່ງ ຍັງຄົງສືບຕໍ່ດຳເນີນການ ພາຍໃຕ້ສັນຍາສຳປະທານທີ່ຍັງໃຊ້ໄດ້ອີກຫຼາຍປີ.ອ່ານຕໍ່ ...
ຊິດນີ ໂຄດປັນຍາ
ເລີ່ມທຳການສຶກສາກ່ຽວກັບພືດເຊື້ອເພີງຊີວະພາບຢູ່ເມືອງໄຊທານີ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອະນຸຍາດໃຫ້ສອງບໍລິສັດທ້ອງຖິ່ນດຳເນິນການສຶກສາຄວາມເປັນໄປໄດ້ກ່ຽວກັບການສ້າງຕັງໂຮງງານຜະລິດເຊື້ອເພີງຊີວະພາບຈາກແກ່ນໝາກເຍົາ ແລະ ນ້ຳມັນພືດ, ແລະ ຈັດຕັ້ງໂຮງກັ່ນນ້ຳມັນກາຊວນ ແລະ ນ້ຳມັນເຊື້ອໄຟ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ.ບົດບັນທຶກຄວາມເຂົ້າໃຈ (MOU) ຂອງສອງໂຄງການດັ່ງກ່າວໄດ້ມີການລົງນາມລະຫວ່າງລັດຖະບານ, ບໍລິສັດທຶນຈຳກັດ ແລະ ບໍລິສັດໝາກຄໍ້ລາວປິໂຕຣລຽມຈຳກັດ.ອ່ານຕໍ່ ...
ເພັດສະໝອນ ຈັນດາລາ
ລາວ, ເກົາຫຼີໃຕ້ ຮັດແໜ້ນສາຍພົວພັນດ້ານການພັດທະນາຊຸມຊົນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ກາຮ່ວມມືກັບສາທາລະນະລັດເກົາຫຼີ ເພື່ອຂະຫຍາຍໂຄງການພັດທະນາແບບ ແຊມູອຸນດອງ ຢູ່ໃນຫ້າແຂວງຂອງລາວ.ທ່ານ (ປອ) ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດເຜີຍຕໍ່ສື່ມວນຊົນເກົາຫຼີວ່າ ໂຄງການແຊມູອຸນດອງ ຈະຂະຫຍາຍການປະຕິບັດການໄປຍັງແຂວງຕ່າງໆເຊັ່ນ ໄຊຍະບູລີ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ແຂວງວຽງຈັນ.ອ່ານຕໍ່ ...
ໂຕະຂ່າວ
ແຂວງຊຽງຂວາງສົ່ງເສີມການລົງທຶນໃນການເຮັດຟາມລ້ຽງສັດ
ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງຊຽງຂວາງ ຖືເອົາການເຮັດຟາມລ້ຽງສັດເປັນຂົງເຂດເສດຖະກິດຂອງແຂວງ ເຊິ່ງອຳນາດການປົກຄອງແຂວງຈະໃຫ້ການສະໜັບສະໜູນເປັນພິເສດ.ທ່ານ ບຸນທອນ ຈັນທະພອນ ເຈົ້າແຂວງໄດ້ອອກແຈ້ງການຫຼ້າສຸດກ່ຽວກັບລາຍການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ທີ່ທາງອຳນາດການປົກຄອງແຂວງມີແຜນສະໜັບສະໜູນ.ອ່ານຕໍ່ ...
ເອກະພອນ ພູທອນສີ
ການຄົ້ນຄວ້າຂະແໜງລ້ຽງສັດຊ່ວຍຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຖາບັນຄົ້ນຄວ້າກະສິກຳປ່າໄມ້ແຫ່ງຊາດ (NAFRI) ໄດ້ພັດທະນາ 10 ວີທີການໃນການລ້ຽງສັດ ເຊິ່ງຊ່ວຍປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສົ່ງເສີມການສົ່ງອອກຜະລິດຕະພັນສັດລ້ຽງ.ເຈົ້າໜ້າທີ່ NAFRI ກ່າວວ່າໜຶ່ງໃນບັນດານເຕັກນິກທີ່ຜ່ານການຄົ້ນຄວ້າກໍຄືການໃຫ້ອາຫານງົວທີ່ຫາກໍຕົກລູກໃໝ່.ອ່ານຕໍ່ ...
ໂຕະຂ່າວ
ສິນຄ້າກະເສດຕ້ອງມີການປັບປຸງຍົກລະດັບເພື່ອການສົ່ງອອກ: ເຈົ້າໜ້າທີ່
ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງວຽງຈັນ ຫວັງວ່າຊາວກະສິກອນເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈະໄດ້ຮັບໂອກາດໃນການສົ່ງອອກຜະລິດຕະຜົນຂອງຕົນສູ່ຕະຫຼາດຕ່າງປະເທດ ເມື່ອເສັ້ນທາງລົດໄຟລາວ-ຈີນເລີ່ມປະຕິບັດການ.ເມືອງປາກງື່ມເປັນເມືອງຂະໜາດນ້ອຍ ເຊິ່ງຕັ້ງຢູ່ທາງຕອນໃຕ້ຂອງນະຄອນວຽງຈັນ ມີດິນອຸດົມສົມບູນເໝາະແກ່ການປູກຝັງ ໂດຍສະເພາະແມ່ນປູກເຂົ້າ ແລະ ພືດພັນຕ່າງໆ.ອ່ານຕໍ່ ...
ໂຕະຂ່າວ