ກະສິກຳ ແລະ ການປະມົງ
ໂຄງການນະວັດຕະກຳການກະເສດສິ້້ນສຸດລົງ ແຕ່ວ່າການພັດທະນາຊາວກະສິກອນຍັງຕ້ອງສືບຕໍ່
ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງວ່າໂຄງການພັດທະນາຄວາມສາມາດສຳລັບລະບົບນະວັດຕະກຳການກະເສດຈະສິ້ນສຸດລົງ, ແຕ່ວ່າການພັດທະນາກຸ່ມຊາວກະສິກອນເປົ້າໝາຍຍັງຕ້ອງສືບຕໍ່ດຳເນີນການ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມປິດໂຄງການ ເຊິ່ງຈັດຂຶ້ນທີ່ວຽງຈັນໃນອາທິດແລ້ວນີ້ ເພື່ອປະເມີນຜົນສຳເລັດໃນໄລຍະສີ່ປີຂອງໂຄງການ, ເຊິ່ງທີມຊ່ຽວຊານໄດ້ຮຽກຮ້ອງໃຫ້ຊາວກະສິກອນສືບຕໍ່ຂະບວນການເພື່ອສົ່ງເສີມຄວາມສາມາດໃນການຜະລິດ.ອ່ານຕໍ່ ...
ບໍລິສັດລາວ, ຈີນລົງນາມໃນຂໍ້ຕົກລົງເພື່ອການພັດທະນາຂະແໜງກະສິກຳຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດເພື່ອການບໍລິການດ້ານກະສິກຳ (SAS) ໄດ້ຕົກລົງຮ່ວມມືກັບບໍລິສັດວັນມາ ການຄ້າຂາເຂົ້າ ຂາອອກສາກົນຈຳກັດ ຂອງຈີນ ເພື່ອພັດທະນາການຜະລິດກະສິກຳໃນລາວເພື່ອການບໍລິໂພກພາຍໃນ ແລະ ການສົ່ງອອກ.ຂໍ້ຕົກລົງດັ່ງກ່າວໄດ້ມີການລົງນາມທີ່ນະຄອນວຽງຈັນໃນອາທິດແລ້ວນີ້ ໂດຍທ່ານ ວຽງທອງ ພົມມະຫາໄຊ ອຳນວຍການບໍລິຫານຂອງ SAS ແລະ ທ່ານ ເສີນ ຈິນການ ອຳນວຍການບໍລິສັດວັນມາ ການຄ້າຂາເຂົ້າ ຂາອອກສາກົນຈຳກັດ. ພິທີລົງນາມດັ່ງກ່າວແມ່ນຢູ່ພາຍໃຕ້ການເປັນສັກຂີພິຍານຂອງເຈົ້າໜ້າທີ່ລັດຖະບານລາວ ແລະ ຈີນ ພ້ອນດ້ວຍຜູ້ຕາງໜ້າຈາກທັງສອງຝ່າຍ.ອ່ານຕໍ່ ...
ໂຕະຂ່າວ
ບໍລິສັດຈີນຄົ້ນຄວ້າໂອກາດໃນການລົງທຶນດ້ານກະສິກຳຢູ່ແຂວງຜົ້ງສາລີ
ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດ ຢູນນານໄຮເຈັງ ອຸດສາຫະກຳຈຳກັດຂອງຈີນ ກຳລັງສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານກະສິກຳຢູ່ແຂວງຜົ້ງສາລີ ພາຍຫຼັງທີ່ມີການລົງທຶນຢູ່ແຂວງບໍ່ແກ້ວ, ຫຼວງນ້ຳທາ ແລະ ອຸດົມໄຊ.ພາຍໃຕ້ການກະກຽມຂອງອຳນາດການປົກຄອງແຂວງຜົ້ງສາລີ, ບໍລິສັດດັ່ງກ່າວຈະໃຊ້ເວລາສອງເດືອນໃນການສຶກສາຄວາມເປັນໄປໄດ້ ກ່ອນຕັດສິນໃຈດຳເນີນໂຄງການ.ອ່ານຕໍ່ ...
ສຸກສະໄໝ ບູລົມ
http://annx.asianews.network/content/chinese-company-explores-agricultural-opportunities-phongsaly-97622
ແຂວງຄຳມ່ວນເກັບກ່ຽວຜົນປະໂຫຍດຈາກບ້ານແບບຢ່າງດ້ານກະສິກຳ
ການຜະລິດກະສິກຳທີ່ມີປະສິດທິຜົນຢູ່ແຂວງຄຳມ່ວນ ເຮັດໃຫ້ຫຼາຍຊຸມຊົນໄດ້ຮັບການສ້າງຕັ້ງໃຫ້ເປັນ “ບ້ານແບບຢ່າງດ້ານກະສິກຳ” ເພາະວ່າເຂົາເຈົ້າສາມາດຂັບເຄື່ອນການຜະລິດສິນຄ້າກະເສດ ແລະ ເພີ່ມປະລິມານຜົນຜະລິດເພື່ອຂາຍໃຫ້ແກ່ແຂວງ ແລະ ພື້ນທີ່ໃກ້ຄຽງ.ເຈົ້າໜ້າທີ່ກະສິກຳແຂວງກ່າວວ່າ ການສ້າງຕັ້ງບ້ານແບບຢ່າງດ້ານກະສິກຳຕາມນະໂຍບາຍຂອງກະຊວງກະສິກຳ ແລະ ປ່າໄມ້ ໃນການສ້າງສະຖຽນລະພາບຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ ແລະ ເພີ່ມທະວີການສົ່ງອອກສິນຄ້າກະເສດໄປຍັງປະເທດເພື່ອນບ້ານ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ເຈົ້າໜ້າທີ່ລາວອະນຸຍາດໃຫ້ບໍລິສັດຈີນປູກຝັງໃນທີ່ດິນທີ່ຈັດສັນສຳລັບຜູ້ປະສົບໄພເຂື່ອນແຕກ
ບໍລິສັດຈີນຈະເຮັດສວນກ້ວຍໃນພື້ນທີ່ຈັດສັນຂອງລັດຖະບານເພື່ອຊົດເຊີຍໃຫ້ແກ່ຜູ້ປະສົບໄພເຂື່ອນແຕກໃນປີ 2018 ທີ່ຖືໄດ້ວ່າເປັນໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດຂອງປະເທດ ໃນຮອບຫຼາຍທົດສະວັດ, ຕາມຂ່າວຈາກໜ່ວຍຂ່າວ RFA ລາວ.ໄພພິບັດດັ່ງກ່າວ ເກີດຂື້ນໃນເດືອນກໍລະກົດປີກາຍນີ້ ເນື່ອງຈາກສັນເຂື່ອນຂອງໂຄງການພະລັງງານໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ຫຼັງຈາກມີຝົນຕົກໜັກ ເຮັດໃຫ້ນ້ຳໄຫຼຖ້ວມ 12 ບ້ານ ແລະ ຂ້າຊີວິດຊາວບ້ານຢ່າງໜ້ອຍ 40 ຄົນຢູ່ແຂວງຈຳປາສັກ ແລະ ອັດຕະປືທາງພາກໃຕ້ຂອງລາວ ແລະ ມີຜູ້ສູນຫາຍອີກບາງຈຳນວນ.ພື້ນທີ່ດິນຈຳນວນ 2,000 ເຮັກຕາທີ່ຕັ້ງຢູ່ໃກ້ບ້ານພິນດົງ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບການບຸກເບີກໂດຍລັດຖະບານໃນສາມເດືອນກ່ອນ ເຊິ່ງເຂົ້າໃຈວ່າຈະມອບໃຫ້ແກ່ຜູ້ປະສົບໄພໃຫ້ສາມາດທຳການຜະລິດໃນຊ່ວງລະດູຝົນນີ້, ແຕ່ວ່າຫຼ້າສຸດ ອຳນາດການປົກຄອງໄດ້ມີການອະນຸຍາດໃຫ້ນັກລົງທຶນຈີນເຂົ້າມາປູກກ້ວຍ.ອ່ານຕໍ່ ...
RFA’s Lao Service
https://www.rfa.org/english/news/laos/laos-bananas-on-survivor-land-05292019154355.html
ການທົດລອງເພື່ອປົກປ້ອງອຸດສາຫະກຳປູກກ້ວຍຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ຕົກລົງເຮັດວຽກຮ່ວມກັບບໍລິສັດຂອງອອສ໌ເຕຣເລຍ ເພື່ອດຳເນີນການທົດລອງຄວາມສາມາດຂອງຕົວສ້າງຄວາມຊຸ່ມຂອງດິນ “NSA Wilt Stop” ເພື່ອຄວບຄຸມພະຍາດຈາກເຊື້ອລາໃນສວນກ້ວຍຂອງລາວ.ກົມປູກຝັງພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ບໍລິສັດ Soils North Pty ຈຳກັດຂອງອອສ໌ເຕຣເລຍ ໄດ້ລົງນາມໃນຂໍ້ຕົກລົງຄັ້ງວັນທີ 22 ເພື່ອການຮ່ວມມືໃນໂຄງການ. ໜຶ່ງໃນວັດຖຸປະສົງຂອງໂຄງການແມ່ນການກຳນົດປະສິດທິຜົນຂອງ NSA Wilt Stop ຕໍ່ກັບພະຍາດແຫ່ວທີ່ເກີດຈາກເຊື້ອລາ Fusarium.ອ່ານຕໍ່ ...
ໂຕະຂ່າວ
ລາວ, ກຳປູເຈຍ, ຫວຽດນາມຮ່ວມມືໃນການຄົ້ນຄວ້າກະສິກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ, ກຳປູເຈຍ, ຫວຽດນາມຈະສົມທົບຄວາມພະຍາຍາມໃນການປົກປັກຮັກສາຄວາມຫຼາກຫຼາຍຂອງພືດພັນກະສິກຳ ຜ່ານໂຄງການຄົ້ນຄວ້າໃໝ່.ນີ້ແມ່ນຂໍ້ຄວາມຈາກທ່ານນາງ ແກ້ວໄພວັນ ດວງສະຫວັນ ສະມາຊິກສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດລາວ ເນື່ອງໃນກອງປະຊຸມເປີດໂຄງການຄົ້ນຄວ້າພຶກສາສາດກ່ຽວກັບພືດໃນຕະກຸນ Eriocaulaceae, Bambusoideae (Gramineae) ແລະ Zingiberaceae ໃນອິນດູຈີນ (ກຳປູເຈຍ, ລາວ, ແລະ ຫວຽດນາມ).ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ລາວຂະຫຍາຍພື້ນທີ່ກະສິກຳສຳລັບການປູກພືດໃນລະດູແລ້ງ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ບັນລຸເປົ້າໝາຍປີ 2018 ໂດຍການເພີ່ມເນື້ອທີ່ກະສິກຳທີ່ສາມາດທຳການຜະລິດໃນລະດູແລ້ງໄດ້ 153,000 ເຮັກຕາ.ຕົວເລກດັ່ງກ່າວແມ່ນເທົ່າກັບ 83% ຂອງການຂະຫຍາຍເນື້ອທີ່ທຳການຜະລິດໃນລະດູແລ້ງ.ໃນບົດລາຍງານຫຼ້າສຸດ, ກະຊວງເຜີຍວ່າໃນປີນີ້ຄາດວ່າຈະສາມາດຂະຫຍາຍພື້ນທີ່ທຳການຜະລິດຈາກ 177,000 ເຮັກຕາໃຫ້ເປັນ 185,000 ເຮັກຕາ.ອ່ານຕໍ່ ...
ໂຕະຂ່າວ
ວີນາມີວ ແລະ ລາວ-ເຈໂກຣ ຮ່ວມມືໃນການເຮັດຟາມໂຄນົມປອດສານພິດ ແລະ ຣີສອດ
ຊຽງຂວາງ, ລາວ (ວຽງຈັນທາມສ໌/ANN) – ວີນາມິວ, ບໍລິສັດນົມທີ່ໃຫຍ່ທີ່ສຸດຂອງຫວຽດນາມ ໄດ້ຈັບມືກັບບໍລິສັດລາວ ແລະ ຍີ່ປຸ່ນ ໃນການສ້າງຟາມໂຄນົມປອດສານພິດ ແລະ ຣີສອດ ຢູ່ແຂວງຊຽງຂວາງ.ການກໍ່ສ້າງໂຄງການໄດ້ເລີ່ມດຳເນີນຢ່າງເປັນທາງການໃນອາທິດແລ້ວນີ້ທີ່ພູພຽງຊຽງຂວາງ. ເຂົ້າຮ່ວມໃນພິທີວາງສີວາເລີກມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ເຈົ້າໜ້າທີ່ການນຳຈາກລາວ ແລະ ຫວຽດນາມ ແລະ ຜູ້ຕາງໜ້າຈາກບໍລິສັດ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ບໍລິສັດການຄ້າ APT ແລະ ສະຫະກອນຫວຽດນາມລົງນາມຂໍ້ຕົກລົງກ່ຽວກັບການປູກໝາກໄມ້ເພື່ອສົ່ງອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໄພບູນການຄ້າ ຂາເຂົ້າ-ຂາອອກ (ການຄ້າ APT) ແລະ ສະຫະກອນຫວຽດນາມ Hop Tac Xa Ngoc Lan ໄດ້ລົງນາມຂໍ້ຕົກລົງກ່ຽວກັບໂຄງການສົ່ງເສີມການຜະລິດ ແລະ ບໍລິໂພກໝາກໄມ້ ໃນວັນອາທິດຜ່ານມາ.ໂຄງການດັ່ງກ່າວຈະຊ່ວຍໃຫ້ປະຊາຊົນທີ່ອາໄສຢູ່ເມືອງຊຽງຄໍ້, ສົບບາວ, ແລະ ວຽງໄຊ ແຂວງຫົວພັນ ມີສ່ວນຮ່ວມໃນໂຄງການກໍ່ສ້າງຄອບຄົວ ແລະ ບ້ານສາມັກຄີເພື່ອຫຼຸດຜ່ອນຄວາມທຸກຍາກ.ອ່ານຕໍ່ ...
ໂຕະຂ່າວ