ກະສິກຳ ແລະ ການປະມົງ
ກະສິກຳ
ລາວຈະຫັນປ່ຽນການຜະລິດກະສິກຳເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນອາຊຽນ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານກຳລັງຫັນປ່ຽນລະບົບກະສິກຳໃນລາວ ຈາກການຜະລິດເພື່ອກຸ້ມຕົນເອງ ສູ່ການຜະລິດເພື່ອເປັນສິນຄ້າ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນອາຊຽນ ແລະ ເພື່ອຊ່ວຍເຫຼືອຊາວກະສິກອນໃນການຮັບມືກັບການປ່ຽນແປງຂອງຕະຫຼາດກະສິກຳ ແລະ ສະບຽງອາຫານຂອງພາກພື້ນ.ເພື່ອສະໜັບສະໜູນຂະບວນການພັດທະນາທາງດ້ານກະສິກຳດັ່ງກ່າວ, ລັດຖະບານ ໂດຍສະເພາະແມ່ນກົມປູກຝັງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ຈະໃຫ້ການສະໜັບສະໜູນທາງດ້ານນະໂນບາຍ ແລະ ວິຊາການ ເພື່ອຈັດຕັ້ງປະຕິບັດແຜນການດັ່ງກ່າວ, ທ່ານ ຈັນທາ ທິບພະວົງພັນ ຮອງຫົວໜ້າກົມປູກຝັງກ່າວຄຳເຫັນໃນກອງປະຊຸມຂອງຄະນະກຳມະການກວດກາໂຄງການແຫ່ງຊາດ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-transforming-farming-meet-needs-asean-market-101333
ລາຄາອາຫານທີ່ສູງຂຶ້ນສົ່ງຜົນກະທົບຕໍ່ປະຊາຊົນຜູ້ມີລາຍໄດ້ຕ່ຳ
ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນຈຳນວນຫຼາຍ ໂດຍສະເພາະແມ່ນຜູ້ທີ່ມີລາຍໄດ້ຕ່ຳ ກຳລັງໄດ້ຮັບຜົນກະທົບຈາກລາຄາອາຫານທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.ພວກເຂົາເວົ້າວ່າລາຄາອາຫານທີ່ສູງເຮັດໃຫ້ຄ່າຄອງຊີບສູງຂຶ້ນເຊັ່ນດຽວກັນ, ເຊິ່ງໝາຍຄວາມວ່າພວກເຂົາຕ້ອງກິນໃຫ້ໜ້ອຍລົງ ຫຼື ຕ້ອງປ່ຽນວິທີການດຳລົງຊີວິດເພື່ອຮັບມືກັບສະພາບເສດຖະກິດໃນປະຈຸບັນ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/rising-food-prices-hit-low-income-earners-101263
ຊາວຄ້າຂາຍໄດ້ຮັບຜົນກະທົບຈາກການຈຳກັດການນຳເຂົ້າສິນຄ້າຜ່ານດ່ານຊາຍແດນສູ່ປະເທດຈີນ
ວຽງຈັນ (ວຽງຈັນທາມສ໌/ANN) – ຊາວຄ້າຂາຍຢູ່ແຂວງພາກເໜືອຂອງລາວໃນປະຈຸບັນ ມີທາງເລືອກທີ່ໜ້ອຍລົງໃນການນຳສິນຄ້າເຂົ້າສູ່ປະເທດຈີນ ຫຼັງຈາກທີ່ເຈົ້າໜ້າທີ່ຈີນໄດ້ມີການສັ່ງຫ້າມການນຳເຂົ້າສິນຄ້າຢູ່ຕາມດ່ານຊາຍແດນທ້ອງຖິ່ນ.ສິນຄ້າທຸກໆປະເພດ ລວມທັງສິນຄ້າກະເສດ ແມ່ນສາມາດນຳເຂົ້າສູ່ປະເທດຈີນຜ່ານດ່ານຊາຍແດນສາກົນຫຼັກຢູ່ທີ່ເມືອງບໍ່ເຕັນ ແຂວງຫຼວງນ້ຳທາເທົ່ານັ້ນ, ຕາມເຈົ້າໜ້າທີ່ອຸດສາຫະກຳ ແລະ ການຄ້າຂອງລາວ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/traders-suffer-after-curb-import-entry-points-china-101193
ຊາວກະສິກອນຕ້ອງຜະເຊີນກັບການຂາດທຶນຫຼາຍລ້ານກີບຈາກການລະບາດຂອງບົ້ງ
ວຽງຈັນ (ວຽງຈັນທາມສ໌/ANN) – ແສງຈັນ ວິໄລລັກ ຊາວສວນສາລີຫວານຈຳຕ້ອງຜະເຊີນກັບການຂາດທຶນກວ່າ 20 ລ້ານກີບໃນປີນີ້ ເນື່ອງຈາກພືດພັນເຄື່ອງປູກໄດ້ຮັບຜົນເສຍຫາຍຮ້າຍແຮງຈາກການລະບາດຂອງບົ້ງຝູງສາລີຢູ່ແຂວງໄຊຍະບູລີ.ຄອບຄົວຂອງແສງຈັນແມ່ນໜຶ່ງໃນຈຳນວນ 150 ຄອບຄົວທີ່ເຮັດອາຊີບຫຼັກໃນການປູກສາລີຂາຍ, ເຊິ່ງເປັນແຫຼ່ງລາຍຮັບທີ່ສຳຄັນສຳລັບຊາວບ້ານແສນພົນ ເມືອງປາກລາຍ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/farmers-stand-lose-millions-kip-caterpillar-infestation-101015
ຊາວສວນສາລີແຂວງໄຊຍະບູລີປະສົບກັບການຂາດທຶນມະຫາສານ
ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງໄຊຍະບູລີ ຄາດວ່າຈະຂາດທຶນເຖິງ 30% ໃນການສະໜອງສາລີຫວານສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດໃນປີນີ້ ເນື່ອງຈາກການໂຈມຕີຂອງບົ້ງຝູງສາລີ.ການລະບາດຂອງສັດຕູພືດດັ່ງກ່າວໃນປະຈຸບັນ (Spodoptera frugiperda) ໃນທົ່ວແຂວງໄດ້ສ້າງບັນຫາອັນໃຫຍ່ຫຼວງໃຫ້ແກ່ຊາວກະສິກອນ ແລະ ອຳນາດການປົກຄອງ ໃນການຄວບຄຸມການລະບາດ.ທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ກ່າວວ່າ 30 ເປີເຊັນຂອງພື້ນທີ່ໄຮ່ສາລີທັງໝົດ 35,000 ເຮັກຕາ ໄດ້ຮັບຄວາມເສຍຫາຍຈາກການລະບາດຂອງບົ້ງສາລີດັ່ງກ່າວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/sweetcorn-farmers-suffer-huge-losses-xayaboury-100823
ອົງການສາກົນມີແຜນສະໜັບສະໜູນການພັດທະນາກະສິກຳຄັ້ງໃຫຍ່ໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ມີແຜນອະນຸມັດການຊ່ວຍເຫຼືອດ້ານການເງິນຊຸດໃໝ່ ໃນການຈັດຕັ້ງປະຕິບັດໂຄງການໃນຊົນນະບົດ ແນໃສ່ສົ່ງເສີມການຜະລິດເປັນສິນຄ້າ.ໂຄງການດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງສືບຕໍ່ການຊ່ວຍເຫຼືອໃນປະຈຸບັນ ຈະດຳເນີນແຕ່ປີ 2020-2026 ໃນມູນຄ່າລວມ US$30 ລ້ານໂດລາ ເຊິ່ງຄາດວ່າຈະໄດ້ຮັບການອະນຸມັດໃນປີນີ້.ເຈົ້າໜ້າທີ່ໄດ້ເປີດເຜີຍຂໍ້ມູນດັ່ງກ່າວຕໍ່ສື່ມວນຊົນໃນໂອກາດທີ່ທ່ານ ກິວເບີດ ຟ. ຮຸງໂບ ປະທານ IFAD ພ້ອນດ້ວຍຄະນະ ເດີນທາງຢ້ຽມຢາມແຂວງຊຽງຂວາງເພື່ອກວດສອບຄວາມຄືບໜ້າຂອງໂຄງການໃນອາທິດນີ້.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/major-int%E2%80%99l-boost-planned-agricultural-development-laos-100822
ແຂວງຜົ້ງສາລີ ເດີນໜ້າຕ້ານພະຍາດອະຫິວາໝູອາຟຣິກາຫຼັງຈາກພົບການລະບາດເພີ່ມຂຶ້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງຜົ້ງສາລີ ກຳລັງລະດົມຄວາມພະຍາຍາມໃນທ້ອງຖິ່ນ ເພື່ອສະກັດກັ້ນການລະບາດຂອງພະຍາດໄຂ້ຫວັດໝູອາຟຣິກາ ຫຼັງຈາກທີ່ສະຖານະການຫຼ້າສຸດພົບໝູຕາຍອີກ 338 ໂຕໃນແຂວງພາກເໜືອ.ມາເຖິງປະຈຸບັນ ຢູ່ແຂວງຜົ້ງສາລີ ພົບໝູຕາຍຍ້ອນພະຍາດດັ່ງກ່າວແລ້ວ 1,000 ໂຕ ຕາມການລາຍງານຂອງເຈົ້າໜ້າທີ່ແຂວງ.ອຳນາດການປົກຄອງທ້ອງຖິ່ນໄດ້ມີການຕັ້ງດ່ານກວດເພື່ອສະກັດກັ້ນການນຳເອົາສັດລ້ຽງອອກຈາກເຂດບ້ານມົນສະຫວັນ ແລະ ບ້ານຫາດເຊີຍ ເມືອງຂວາ ທີ່ພົບການລະບາດຂອງພະຍາດດັ່ງກ່າວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/phongsaly-battling-african-swine-fever-following-another-outbreak-100735
ຫົວໜ້າກະສິກຳ ຢູເອັນ ລົງຕິດຕາມຄວາມຄືບໜ້າຂອງໂຄງການໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລະດັບສູງຂອງອົງການສະຫະປະຊາຊາດ ໄດ້ຢ້ຽມຢາມປະເທດລາວເພື່ອຈຸດປະສົງໃນການເພີ່ມທະວີການຮ່ວມມືລະຫວ່າງ ຢູເອັນ-ລາວ ເພື່ອຮັກສາລະດັບຄວາມໝັ້ນຄົງດ້ານສະບຽງອາຫານ, ເພີ່ມທະວີການມີວຽກເຮັດງານທຳໃນຊົນນະບົດ ແລະ ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງສະພາບອາກາດໃນເຂດຊົນນະບົດ.ເພື່ອປະກອບສ່ວນໃນພາລະກິດດັ່ງກ່າວ, ທ່ານ ກິວເບີດ ຟ. ຮຸງໂບ ປະທານອົງການກອງທຶກສາກົນເພື່ອການພັດທະນາກະສິກຳ (IFAD) ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມແຂວງຊຽງຂວາງໃນອາທິດນີ້ ເພື່ອກວດກາໂຄງການແຊກແຊງຂອງ ຢູເອັນ ແລະ ກຳນົດແນວທາງເພື່ອປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານໃນແຂວງດັ່ງກ່າວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/un-agriculture-chief-monitors-project-progress-laos-100732
ໄພແຫ້ງແລ້ງທຳລາຍຄວາມຫວັງຂອງຊາວກະສິກອນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ປະລິມານຝົກຕົກທີ່ຕ່ຳ ບວກກັບອຸນນະພູມທີ່ເພີ່ມສູງຂຶ້ນ ກຳລັງທຳລາຍເຄື່ອງປູກຂອງຝັງຂອງຊາວກະສິກອນລາວທົ່ວປະເທດ ພາຍໃຕ້ສະຖານະການໄພແຫ້ງແລ້ງທີ່ກຳລັງເກີດຂຶ້ນໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້.ນັກວິເຄາະກ່າວວ່າ ປະລິມານນ້ຳຝົນໃນລະດູທີ່ຕ່ຳທີ່ສຸດໃນຮອບຫຼາຍທົດສະວັດ ບໍ່ພຽງແຕ່ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດການເປັນຢູ່ຂອງຊາວກະສິກອນ ແຕ່ຍັງກະທົບເຖິງຄວາມໝັ້ນຄົງດ້ານສະບຽງອາຫານ.ທ່ານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວານນີ້ວ່າ ການປັກດຳນາປີໃນທົ່ວປະເທດຫາກໍ່ສຳເລັດພຽງແຕ່ 40 ເປີເຊັນ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/drought-destroying-future-lao-farmers-100731
ໝາກໂມລາວໄດ້ຮັບການອະນຸຍາດໃຫ້ນຳເຂົ້າສູ່ຕະຫຼາດຈີນຢ່າງເປັນທາງການ
ໜ່ວຍງານຄຸ້ມຄອງພາສີຂອງຈີນ (GAC) ໄດ້ແຈ້ງໃນວັນທີ 4 ກໍລະກົດນີ້ວ່າ ໝາກໂມຈາກລາວໄດ້ຜ່ານການຮັບຮອງດ້ານສຸຂະອະນາໄມພືດ ເຊິ່ງປະຈຸບັນສາມາດນຳເຂົ້າໃນປະເທດຈີນໄດ້ – ເປັນການເພີ່ມແຫຼ່ງນຳເຂົ້າໝາກໂມນອກລະດູແຫ່ງໃໝ່ສຳລັບຈີນ. ໃບຮັບຮອງດ້ານສຸຂະອະນາໄມພືດເພື່ອການນຳເຂົ້າໝາກໂມຈາກລາວສູ່ຈີນ ໄດ້ຮັບການຮັບຮອງໃນເດືອນມິຖຸນາທີ່ຜ່ານມາ ໃນລະຫວ່າງການຢ້ຽມຢາມລາວຂອງຄະນະຜູ້ແທນ GAC ເຊິ່ງນຳໂດຍທ່ານຮອງລັດຖະມົນຕີ ຫູ ເຫວີຍ.ໝາກໂມທີ່ຜະລິດໃນຈີນຕາມລະດູປົກກະຕິແມ່ນນັບແຕ່ເດືອນພຶດສະພາຫາເດືອນສິງຫາ. ຜົນຜະລິດຕາມລະດູຕາມປົກກະຕິຈະຂາຍໝົດພາຍໃນເດືອນພະຈິກ ເຖິງວ່າຈະມີການສະໜອງຢ່າງຕໍ່ເນື່ອງຈຳນວນໜຶ່ງຈາກແຂວງທາງພາກໃຕ້ຄື ໄຫໜານ, ຢຸນນານ, ກວາງສີ ແລະ ກວາງຕຸ້ງ. ຜົນຜະລິດນຳເຂົ້ານອກລະດູກໍສາມາດຕອບສະໜອງຊ່ອງຫວ່າງຄວາມຕ້ອງການນອກລະດູໄດ້ດີ.ນອກຈາກປະເທດລາວແລ້ວ ປະເທດທີ່ໄດ້ຮັບການອະນຸຍາດໃຫ້ສົ່ງອອກໝາກໂມໄປຈີນກໍມີ ປະເທດມຽນມາ, ຫວຽດນາມ, ແລະ ມາເລເຊຍ. ຄາດວ່າ 90% ຂອງໝາກໂມທີ່ປູກໃນມຽນມາ ແລະ ຫວຽດນາມ ແມ່ນສົ່ງອອກໄປຈີນ.ອ່ານຕໍ່ ...
Dan Siekman
https://www.producereport.com/article/laotian-watermelons-receive-formal-china-market-access