ຊາວກະສິກອນລາວ ຕ້ອງການຕະຫຼາດເພື່ອສົ່ງອອກຜົນລະປູກ

(ວຽງຈັນທາມສ໌)- ຊາວກະສິກອນລາວຮຽກຮ້ອງຕໍ່ລັດຖະບານ ເພື່ອຊ່ວຍເຫຼືອໃນການຊອກຕະຫຼາດໃໝ່ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຂາຍຜົນລະປູກ. ຄຳຮຽກຮ້ອງດັ່ງກ່າວ ໄດ້ສະເໜີຂ້ືນຢູ່ໃນງານຕະຫຼາດນັດເຄືອຂ່າຍກະສິກອນລາວ ແລະ ກອງປະຊຸມໃຫຍ່ປະຈຳປີ 2020 ທີ່ໄດ້ຈັດຂື້ນໃນນະຄອນຫຼວງວຽງຈັນ. ອ່ານຕໍ່.  ...

Times reporter

ອີຢູ ໃຫ້ການສະໜັບສະໜູນໂຄງການສະໜອງນຳ້ສະອາດຢູ່ແຂວງສະຫວັນນະເຂດ ຜ່ານໂຄງການ SUNWIP

ສຳນັກຂ່າວສານປະເທດລາວ- ລັດຖະບານ ສປປ ລາວ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ຮ່ວມມືກັນພັດທະນາໂຄງການ ສະໜອງນ້ຳໃຊ້ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໂດຍຜ່ານ ຂອບຂະຫຍາຍພື້ນຖານໂຄງຮ່າງ ດ້ານໂພສະນາການ ແລະ ໂຄງການ WASH, ເພື່ອແນໃສ່ເປົ້າໝາຍເພື່ອການພັດທະນາແບບຍືນຍົງທີ 2 ແລະ ທີ 4. ມູນຄ່າການການສະໜັບສະໜູນຈາກສະຫະພາບເອີຣົບຈຳນວນ 16.95 ລ້ານເອີໂຣ ຊຶ່ງໃນນັ້ນ 1.95 ລ້ານເອີໂຣ ແມ່ນເປັນສ່ວນຂອງລັດຖະບານ ສປປ ລາວ. ແຫຼ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ  ...

ໂຕະຂ່າວສານປະເທດລາວ

ເຈົ້າໜ້າທີ່ ຫາລືການສ້າງແຜນທີ່ຄວາມສ່ຽງສະພາບອາກາດ ສຳລັບຊາວກະສິກອນພາກໃຕ້

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານໃນບັນດາແຂວງພາກໃຕ້ ເຂົ້າຮ່ວມປະຊຸມທີ່ນະຄອນປາກເຊ ໃນອາທິດນີ້ ເພື່ອຫາລືກ່ຽວກັບການສ້າງແຜນທີ່ຄວາມສ່ຽງ ແລະ ຜົນກະທົບທີ່ກ່ຽວຂ້ອງກັບການປ່ຽນແປງຂອງສະພາບອາກາດ, ເພື່ອແນໃສ່ສະໜອງຂໍ້ມູນທີ່ລະອຽດຊັດເຈດໃຫ້ແກ່ຊາວກະສິກອນ.ກອງປະຊຸມໄລຍະສອງວັນ ກ່ຽວກັບການສ້າງແຜນທີ່ການດຳລົງຊີວິດທາງດ້ານກະສິກຳ ແລະ ການກຳນົດຄວາມສ່ຽງສະພາບອາກາດ ເພື່ອຈັດຕັ້ງບູລິມະສິດເພື່ອການບໍລິການກ່ຽວກັບສະພາບອາກາດ ໄດ້ຈັດຂຶ້ນທີ່ສູນຄົ້ນຄວ້າແນວພັນເຂົ້າ ແລະ ຂະຫຍາຍພັນພືດ ບ້ານໂພນງາມ, ນະຄອນປາກເຊ ໃນວັນທີ 19-20 ທັນວານີ້.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ການຍົກລະດັບການປູກເຂົ້າທາງພາກເໜືອ ປະສົບຄວາມສຳເລັດຈາກການປູກແນວພັນເຂົ້າໄກ່ນ້ອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນຢູ່ສອງແຂວງພາກເໜືອຄື ແຂວງຊຽງຂວາງ ແລະ ຫົວພັນ ມີຜົນຜະລິດທີ່ເພີ່ມຂຶ້ນທັງທາງດ້ານປະລິມານ ແລະ ຄຸນນະພາບ ຈາກເຈັດແນວພັນເຂົ້າພື້ນເມືອງ ເຂົ້າໄກ່ນ້ອຍ.ການລິເລີ່ມດ້ານກະສິກຳ-ຊິວະນາໆພັນ (TABI) ສືບຕໍ່ໂຄງການຊ່ວຍເຫຼືອຊາວກະສິກອນແຂວງຊຽງຂວາງ ແລະ ຫົວພັນ ເພື່ອປັບປຸງຄຸນນະພາບແນວພັນເຂົ້າໄກ້ນ້ອຍ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນຊຸມຊົນ ແລະ ຜົນຕອບແທນທີ່ສູງຂຶ້ນສຳລັບຊາວກະສິກອນ.ໂຄງການດັ່ງກ່າວ ໄດ້ມີການຂະຫຍາຍຢູ່ໃນເກົ້າຕົວເມືອງໃນສອງແຂວງ ໂດຍຜ່ານເຄືອຂ່າຍການພັດທະນາການຜະລິດແນວພັນເຂົ້າໄກ່ນ້ອຍ.ອ່ານຕໍ່ ...

ໂຕະຂ່າວ

ການຍົກລະດັບຊົນລະປະທານ ຊ່ວຍສົ່ງເສີມຊາວກະສິກອນເມືອງຫີນບູນ

(ຂປລ) ຊາວກະສິກອນໃນສອງບ້ານຂອງເມືອງຫີນບູນ ແຂວງຄຳມ່ວນ ໄດ້ນຳໃຊ້ລະບົບຊົນລະປະທານໃໝ່ ທີ່ໄດ້ຮັບການກໍ່ສ້າງໂດຍບໍລິສັດໄຟຟ້າ ເທີນ-ຫີນບູນ.ໃນປະຈຸບັນ ບ້ານນາເຕີຍ ແລະ ໜອງດົງ ມີລະບົບຊົນລະປະທານຍົກລະດັບ ໄລຍະ 300 ແມັດ, ເພື່ອສະໜອງນ້ຳໃຫ້ແກ່ພື້ນທີ່ກະສິກຳ ລວມ 60 ເຮັກຕາ.ລະບົບຊົນລະປະທານໃນແຕ່ລະບ້ານລວມມີ 10 ປະຕູນ້ຳ ເພື່ອຄວບຄຸມການໄຫຼຂອງນ້ຳ ຕາມຄວາມຕ້ອງການໃນແຕ່ລະລະດູ, ເຊິ່ງນ້ຳຊົນລະປະທານແມ່ນສູບດ້ວຍໂປມໄຟຟ້າ ມາຈາກແມ່ນ້ຳຫີນບູນ. ອ່ານຕໍ່ ...

ໂຕະຂ່າວ ຂປລ

ລັດຖະບານຢືນຢັນແຜນການຜະລິດເຂົ້າ 1 ລ້ານໂຕນ ເພື່ອຕະຫຼາດພາຍໃນ, ສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານມີແຜນສົ່ງເສີມຊາວກະສິກອນ ໃນການຜະລິດເຂົ້າໃຫ້ໄດ້ຢ່າງໜ້ອຍ 1 ລ້ານໂຕນ ເພື່ອຈຳໜ່າຍພາຍໃນປະເທດ ແລະ ການສົ່ງອອກ ໃນປີໜ້າ.ເພື່ອຮັບປະກັນການຜະລິດເຂົ້າ ເພື່ອການສົ່ງອອກ, ລັດຖະບານ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ຈະເສີມຂະຫຍາຍປະລິມານການຜະລິດເຂົ້າຂາວໃຫ້ໄດ້ 35 ສ່ວນຮ້ອຍຂອງການຜະລິດເຂົ້າທັງໝົດ. ນີ້ແມ່ນສອດຄ່ອງກັບນະໂຍບາຍຂອງລັດຖະບານ ໃນການສົ່ງເສີມການປູກເຂົ້າໜຽວ ທີ່ມີທ່າແຮງຂະຫຍາຍຕົວໃນຫຼາຍພາກພື້ນ.ອ່ານຕໍ່  ...

ໂຕະຂ່າວ

ງານຕະຫຼາດນັດ ເພື່ອສົ່ງເສີມໂອກາດທາງດ້ານຕະຫຼາດ ສຳລັບຊາວກະສິກອນ, ຜູ້ຜະລິດໃນນະຄອນຫຼວງວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນ ແລະ ຜູ້ຜະລິດໃນນະຄອນຫຼວງວຽງຈັນ ມີຄວາມຫວັງໃນການຂະຫຍາຍຕະຫຼາດ ພາຍຫຼັງທີ່ລັດຖະບານໄດ້ຈັດງານຕະຫຼາດນັດເພື່ອສົ່ງເສີມສິນຄ້າ ແລະ ຊຸກຍູ້ການຂາຍໃຫ້ແກ່ພວກເຂົາ.ງານຕະຫຼາດນັດຜະລິດຕະພັນກະສິກຳພາຍໃນປະເທດ ໄດ້ຈັດຂຶ້ນໃນທ້າຍອາທິດແລ້ວນີ້ ທີ່ເດີ່ນຈອດລົດສູນການຄ້າລາວ-ໄອເຕັກ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ລາວໝາຍຕາການຍົກລະດັບການກະສິກຳອິນຊີ ເພື່ອເສີມສ້າງການແຂ່ງຂັນທາງການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ມີການຊຸກຍູ້ໃຫ້ຊາວກະສິກອນ ເປີດຮັບການກະສິກຳປູກຝັງແບບອິນຊີເພື່ອທຸລະກິດ ແລະ ພັດທະນາລະບົບການຜະລິດສິນຄ້າ ເພື່ອໃຫ້ສາມາດແຂ່ງຂັນກັບຕະຫຼາດສາກົນ ໃຫ້ມີປະສິດທິພາບຍິ່ງຂຶ້ນ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມກະສິກຳອິນຊີລາວ (LOAF) ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ຍຸດທະສາດແຫ່ງຊາດເພື່ອການພັດທະນາສີຂຽວ ແລະ ການແຂ່ງຂັນກັບສາກົນ” ເຊິ່ງຈັດຂຶ້ນທີ່ນະຄອນຫຼວຽງຈັນ ໃນວັນທີ 28-29 ພະຈິກນີ້.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດຈີນເຊັນສັນຍາ 184 ລ້ານໂດລາເພື່ອຊື້ສິນຄ້າກະເສດຈາກລາວ

ຄຸນໝິງ, 23 ພະຈິກ (Xinhua) — ບັນດາບໍລິສັດຈີນ ໄດ້ເຊັນສັນຍາລວມມູນຄ່າ 1.3 ຕື້ຢວນ (ປະມານ 184 ລ້ານໂດລາສະຫະລັດ) ເພື່ອຈັດຊື້ສິນຄ້າ, ເຊິ່ງສ່ວນໃຫຍ່ແມ່ນສິນຄ້າກະເສດ, ຈາກຄູ່ຄ້າໃນລາວ.ສັນຍາດັ່ງກ່າວ ໄດ້ມີການເຊັນກັນໃນງານຕະຫຼາດນັດການລົງທຶນຈີນ-ລາວ 2019 ເຊິ່ງໄດ້ອັດລົງໃນວັນສຸກແລ້ວນີ້ ທີ່ນະຄອນຄຸນໝິງ, ແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ.ອ່ານຕໍ່ ...

ZX

ການສູນເສຍພື້ນທີ່ເຂົ້າປູກ ເຮັດໃຫ້ຜົນຜະລິດຕົກຕ່ຳ,​ ລັດຖະມົນຕີລາຍງານຕໍ່ສະພາແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນຊ່ວງລະດູຝົນປີນີ້ ມີພື້ນທີ່ໄຮ່ນາ 105,206 ເຮັກຕາ ຖືກເສຍຫາຍຈາກໄພນ້ຳຖ້ວມ, ນີ້ໝາຍເຖິງຜົນຜະລິດເຂົ້າຂອງລາວຈະບໍ່ສາມາດບັນລຸຕາມເປົ້າໝາຍການຜະລິດປີ 2019 ທີ່ວາງໄວ້ 4.4 ລ້ານໂຕນ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານຂໍ້ມູນຕໍ່ທີ່ປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ໃນອາທິດແລ້ວນີ້.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

WrGN3
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!