ກະສິກຳ ແລະ ການປະມົງ
ກະສິກຳ
ທຶນສະໜັບສະໜູນການພັດທະນາກະສິກຳ
ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ມີແຜນໃຫ້ທຶນກູ້ຢືມຈຳນວນ 40 ລ້ານໂດລາສະຫະລັດ ເພື່ອສົ່ງເສີມໂຄງການສ້າງໂອກາດຍຸດທະສາດຂອງປະເທດ (COSOP) 2018-24 ໃນລາວ. ກອງທຶນໃໝ່ຈະນຳໃຊ້ເພື່ອເສີມຂະຫຍາຍການຜະລິດກະສິກຳຕາມທ້ອງຕະຫຼາດ, ການບໍລິການການເງິນຊົນນະບົດ ແລະ ລະບົບການຄຸ້ມຄອງແບບຍືນຍົງສຳລັບທະນາຄານບ້ານ ເພື່ອລົງທຶນໃນໂຄງການຊົນລະປະທານຂະໜາດນ້ອຍ.ອ່ານຕໍ່ ...
ວຽງຈັນທາມສ໌
EU, AFD ສະໜັບສະໜູນການປັບປຸງດ້ານໂພຊະນາການໃນແຂວງພາກເໜືອ
ສະຫະພາບຢູໂຣບ (EU) ແລະ ອົງການຝຣັ່ງເພື່ອການພັດທະນາ (AFD) ຄາດຄະເນງົບຊ່ວຍເຫຼືອກວ່າ 5.7 ຕື້ຢູໂຣ ແຕ່ປີ 2018-2022 ສຳລັບໂຄງການສົ່ງເສີມກະສິກຳທີ່ຜົນຕໍ່ໂພຊະນາການ ໃນພາກເໜືອຂອງລາວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ນາຟຣີ ສົ່ງເສີມການເລືອກແນວເຂົ້າປູກໃນແຂວງພາກເໜືອ
ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ສົ່ງເສີມຊາວກະສິກອນ ແລະ ອຳນາດການປົກຄອງທ້ອງຖິ່ນໃນການເລືອກປູກແນວພັນເຂົ້າໄກ່ນ້ອຍ ເພື່ອປັບປຸງຜົນຜະລິດ ແລະ ສະມັດຖະພາບການຜະລິດ.ອ່ານຕໍ່ ...
ວຽງຈັນທາມສ໌
ເກົາຫຼີໝາຍຕາໂຄງການໄຮ່ສະຕຣໍເບີຣີຢູຊຽງຂວາງ
ວັນທີ 3 ກໍລະກົດ ທ່ານ ດຣ ຢູຮຽນຊຸກ ປະທານສະມາຄົມສິລະປະ ແລະ ວັດທະນະທຳເກົາຫຼີໄຕ້ ແລະ ຄະນະໄດ້ພົບປະກັບທ່ານ ບຸນທອນ ຈັນທະພອນ ວ່າການຫົວໜ້າພັກແຂວງຊຽງຂວາງ ເພື່ອຫາລືຄວາມເປັນໄປໄດ້ໃນການສ້າງໄຮ່ສະຕຣໍເບີຣີຢູແຂວງຊຽງຂວາງ.ອ່ານຕໍ່ ...
ເດິລາວທຽນທາມສ໌
ກວດພົບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ສົດ ຢູ່ຕະຫຼາດສະຫວັນໄຊ ນະຄອນໄກສອນພົມວິຫານ
ພະແນກການຕ່າງໆທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ແລະ ນະຄອນໄກສອນ ພົມວິຫານ ໄດ້ສົມທົບກັນລົງເຄື່ອນໄຫວເກັບກຳ ແລະກວດສອບສານພິດຕົກຄ້າງໃນພືດຜັກ ແລະໝາກໄມ້ສົດ ທີ່ຈຳໜ່າຍຢູ່ຕະຫລາດສະຫວັນໄຊ ເທສະບານແຂວງ ໃນວັນທີ 26 ມິຖຸນາ 2018 ໃນຂະນະທີ່ປະຊາຊົນຈຳນວນຫລວງຫລາຍ ທັງຜູ້ຊື້ ແລະຜູ້ຂາຍຕ່າງກໍ່ໃຫ້ຄວາມສົນໃຈຕິດຕາມຢ່າງຈົດຈໍ່.ອ່ານຕໍ່ ...
ລາວອີໂຄໂນມິກເດລີ
ຄົນລາວຍັງຕ້ອງຊື້ເຂົ້າແພງ
ຄົນລາວຍັງຕ້ອງຊື້ເຂົ້າໃນລາຄາສູງໃນພາກພື້ນ ທັງໆທີ່ປະເທດລາວເປັນຜູ້ຜະລິດເຂົ້າລາຍໃຫຍ່, ຕາມບົດລາຍງານການຕິດຕາມດ້ານເສດຖະກິດໃນລາວຂອງທະນາຄານໂລກ. ເຂົ້າແມ່ນສິນຄ້າກະສິກຳທີ່ໃຫຍ່ທີ່ສຸດຂອງລາວ. ການປູກເຂົ້າກວມເອົາ 75% ຂອງພື້ນທີ່ດິນປູກຝັງຂອງປະເທດ ແລະ 90% ຂອງການຜະລິດແມ່ນປູກເຂົ້າໜຽວ.ອ່ານຕໍ່ ...
ເດິລາວທຽນທາມສ໌
ລາວແລະກອງທຶນອະນຸລັກທຳມະຊາດໂລກສືບຕໍ່ຮ່ວມມືກ່ຽວກັບການຕັດໄມ້ໄຜ່, ຫວາຍ
ລັດຖະບານລາວ ແລະ ກອງທຶນອະນຸລັກທຳມະຊາດໂລກໄດ້ຕົກລົງຈັດຕັ້ງປະຕິບັດໂຄງການຕັດ ແລະ ຜະລິດໄມ້ໄຜ່-ຫວາຍແບບຍືນຍົງໄລຍະທີ 5. ບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ມີການລົງນາມກັນໃນວັນຈັນທີ່ຜ່ານມານີ້ ທີ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ທີ່ວຽງຈັນ.ອ່ານຕໍ່ ...
ວຽງຈັນທາມສ໌
ລັດຖະບານຊຸກຍູ້ການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ ແລະ ຢາຂ້າຫຍ້າ
ສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ລັດຖະບານດຳເນີນການຄວບຄຸມການນຳໃຊສານເຄມີໃນການກະສິກຳ ແລະ ສະກັດກັ້ນການນຳເຂົ້າຢາຂ້າຫຍ້າ ແລະ ຢາປາບສັດຕູພືດທີ່ບໍ່ຖືກຕາມລະບຽບກົດໝາຍ.ອ່ານຕໍ່ ...
ສົມສັກ ພົງຂາວ
ສັດຕະວະແພດສືບສວນການລົ້ມຕາຍຂອງງົວຄວາຍ 25 ຕົວ ໃນແຂວງວຽງຈັນ
ອຳນາດການປົກຄອງເມືອງຊະນະຄາມ ແຂວງວຽງຈັນ ໄດ້ລາຍງານວ່າ ການລົ້ມຕາຍຂອງງົວຄວາຍ 25 ໂຕ ດັ່ງກ່າວແມ່ນຍ້ອນການຕິດເຊື້ອໄຂ້ເລືອດອອກໃນສັດ ແລະບໍ່ກວດພົບສານພິດໃດໆໃນການຕາຍດັ່ງກ່າວ. ຝູງງົວຄວາຍດັ່ງກ່າວໄດ້ລົ້ມຕາຍລົງໃນລະຫວ່າງ ວັນທີ 17 ຫາ 22 ພຶດສະພາ ທີ່ເມືອງຊະນະຄາມ. ໃນວັນທີ 17 ນັ້ນ ພົບວ່າມີຄວາຍຕາຍ 13 ຕົວ ຢູ່ບ້ານນາສົມບູນ, ມາຮອດວັນທີ 19 ມີງົວຕາຍເພີ່ມອີກສອງຕົວ ຢູ່ບ້ານໂພນສະຫວັນ. ແລະ ໃນວັນທີ 22 ພົບງົວຄວາຍຕາຍເພີ່ມອີກ 10 ຕົວ ຢູ່ບ້ານແສງຈະເລີນ.ອ່ານຕໍ່ ...
ວຽງຈັນທາມສ໌
ພົບງົວຄວາຍໃນແຂວງວຽງຈັນລົ້ມຕາຍໂດຍບໍ່ຮູ້ສາເຫດ
ຈາກເຫດການທີ່ງົວໃນພື້ນທີ່ນະຄອນຫຼວງວຽງຈັນລົ້ມຕາຍໃນເດືອນນີ້, ຍັງພົບການລົ້ມຕາຍຂອງງົວຄວາຍຕື່ມໃນຫຼາຍບ້ານ ໃນແຂວງວຽງຈັນ. ປະຈຸບັນ ເຈົ້າໜ້າທີ່ສັດຕະວະແພດ ຍັງບໍ່ສາມາດລະບຸສາເຫດຂອງກົນລົ້ມຕາຍດັ່ງກ່າວ.ອ່ານຕໍ່ ...
ເດິລາວທຽນທາມສ໌