ລາວຊອກຫາວິທີເພີ່ມຕະຫຼາດສົ່ງອອກນ້ຳຕານໄປຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງຊອກຫາວິທີການເພີ່ມປະລິມານການສົ່ງອອກນ້ຳຕານ ໄປສູ່ຕະຫຼາດຈີນໃນປີນີ້ໃຫ້ໄດ້ 100,000 ໂຕນ, ຈາກຕົວເລກການສົ່ງອອກ 55,000 ໂຕນ ໃນປີ 2018. ສ່ວນໜຶ່ງຂອງຄວາມພະຍາຍາມໃນການເພີ່ມທະວີການຄ້າສອງຝ່າຍ ແລະ ຊ່ວຍເຫຼືອຜູ້ຜະລິດນ້ຳຕານຊອກຫາຕະຫຼາດໃນຕ່າງປະເທດ, ລັດຖະບານໄດ້ຊຸກຍູ້ໃຫ້ຈີນເປີດກວ້າງຕະຫຼາດໃຫ້ຫຼາຍຂຶ້ນສຳລັບຊາວກະສິກອນລາວ.ອ່ານຕໍ່ ...

ໂຕະຂ່າວ

ຍີ່ປຸ່ນອະນຸມັດການຊ່ວຍເຫຼືອສຳລັບໂຄງການຊົນລະປະທານທ່າງ່ອນຂອງລາວ

ລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນການປັບປຸງໂຄງການຊົນລະປະທານເພື່ອການກະສິກຳທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ. ພິທີວາງສິລາເລີກໂຄງການໄດ້ມີຂຶ້ນໃນວັນພະຫັດທີ່ຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອະໄພລັດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ທາເຄຊີ ຮິຄີຮາຣະ ເອກອັກຄະລາດຊະທູດຍີ່ປຸ່ນປະຈຳລາວ, ແລະ ທ່ານ ໂຢຊີຮາຣຸ ໂຢເນຢາມະ, ພ້ອມດ້ວຍຕາງໜ້າລັດຖະບານ ແລະ ຜູ້ມີສ່ວນຮ່ວມໃນໂຄງການ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ລາວ, JICA ສືບຕໍ່ການລິເລີ່ມການກະສິກຳປອດສານພິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ການຮ່ວມມືກັບອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ໃນການຊ່ວຍເຫຼືອຊາວກະສິກອນໃນນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ, ຊຽງຂວາງ ແລະ ຫົວພັນ ໃນການຜະລິດກະສິກຳປອດສານພິດ ແລະ ຂະຫຍາຍໂອກາດດ້ານຕະຫຼາດ.ຕາງໜ້າກົມປູກຝັງພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການ JICA ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການປະສານງານຮ່ວມຊຸດທີສອງ ໃນວັນອັງຄານນີ້ ເຊິ່ງມີການຍົກປະເດັນການສົ່ງເສີມໂຄງການພັດທະນາກະສິກຳປອດສານພິດ, ໂດຍສະເພາະແມ່ນການກະສິກຳແບບອິນຊີ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ລາວຊຸກຍູ້ໃຫ້ຈີນເພີ່ມໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ

ໃນອາທິດນີ້ ກະຊວງອຸດສາຫະກຳ ແລະ ການຄ້າລາວໄດ້ຮຽກຮ້ອງໃຫ້ຈີນ ພິຈາລະນາປັບໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ ຄຽງຄູ່ກັບການຮັບເອົາສິນຄ້າອຸດສະຫະກຳອື່ນໆ ເພື່ອເປັນການສົ່ງເສີມການຄ້າສອງຝ່າຍ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ໄດ້ຍື່ນຂໍ້ສະເໜີດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງກອງປະຊຸມກັບຄະນະຜູ້ແທນຈີນ ເຊິ່ງນຳໂດຍທ່ານ ໜິງ ຊິເຈ ຮອງປະທານຄະນະກຳມາທິການເພື່ອການພັດທະນາ ແລະ ປະຕິຮູບແຫ່ງຊາດ (NDRC) ຂອງສາທາລະນະລັດປະຊາຊົນຈີນ ທີ່ວຽງຈັນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ອົງການການກຸສົນສະຫະລັດ ຊ່ວຍເຫຼືອທຸລະກິດນົມເພື່ອສັງຄົມທີ່ຫຼວງພະບາງ

(ຂປລ) ຕາງໜ້າຈາກອົງການເພື່ອການກຸສົນສະຫະລັດ Spirit of America ແລະ ສະຖານທູດສະຫະລັດໄດ້ມອບອຸປະກອນ ແລະ ທຶນຊ່ວຍເຫຼືອ ລວມມູຄ່າກວ່າ US$10,000 ໂດລາ ໃຫ້ແກ່ທຸລະກິດນົມຄວາຍລາວ ຢ່າງເປັນທາງການທີ່ແຂວງຫຼວງພະບາງ ໃນວັນທີ 14 ກຸມພາ 2019.ທຸລະກິດນົມຄວາຍລາວແມ່ນທຸລະກິດທີ່ລົງທຶນໂດຍຊາວອາເມລິກາ ທີ່ແຂວງຫຼວງພະບາງ ເຊິ່ງມີການເຊົ່າຄວາຍມາຈາກຊາວກະສິກອນທ້ອງຖິ່ນເພື່ອຜະລິດນົມຄວາຍ. ຈາກນັ້ນ ຈະນຳເອົານົມດັ່ງກ່າວມາຜະລິດເປັນຜະລິດຕະພັນນົມຕ່າງໆເຊັ່ນ ເນີຍແຂງ, ນົມສົ້ມ ແລະ ກະແລັມ ແລ້ວນຳໄປຈຳໜ່າຍຕາມຕະຫຼາດທ້ອງຖິ່ນ.ທຸລະກິດດັ່ງກ່າວໄດ້ຈັດຕັ້ງຕ່ອງໂສ້ການສະໜອງ ເພື່ອສົ່ງຜະລິດຕະພັນໃຫ້ແກ່ຮ້ານອາຫານຕ່າງໆໃນຫຼວງພະບາງ ແລະ ວຽງຈັນ, ແລະ ຫຼ້າສຸດມີການສັ່ງ orders ສິນຄ້າມາຈາກບັນດາປະເທດໃນອາຊີ ເຊັ່ນ ຍີ່ປຸ່ນ.ອ່ານຕໍ່ ...

ບັນນາລັກ ຂປລ

ສູນຄົ້ນຄວ້າລາວຊ່ວຍເຫຼືອຊາວກະສິກອນໃນການຜະເຊີນກັບການປ່ຽນແປງຂອງສະພາບອາກາດ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າການປູກຝັງຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ກຳລັງນຳໃຊ້ເຕັກນິກໃໝ່ໃນການຜະລິດແນວພັນພືດຜັກຄຸນນະພາບ ເພື່ອຊ່ວຍໃຫ້ຊາວກະສິກອນສາມາດຜະເຊີນກັບການປ່ຽນແປງຂອງສະພາບອາກາດ.ທ່ານ ບຸນເນືອງ ດວງບຸບຜາ ອຳນວຍການສູນ ກ່າວວ່າທາງສູນໄດ້ທຳການຄົ້ນຄວ້າວິທີການໃໝ່ໆ ເພື່ອໃຫ້ຊາວກະສິກອນສວນຜັກສາມາດເພີ່ມພູນຜົນຜະລິດ ທັງໃນລະດູຝົນ ແລະ ລະດູແລ້ງ.ອ່ານຕໍ່ ...

ອຸ່ນ

ຊາວກະສິກອນຮຽກຮ້ອງໃຫ້ເລັ່ງປະຕິບັດແຜນການຫຼຸດຄ່າໄຟ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນຮຽກຮ້ອງໃຫ້ຂະແໜງພະລັງງານເລັ່ງມືໃນການຈັດຕັ້ງປະຕິບັດແຜນການຫຼຸດຄ່າໄຟ ເພື່ອສົ່ງເສີມການຜະລິດກະສິກຳໃນທົ່ວປະເທດ.ອຳນາດການປົກຄອງໄດ້ມີການເປີດເຜີຍແຜນການຫຼຸດຄ່າໄຟແບບສະເພາະ ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນເດືອນພະຈິກປີກາຍນີ້.ອ່ານຕໍ່  ...

ໂຕະຂ່າວ

ຊາວກະສິກອນໃນວຽງຈັນກັງວົນກ່ຽວກັບລາຄາສິນຄ້າຕົກຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນເມືອງຫາດຊາຍຟອງກ່າວວ່າພືດຜັກຊ່ວງນີ້ບໍ່ໄດ້ລາຄາດີ.ທ ລັດສະໝີ ຄຳມະນິວົງ ຊາວກະສິກອນບ້ານຫາດດອກແ້ວກ່າວວ່າ ລາຄາໝາກເຂືອຕົກລົງຫຼາຍທຽບກັບສອງອາທິດກ່ອນ ເນື່ອງຈາກມີການເກັບກູ້ໃນປະລິມານຫຼາຍໃນວຽງຈັນ ແລະ ແຂວງໃກ້ຄຽງ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຂ່າວເດັ່ນ: ຊາວບ້ານກັງວົນເລື່ອງປາຕາຍຍ້ອນສານເຄມີ ເຮັດໃຫ້ເມືອງສັງທອງຕ້ອງສົ່ງເສີມມາດຕະການກະສິກຳທີ່ດີ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວບ້ານກ່າວວ່າປາ ແລະ ສັດນ້ຳໃນແມ່ນ້ຳຕອນຫຼຸດຈຳນວນລົງ ນັບຕັ້ງແຕ່ບໍລິສັດສົ່ງເສີມການຜະລິດຢົງເຈີນຂາເຂົ້າ-ຂາອອກ ຂອງຈີນເລີ່ມມີການປູກກ້ວຍໃນປີ 2014. ປະຊາຊົນບ້ານກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ອາໄສແມ່ນ້ຳຕອນໃນການດຳລົງຊີວິດ. ສາຍນ້ຳດັ່ງກ່າວເປັນອູ່ເຂົ້າອູ່ປາຂອງຊຸມຊົນ ແລະ ສ້າງລາຍຮັບໃຫ້ແກ່ຊາວປະມົງ. ນອນນັ້ນຍັງເປັນແຫຼ່ງນ້ຳດື່ມສຳລັບສັດນາໆຊະນິດທີ່ອາໄສຢູ່ໃນບໍລິເວນດັ່ງກ່າວ. ປະຊາຊົນກໍອາໄສນ້ຳຈາກແມ່ນ້ຳໃນການນຳໃຊ້ປະຈຳວັນເຊັ່ນ ການດື່ມ, ການອາບ, ແລະ ການລ້າງສ່ວຍຕ່າງໆ.ອ່ານຕໍ່ ...

ໄຊຊະນະ ລືໄກ

ສວນສະຕຣໍເບີຣີປາກຊ່ອງຜະລິດສະຕຣໍເບີຣີອັນແຊບຊ້ອຍສູ່ທ້ອງຕະຫຼາດ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ເມືອງປາກຊ່ອງ ແຂວງຈຳປາສັກ ແມ່ນເຂດໜຶ່ງໃນປະເທດລາວທີ່ມີອຸນຫະພູມທີ່ເໝາະສົມ. ພຶ້ນທີ່ດັ່ງກ່າວຕັ້ງຢູ່ໃນເຂດພູມສັນຖານທີ່ສູງ ເໝາະແກ່ການປູກພືດພັນທີ່ມັກອາກາດເຢັນນາໆຊະນິດ.ພືດພັນຜົນລະປູກສ່ວນໃຫຍ່ແມ່ນມີຄຸນນະພາບສູງ ແລະ ມີກຸ່ມລູກຄ້າສະເພາະເຈາະຈົງ ໂດຍສະເພາະແມ່ນກາເຟ ເຊິ່ງເປັນໜຶ່ງໃນສິນຄ້າສົ່ງອອກທີ່ມີຊື່ສຽງຂອງລາວ.ສະຕຣໍເບີຣີຈາກປາກຊ່ອງແມ່ນໝາກໄມ້ທີ່ມີລາຄາສູງ ແລະ ລົດຊາດຫວານ ແລະ ໃນຊ່ວງໄລຍະນີ້ຂອງປີກໍມີການປ້ອນສົ່ງຕາມຕະຫຼາດຕ່າງໆ ແຕ່ສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດໄທ.ອ່ານຕໍ່   ...

ປະຕິທິນ ເພັດເມືອງພວນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VCxE3
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!