ລາວ, ເກົາຫຼີໃຕ້ ຮັດແໜ້ນສາຍພົວພັນດ້ານການພັດທະນາຊຸມຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ກາຮ່ວມມືກັບສາທາລະນະລັດເກົາຫຼີ ເພື່ອຂະຫຍາຍໂຄງການພັດທະນາແບບ ແຊມູອຸນດອງ ຢູ່ໃນຫ້າແຂວງຂອງລາວ.ທ່ານ (ປອ) ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດເຜີຍຕໍ່ສື່ມວນຊົນເກົາຫຼີວ່າ ໂຄງການແຊມູອຸນດອງ ຈະຂະຫຍາຍການປະຕິບັດການໄປຍັງແຂວງຕ່າງໆເຊັ່ນ ໄຊຍະບູລີ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ແຂວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ແຂວງຊຽງຂວາງສົ່ງເສີມການລົງທຶນໃນການເຮັດຟາມລ້ຽງສັດ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງຊຽງຂວາງ ຖືເອົາການເຮັດຟາມລ້ຽງສັດເປັນຂົງເຂດເສດຖະກິດຂອງແຂວງ ເຊິ່ງອຳນາດການປົກຄອງແຂວງຈະໃຫ້ການສະໜັບສະໜູນເປັນພິເສດ.ທ່ານ ບຸນທອນ ຈັນທະພອນ ເຈົ້າແຂວງໄດ້ອອກແຈ້ງການຫຼ້າສຸດກ່ຽວກັບລາຍການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ທີ່ທາງອຳນາດການປົກຄອງແຂວງມີແຜນສະໜັບສະໜູນ.ອ່ານຕໍ່ ...

ເອກະພອນ ພູທອນສີ

ການຄົ້ນຄວ້າຂະແໜງລ້ຽງສັດຊ່ວຍຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຖາບັນຄົ້ນຄວ້າກະສິກຳປ່າໄມ້ແຫ່ງຊາດ (NAFRI) ໄດ້ພັດທະນາ 10 ວີທີການໃນການລ້ຽງສັດ ເຊິ່ງຊ່ວຍປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສົ່ງເສີມການສົ່ງອອກຜະລິດຕະພັນສັດລ້ຽງ.ເຈົ້າໜ້າທີ່ NAFRI ກ່າວວ່າໜຶ່ງໃນບັນດານເຕັກນິກທີ່ຜ່ານການຄົ້ນຄວ້າກໍຄືການໃຫ້ອາຫານງົວທີ່ຫາກໍຕົກລູກໃໝ່.ອ່ານຕໍ່ ...

ໂຕະຂ່າວ

ສິນຄ້າກະເສດຕ້ອງມີການປັບປຸງຍົກລະດັບເພື່ອການສົ່ງອອກ: ເຈົ້າໜ້າທີ່

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງວຽງຈັນ ຫວັງວ່າຊາວກະສິກອນເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈະໄດ້ຮັບໂອກາດໃນການສົ່ງອອກຜະລິດຕະຜົນຂອງຕົນສູ່ຕະຫຼາດຕ່າງປະເທດ ເມື່ອເສັ້ນທາງລົດໄຟລາວ-ຈີນເລີ່ມປະຕິບັດການ.ເມືອງປາກງື່ມເປັນເມືອງຂະໜາດນ້ອຍ ເຊິ່ງຕັ້ງຢູ່ທາງຕອນໃຕ້ຂອງນະຄອນວຽງຈັນ ມີດິນອຸດົມສົມບູນເໝາະແກ່ການປູກຝັງ ໂດຍສະເພາະແມ່ນປູກເຂົ້າ ແລະ ພືດພັນຕ່າງໆ.ອ່ານຕໍ່ ...

ໂຕະຂ່າວ

ຄວາມກັງວົນຕໍ່ຜົນກະທົບຕໍ່ສິ່ງແວດລ້ອມເຮັດໃຫ້ລັດຖະບານລະມັດລະວັງກ່ຽວກັບການເຮັດສວນກ້ວຍທີ່ເມືອງນາຊາຍທອງ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານແນະນຳໃຫ້ນັກລົງທຶນທີ່ກະກຽມດິນເພື່ອເຮັດສວນກ້ວຍທີ່ບ້ານນາໜາດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ປູກພືດຊະນິດອື່ນ ຍ້ອນຄວາມກັງວົນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ.ພື້ນທີ່ດັ່ງກ່າວບໍ່ເໝາະສົມກັບການເຮັດສວນກ້ວຍ ເນື່ອງຈາກວ່າຕັ້ງຢູ່ໃກ້ກັບແຫຼ່ງນ້ຳທຳມະຊາດ ຕາມກະຊວງກະສິກຳ ແລະ ປ່າໄມ້.ອ່ານຕໍ່ ...

ຄຳພອນ ສີວົງໄຊ

ກ້ວຍຈະເປັນສິນຄ້າກະເສດສົ່ງອອກທີ່ສ້າງລາຍຮັບອັນດັບຕົ້ນຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກ້ວຍຈະເປັນສິນຄ້າກະສິກຳສົ່ງອອກອັນດັບຕົ້ນຂອງລາວໃນປີນີ້ ເຖິງວ່າລັດຖະບານຈະສັ່ງຫ້າມການຂະຫຍາຍພື້ນທີ່ປູກກ້ວຍໃນທົ່ວປະເທດ.ໃນປີ 2017 ລາວສາມາດສ້າງລາຍຮັບໄດ້ US$167.9 ລ້ານໂດລາຈາກການສົ່ງອອກກ້ວຍ, ເຊິ່ງຫຼຸດລົງມາເປັນ US$112 ລ້ານໂດລາໃນປີກາຍນີ້, ແຕ່ວ່າຕົວເລກດັ່ງກ່າວຄາດວ່າຈະເພີ່ມເປັນ US$168  ລ້ານໂດລາໃນປີນີ້, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ພືດຊະນິດດັັ່ງກ່າວສ່ວນໃຫຍ່ແມ່ນສົ່ງຂາຍໃຫ້ປະເທດຈີນ ແລະ ບາງສ່ວນກໍ່ສົ່ງຂາຍໄປປະເທດໄທ.ອ່ານຕໍ່ ...

ໂຕະຂ່າວ

ແຂວງຄຳມ່ວນຍົກລະດັບການຜະລິດເຂົ້າ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ແຂວງຄຳມ່ວນຕາມປົກກະຕິແມ່ນທຳການຜະລິດກະສິກຳຕາມທີ່ເຄີຍປະຕິບັດສືບຕໍ່ກັບມາ ແຕ່ວ່າຊາວກະສິກອນກໍເລີ່ມມີການນຳໃຊ້ວິທີການຜະລິດທີ່ທັນສະໄໝເປັນລຳດັບ ເພື່ອຍົກລະດັບຄຸນນະພາບຂອງການຜະລິດເຂົ້າ ແລະ ເພີ່ມລາຍຮັບ.ການນຳໃຊ້ເຄື່ອງມືທີ່ທັນສະໄໝໃນການຜະລິດຄາດວ່າຈະຊ່ວຍສ້າງຄວາມສະດວກໃຫ້ແກ່ການປັກດຳ ແລະ ເກັບກ່ຽວເຂົ້າ, ນອນນີ້ຍັງມີການນຳໃຊ້ປຸ໋ຍຕ່າງໆ, ລົດໄຖນາ ແລະ ຢາປາບສັດຕູພືດ.ອ່ານຕໍ່ ...

ໂຕະຂ່າວ

ລາວຄາດວ່າການສົ່ງອອກເຂົ້າຈະຫຼຸດລົງເນື່ອງຈາກໄພນ້ຳຖ້ວມໃນປີ 2018

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຄາດວ່າລາຍຮັບຈາກການສົ່ງອອກເຂົ້າໃນປີ 2019 ຈະຫຼຸດລົງ ເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນທົ່ວປະເທດໃນປີຜ່ານມາ.ລາວວາງເປົ້າໝາຍການສົ່ງອອກເຂົ້າໃນປີຜ່ານມາທີ່ US$45.6 ລ້ານໂດລາ, ແຕ່ວ່າສາມາດບັນລຸໄດ້ພຽງ US$31.4 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີນີ້ ລັດຖະບານຄາດວ່າຈະສ້າງລາຍຮັບຈາກການສົ່ງອອກເຂົ້າພຽງແຕ່ US$25.2 ລ້ານໂດລາ ເຊິ່ງຫຼຸດລົງຫຼາຍທຽບກັບຕົວເລກໃນປີຜ່ານມາ.ຜົນຜະລິດເຂົ້າໃນ 16 ແຂວງ ແມ່ນໄດ້ໜ້ອຍເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນລະດູຝົນປີກາຍ, ຕາມລາຍງານຂອງກະຊວງກະສິກຳ ແລະ ປ່າໄມ້. ປີກາຍນີ້ ພື້ນທີ່ປູກເຂົ້າຈຳນວນ 101,000 ເຮັກຕາໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຄິດເປັນ 12% ຂອງເນື້ອທີ່ປູກເຂົ້າທັງໝົດ 817,800 ເຮັກຕາ.ອ່ານຕໍ່ ...

ໂຕະຂ່າວ

ກະຊວງທົບທວນຫ້າປີທີ່ເຫຼືອຂອງຍຸດທະສາດກະສິກຳຫ້າປີ ເຖິງປີ 2025

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ໄດ້ຮ່າງແຜນການເພື່ອຮັບປະກັນການປະຕິບັດທີ່ຖືກຕ້ອງຕາມແຜນການເພື່ອບັນລຸເປົ້າໝາຍໃນຍຸດທະສາດການພັດທະນາຂະແໜງກະສິກຳເຖິງປີ 2025.ໃນບົດລາຍງານແຜນພັດທະນາຫ້າປີເຖິງປີ 2025 ກ່າວວ່າ ເປົ້າໝາຍຂອງກະຊວງແມ່ນການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນຂອງຂະແໜງກະສິກຳ ແລະ ປ່າໄມ້ໃນອັດຕາສະເລ່ຍ 3.4%. ນີ້ໝາຍເຖິງຂະແໜງການຈະປະກອບສ່ວນ 19% ຕໍ່ເສດຖະກິດແຫ່ງຊາດ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ລາວຫວັງເພີ່ມການສົ່ງອອກຜະລິດຕະພັນສັດລ້ຽງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີແຜນສ້າງລາຍຮັບປະມານ US$48.2 ລ້ານໂດລາຈາກການສົ່ງອອກຜະລິດຕະພັນສັດລ້ຽງເຊັ່ນ ງົວ ຄວາຍ ສຳລັບປີນີ້, ເຊິ່ງເພີ່ມຂຶ້ນ 1.7 ເປີເຊັນທຽບກັບຕົວເລກປີຜ່ານມາ.ໃນເບື້ອງຕົ້ນ ລາວໄດ້ວາງເປົ້າໝາຍການສົ່ງອອກຜະລິດຕະພັນສັດລ້ຽງສຳລັບປີກາຍຢູ່ທີ່ US$46.2 ລ້ານໂດລາ ແຕ່ວ່າສາມາດບັນລຸຍອດສົ່ງອອກລວມ US$90.3 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ສັດລ້ຽງສ່ວນໃຫຍ່ແມ່ນສົ່ງຂາຍໃຫ້ແກ່ປະເທດຫວຽດນາມ ແລະ ຈີນ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

YgTrx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!