ຫຼວງພະບາງຈະເປັນເຈົ້າພາບຈັດງານວາງສະແດງການແກ້ໄຂບັນຫາການທ່ອງທ່ຽວແບບຍືນຍົງ
![](https://laos.pp.opendevelopmentmekong.net/wp-content/uploads/sites/3/2018/09/40665907_257480281542830_3458086162390843392_n-300x211-150x150.jpg)
ຄວນປະຢັດເງິນ ຫຼື ຄວນອະນຸລັກສິ່ງແວດລ້ອມ? ບໍ່ວ່າຈະເລືອກວິທີການໃດ ຜູ້ທີ່ຮັກການທ່ອງທ່ຽວ, ຜູ້ປະກອບການອຸດສາຫະກຳການທ່ອງທ່ຽວ ແລະ ຜູ້ສະໜອງກໍ່ລ້ວນແຕ່ມີເຫດຜົນໃນການເຂົ້າຮ່ວມງານວາງສະແດງທີ່ຫຼວງພະບາງ ເຊິ່ງຈະຈັດຂຶ້ນໄຕ່ວັນທີ 14-15 ກັນຍານີ້.
ງານວາງສະແດງການແກ້ໄຂບັນຫາການທ່ອງທ່ຽວແບບຍືນຍົງ ຈະລວມເອົາຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ຜູ້ໃຫ້ບໍລິການຜະລິດຕະພັນ, ເຕັກໂນໂລຊີ ແລະ ການບໍລິການແບບຍືນຍົງມາວາງສະແດງທີ່ເມືອງມໍລະດົກໂລກຂອງອົງການຢູເນັສໂກ.
ເດິລາວທຽນທາມສ໌