ເຊີນຮ່ວມກິດຈະກຳ ‘ເຈົ້າຖີບລົດ = ກົກໄມ້ຖືກປູກ’
![](https://laos.pp.opendevelopmentmekong.net/wp-content/uploads/sites/3/2018/06/33852479_977724342405123_6423154519227498496_n-150x150.jpg)
ເພື່ອເປັນການຕ້ອນຮັບ ສັບປະດາປ່ຽນແປງດິນຟ້າອາກາດ ປະຈຳປີ 2018 (18-24 ມິຖຸນາ), ຂໍເຊີນທ່ານມາຮ່ວມງານ ‘ເຈົ້າຖີບລົດ = ກົກໄມ້ຖືກປູກ’ ທຸກໆ 5 ຄົນທີ່ເຂົ້າຮ່ວມ, ສະຫະພາບ ເອີຣົບ ປະຈຳລາວ ຈະ ບໍລິຈາກກົກໄມ້ ໜຶ່ງກົກ!
ໂດຍການຮ່ວມມືກັບ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ, ກົກໄມ້ເຫຼົ່ານີ້ຈະຖືກນຳໄປປູກທີ່ ໂຮງຮຽນອ້ອມແອ້ມ ນະຄອນຫຼວງວຽງຈັນ ເພື່ອຕົວເມືອງທີ່ຂຽວກວ່າເກົ່າ ແລະ ອາກາດທີ່ສະອາດຂື້ນ! ສະນັ້ນ, ທ່ານມາຮ່ວມຖີບລົດຖີບຫຼາຍເທົ່າໃດ, ກົກໄມ້ຍິ່ງຈະຖືກປູກຫຼາຍເທົ່ານັ້ນ!
ປະກາດ