ເປົ້າໝາຍການພັດທະນາແບບຍືນຍົງ
SDG 4 ມີການສຶກສາທີ່ມີຄຸນນະພາບ
SDG 4 ມີການສຶກສາທີ່ມີຄຸນນະພາບ

ເປົ້າໝາຍການພັດທະນາແບບຍືນຍົງ 4 (SDG 4) – ‘ການສຶກສາທີ່ມີຄຸນນະພາບ’ ມີຈຸດປະສົງແນໃສ່ຮັບປະກັນການສຶກສາທີ່ມີຄຸນນະພາບທີ່ທົ່ວເຖິງ ແລະ ເທົ່າທຽມ ແລະ ສົ່ງເສີມໂອກາດດ້ານການຮຽນຮູ້ຕະຫຼອດຊີວິດສຳລັບທຸກຄົນ.1 SDG 4 ລມມີ 10 ເປົ້າໝາຍ ແລະ 11 ຕົວຊີ້ວັດ. ເປົ້າໝາຍ 4.1, 4.5, 4.7 ແລະ 4.A ແມ່ນແນໃສ່ພັດທະນາການສຶກສາຊັ້ນປະຖົມ ແລະ ມັດທະຍົມໂດຍບໍ່ຕ້ອງເສຍຄ່າ, ມີຄວາມເທົ່າທຽມ ແລະ ມີຄຸນນະພາບ. ເປົ້າໝາຍ 4.2 ແລະ 4.5 ແມ່ນເນັ້ນໃສ່ການປັບປຸງການເຂົ້າເຖິງການສຶກສາໃນໄວເດັກ, ການເບິ່ງແຍງລ້ຽງດູ ແລະ ການສຶກສາກ່ອນຊັ້ນປະຖົມ ທີ່ມີຄຸນນະພາບ. ເປົ້າໝາຍ 4.3, 4.4, 4.5 ແລະ ...